ເມື່ອບໍ່ດົນມານີ້, ພຣະອາຈານໃຫຍ່ ມະຫາເວດ ມະເສໄນ ຮອງປະທານສູນກາງ ອົງການພຸດທະສາສະໜາສໍາພັນແຫງ ສປປ ລາວ ກໍາມະທິການສາທາລະນູປະການສູນກາງ ອົງການພຸດທະສາສະໜາສໍາພັນລາວ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄືອງຊ່ວຍເຫຼືອ ປະກອບມີຜ້າຫົ່ມ, ໝີ່ໄວໆ ແລະ ປື້ມຂຽນ ລວມມູນຄ່າ 250 ລ້ານກີບ ໄປມອບໃຫ້ແຂວງຫຼວງນໍາທາ.
ເຄື່ອງທີ່ນໍາໄປມອບໃນຄັ້ງນີ້ ຈະໄດ້ນໍາໄປມອບຕໍ່ 46 ບ້ານ ພາຍໃຫ້ 3 ເມືອງ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນະດູຝົນຜ່ານມາ.
ຂ່າວ: ສົມພອນ ຂຸນດາວົງ




