ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສໍາເລັດກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງຜົ້ງສາລີ ຊຸດທີ II

Jan 18, 2025

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຜົ້ງສາລີ ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 15-16 ມັງກອນ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ໂດຍການເປັນປະທານ ຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຜົ້ງສາລີ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ແລະ ອອກເປັນມະຕິ ດັ່ງນີ້:
+ ວຽກງານອົງການປົກຄອງແຂວງ ປະກອບມີ 4 ສະບັບ ຄື:
1. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025;
2. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດ ຕັ້ງປະຕິບັດແຜນງົບປະມານຂອງແຂວງ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025;
3. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດວຽກງານສາມສ້າງ ປະຈໍາປີ 2024 ແລະ ທິດທາງຜນການ ປະຈໍາປີ 2025;
4. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດບັນດາຄາດໝາຍການພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025;
+ ວຽກງານອົງການກວດກາລັດແຂວງ ແລະ ອົງການກວດສອບ ປະຈໍາພາກເໜືອ ປະກອບມີ 2 ສະບັບ ຄື:
1. ມະຕິກອງປະຊຸມສະພາປະຊາຊົນແຂວງ ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2025; ບົດລາຍງານຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ປີ 2023;
2. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດປະຈໍາພາກ ເໜືອກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກ ງານ ປະຈໍາປີ 2024 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2025; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023;
+ ຮັບຮອງເອົາ ວຽກງານຂອງສານປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນແຂວງ ປະກອບມີ 2 ສະບັບ ຄື:
1. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025;
2. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວ ກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025;
+ ຮັບຮອງເອົາວຽກງານຂອງປະພາປະຊາຊົນແຂວງ ມີ 1 ສະບັບ ຄື:
1. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດວຽກງານປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ ຊຸດທີ II;
+ ຮັບຮອງເອົາ ນິຕິກໍາໃຕ້ກົດໝາຍ ມີ 2 ສະບັບ ຄື:
1. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ຮ່າງຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍແຜນຜັງຕົວເມືອງໃນຊົນນະ ບົດຂອງແຂວງຜົ້ງສາລີ;
2. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາແຜນການສ້າງນິຕິກໍາໃຕ້ກົດ ໝາຍ ຂອງອົງການປົກຄອງແຂວງ ປະຈໍາປີ 2025 ກ່ຽວກັບການສ້າງຮ່າງຂໍໍ້ຕົກລົງເຈົ້າແຂວງ ວ່າດ້ວຍກອງທຶນທາງຫຼວງທ້ອງຖິ່ນຂອງແຂວງຜົ້ງສາລີ;
+ ຮັບຮອງເອົາການສະເໜີສ້າງຕັ້ງກົງຈັກຂອງອົງການປົກຄອງແຂວງ ມີ 1 ສະບັບ ຄື:
1. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການສະເໜີ ການສ້າງຕັ້ງກົງຈັກການຈັດຕັ້ງ ອົງການພັດທະນາ ແລະ ບໍລິຫານຕົວເມືອງ.
ນອກຈາກການພິຈາລະນາ, ຮັບຮອງບັນຫາສໍາຄັນຂອງແຂວງ ຍັງໄດ້ຮັບຟັງ ການຊີ້ແຈງຈາກ 3 ພາກສ່ວນ ຕໍ່ກອງປະຊຸມຄັ້ງນີ້ ກ່ຽວກັບບັນຫາທີ່ພົ້ນເດັ່ນຂອງສັງຄົມ ຊຶ່ງສະພາປະຊາຊົນແຂວງ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ຍົກຂຶ້ນຢູ່ໃນກອງປະຊຸມ ປະກອບມີ:
1. ພະແນກແຜນການ ແລະ ການລົງທຶນແຂວງ
2. ພະແນກການເງິນແຂວງ
3. ພະແນກອຸດສາຫະກໍາ ແລະ ການຄ້າແຂວງ
ໃນໄລຍະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ມີປະຊາຊົນສົ່ງຄໍາຄິດເຫັນ, ຄໍາສະເໜີຜ່ານໂທລະສັບສາຍດ່ວນ ທັງໝົດ 6 ສາຍ ມາຍັງກອງປະຊຸມ.