ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 16 ມັງກອນ ວ່າ: ໃນໄລ ຍະຜ່ານມາ ແຂວງຫຼວງພະບາງ ໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ໂດຍກຳນົດເອົາ 6 ແຜນວຽກທີ່ສຸມໃສ່ຈັດຕັ້ງປະຕິບັດເປັນຕົ້ນແມ່ນໄດ້ ອອກຂໍ້ ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງຄະນກຳມະການ ແລະ ກອງເລຂາວ່າດ້ວຍການແກ້ໄຂບັນຫາຢາເສບຕິດລະດັບແຂວງ, ສ້າງຄວາມຮັບຮູ້ໂຄສະນາເຜີຍແຜ່ມະຕິ, ຄໍາສັ່ງຕ່າງໆຂອງຂັ້ນເທິງ, ລະບຽບກົດໝາຍ ແລະ ຜົນຮ້າຍ ຂອງຢາ ເສບຕິດ ໃຫ້ສັງຄົມຮັບຮູ້ໂດຍສະເພາະແມ່ນເປົ້າໝາຍກຸ່ມສຽງຢູ່ໃນຂົງເຂດສໍານັກງານອົງການ, ສະຖາບັນການສຶກສາ ແລະ ຢູ່ຂັ້ນບ້ານ; ຜ່ານການຈັດຕັ້ງປະຕິບັດ ມີຜົນສຳເລັດຕາມຄາດໝາຍ ເປັນເງື່ອນໄຂສ້າງໃຫ້ແຂວງຫຼວງ ພະບາງມີຄວາມສະຫງົບໂດຍພື້ນຖານ.
ແຂວງຫຼວງພະບາງ ເປັນແຂວງໜຶ່ງທີ່ຕັ້ງຢູ່ພາກເໜືອຂອງ ສປປ ລາວ, 85% ເປັນເຂດພູດອຍ ມີສາຍແດນຕິດກັບ 2 ແຂວງຂອງ ສສ ຫວຽດນາມ, ມີ 11 ເມືອງ 1 ນະຄອນ; ໃນໄລຍະຜ່ານມາ ແຂວງໄດ້ຊີ້ນຳໃຫ້ທຸກພາກສ່ວນ ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສະເພາະແມ່ນຊີ້ນຳໃຫ້ ປກສ ແຂວງ ສຸມໃສ່ຈັດຕັ້ງຢ່າງເຂັ້ມງວດ ແລະ ຮີບດ່ວນ ໂດຍເລີ່ມຈາກການປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ສືບສວນ-ສອບສວນ ໂດຍເປີດບັ້ນຝຶກອົບຮົມໃຫ້ ປກສ ເມືອງ 11 ເມືອງ ແລະ 1 ນະຄອນ; ຍົກສູງປະສິດທິພາບການຄຸ້ມຄອງ, ຊີ້ນຳບັນຊາການຈັດຕັ້ງປະຕິບັດວຽກງານຮອບດ້ານໃນການແກ້ໄຂບັນຫາຢາເສບຕິດ; ປັບປຸງຂີດຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ຂອງລະບົບການເມືອງ ພ້ອມນັ້ນ ກໍໄດ້ມີການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະ ສສ ຫວຽດນາມ ທີ່ມີຊາຍແດນຕິດຈອດກັນ.
ທ່ານ ໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດ ວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ ຜ່ານມາເຫັນວ່າ ມີ ຜົນສໍາເລັດຫຼາຍດ້ານເຊິ່ງມັນສະແດງຄື ໄດ້ເຮັດໃຫ້ສັງຄົມພາຍໃນແຂວງຫຼວງພະບາງ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີຂຶ້ນ. ບັນຫາປະກົດການຫຍໍ້ທໍ້ ການຄ້າຂາຍຢາເສບຕິດ, ການເສບຢາ, ການຄ້າຂາຍບໍລິການປະເວນີ ແລະ ບັນຫາອື່ນໆ ທີ່ຕິດພັນກັບບັນຫາຢາເສບຕິດ ໄດ້ຮັບການແກ້ໄຂຢ່າງຈິງຈັງ, ຖືກຈຸດ ແລະ ນັບມື້ ຫຼຸດໜ້ອຍຖ້ອຍລົງກວ່າແຕ່ກ່ອນຫຼາຍ; ບັນດາສໍານັກງານ-ອົງການ ພະນັກງານ ແລະ ພາກທຸລະກິດ ນັກຮຽນ-ນັກສຶກ, ປະຊາຊົນບັນດາເຜົ່າ ໃນສັງຄົມ ແມ່ນມີສະຕິຕື່ນຕົວ, ມີຄວາມຮັບຜິດຊອບ, ເຄົາລົບຕໍ່ໜ້າລະບຽບກົດໝາຍ ແລະ ມີ ຄວາມເປັນເຈົ້າການຮ່ວມກັນ ຊ່ວຍໃຫ້ການຮ່ວມມື ແລະ ເປັນເຈົ້າການທົ່ວສັງຄົມ ຕໍ່ການແກ້ໄຂ ບັນຫາຢາເສບຕິດຢ່າງ ເປັນຂະບວນຢ່າງກວ້າງຂວາງ.
ພາບ-ຂ່າວ: ສື່ມວນຊົນ ປກສ






