ທ່ານ ທອງຄຳ ຫງຽນມະລົມ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງໆຮ້ຽມ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງຮ້ຽມ ຄັ້ງທີ XI ໃນວັນທີ 16 ມັງກອນ 2025 ນີ້ວ່າ: 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ແລະ ແຜນພັດທະນາເສດຖະກິດ -ສັງຄົມ ຄັ້ງທີ IX ຂອງເມືອງ ໄດ້ຮັບຜົນ ສຳເລັດຫຼາຍດ້ານ ໂດຍສະເພາະແມ່ນມີການຂະຫຍາຍຕົວທາງດ້ານເສດຖະກິດຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນ (GDP) 5 ປີສາມາດບັນລຸໄດ້ 438,4 ຕື້ກີບ, ສະເລ່ຍໃນແຕ່ລະປີປະຕິບັດໄດ້ 87,6 ຕື້ກີບຕໍ່ປີ.
ໃນນັ້ນປີ 2024 ລວມຍອດຜະລິດ ຕະພັນພາຍໃນບັນລຸໄດ້ 91,2 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນໄດ້ 6,9 ກີບ/ຄົນ/ປີ, ດ້ວຍອັດຕາການຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 4,26%, ທຽບໃສ່ແຜນການປະຕິບັດໄດ້ 79,27%.
ໃນນັ້ນ, ຂະແໜງກະສິກຳ ແລະ ປ່າໄມ້ຂະຫຍາຍຕົວສະເລ່ຍ 3,31 % ກວມເອົາ 73,6 % ຂອງ GDP, ຂະແໜງອຸດສາຫະກຳ- ຫັດຖະກຳຂະຫຍາຍຕົວສະເລ່ຍ 0,53 % ກວມເອົາ 12,51 % ຂອງ GDP, ຂະແໜງບໍລິການຂະຫຍາຍຕົວສະ ເລ່ຍ 0,59% ກວມເອົາ 13,89% ຂອງ GDP.
ທ່ານ ທອງຄຳ ຫງຽນມະລົມ ກ່າວຕື່ມວ່າ: ຍ້ອນວຽກງານກະສິກຳ ແລະ ປ່າໄມ້ ກວມສ່ວນຫຼາຍຂອງເສດຖະກິດພາຍໃນເມືອງ, ສະນັ້ນ, ເມືອງຮ້ຽມໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນເອົາໃຈໃສ່ເຮັດວຽກງານການປູກພືດ – ລ້ຽງສັດເປັນສິນຄ້າຕາມເງື່ອນໄຂທ່າແຮງຂອງແຕ່ລະບ້ານ ສາມາດເກັບກ່ຽວຜົນຜະລິດໄດ້ທັງໝົດ 132.513 ກວ່າໂຕນ, ສະເລ່ຍໄດ້ 27.664 ໂຕນ/ປີ. ໃນນີ້ ປູກເຂົ້າໄດ້ທັງໝົດ 28.250 ໂຕນ ສະເລ່ຍໄດ້ 5.650 ໂຕນຕໍ່ປີ, ສະເລ່ຍໃສ່ພົນລະເມືອງຜູ້ໜຶ່ງໄດ້ 431 ກິໂລຕໍ່ຄົນຕໍ່ປີ; ປູກພືດເປັນສິນຄ້າອື່ນໆ ເກັບກູ້ໄດ້ 104.263 ໂຕນ, ສະເລ່ຍແຕ່ລະປີໄດ້ 44.607 ໂຕນ.
ນອກຈາກນັ້ນ ໄດ້ສົ່ງເສີມການລ້ຽງສັດເພື່ອບໍລິໂພກພາຍໃນພຽງພໍ ແລະ ສົ່ງອອກເປັນສິນຄ້າໂດຍສະເພາະແມ່ນງົວ – ຄວາຍ ສາມາດສົ່ງອອກຂາຍຕ່າງເມືອງ, ຕ່າງແຂວງໄດ້ 1.895 ໂຕ, ມີຄອບຄົວຕົວແບບດ້ານການປູກຝັງ 11 ຄອບຄົວ, ຕົວແບບການລ້ຽງສັດ 24 ຄອບຄົວ, ລ້ຽງເປັນຟາມ 1 ຟາມ. ໃນນີ້ເດັ່ນກວ່າໝູ່ແມ່ນກຸ່ມປູກຜັກອິນຊີປອດສານພິດ ( ຜັກເຮືອນຮົ່ມ ) ປັດຈຸບັນມີທັງໝົດ 22 ຫຼັງ, ເນື້ອທີ່ 0.67 ຮຕ, ຜົນຜະລິດໄດ້ 16.165 ໂຕນປີ ສ້າງລາຍຮັບໄດ້ 242 ລ້ານກວ່າກີບ.
ສຳລັບທິດທາງແຜນການໃນຕໍ່ໜ້າ, ເມືອງຮ້ຽມຈະສູ້ຊົນເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວຕໍ່ເນື່ອງໃນລະດັບ 5.5% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນເມືອງ (GDP) ໃຫ້ບັນລຸ 537 ຕື້ກີບ, ສະເລ່ຍເທົ່າກັບ 107 ຕື້ກີບຕໍ່ປີ, ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 8,8 ລ້ານກີບຕໍ່ຄົນຕໍ່ປີ.
ສໍາລັບ ເມືອງຮ້ຽມ ຕັ້ງຢູ່ທິດຕາເວັນຕົກຂອງ ແຂວງຫົວພັນ ຫ່າງໄກຈາກເທດສະບານແຂວງ 150 ກິໂລແມັດ. ມີຊາຍແດນຕິດກັບເມືອງຫົວເມືອງ, ເມືອງຊ່ອນ ແຂວງຫົວພັນ, ເມືອງຄຳ, ເມືອງພູກູດ ແຂວງ ຊຽງຂວາງ ແລະ ເມືອງວຽງຄຳ, ເມືອງໂພນໄຊ ແຂວງຫຼວງພະບາງ.
ທົ່ວເມືອງມີເນື້ອທີ່ປະມານ 1.423 ກິໂລຕາ ແມັດ. ປະກອບມີ 35 ບ້ານ, ມີ 2.642 ຄົວເຮືອນ, ມີພົນລະ ເມືອງ 12.569 ຄົນ, ຍິງ 6.201 ຄົນ, ປະກອບມີ 6 ເຜົ່າຄື: ເຜົ່າລາວ,ໄຕ, ຂະມຸ, ຜ້ອງ, ມົ້ງອີວມຽນ ແລະ ຈີນຫໍ້.
ຂໍ້ມູນ: ໄອແກ້ວ



