ໃນຕອນເຊົ້າຂອງ ວັນທີ່ 18 ມັງກອນ 2025 ນີ້ ພາສີ ປະຈຳແຂວງຜົ້ງສາລີ ມອບຜ້າຮົ່ມ ໃຫ້ອົງການປົກຄອງເມືອງໃໝ່, ແຂວງຜົ້ງສາລີ ນໍາພາໂດຍ ທ່ານ ບຸມເພັງ ສຸພັດທອນ ຫົວໜ້າພາສີປະຈຳແຂວງຜົ້ງສາລີ ພ້ອມດ້ວຍຄະນະທີມງານ.
ຜ້າຮົ່ມທີ່ນຳມາມອບໃນຄັ້ງນີ້ ແມ່ນໃຫ້ນຳໄປມອບໃຫ້ ນັກຮຽນທີ່ທຸກຍາກຂາດເຂີນ ຢູ່ເຂດຊົນນະບົດ ເພື່ອບັນເທົາທຸກ ໃນໄລ ຍະໜາວນີ້ ເຊິ່ງມີຈຳນວນຜ້າຮົ່ມທັງໝົດ 100 ຜືນ ລວມມູນຄ່າທັງໝົດ 20,000,000 ກີບ.
ກ່າວມອບໂດຍ ທ່ານບຸມເພັງ ສຸພັດທອນ ພ້ອມດ້ວຍທີມງານ ແລະ ກ່າວຮັບຂອງ ທ່ານ ພອນທະວີ ໄຊມົນຕີ ກຳການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງໃໝ່ ພ້ອມດ້ວຍການນຳຂອງເມືອງ.
ຂ່າວ: ວັນວິໄລ




