ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍານວນເອກະສານໃບຕາດິນຢູ່ແຂວງຫລວງນໍ້າທາ ເສຍຫາຍຍ້ອນນໍ້າຖ້ວມ 20.000 ກວ່າຕອນ

Jan 18, 2025

ເມື່ອບໍ່ດົນມານີ້, ທ່ານ ນ. ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມ ດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ຊຸກຍູ້ ແລະ ຊີ້ນໍາການຈັດຕັ້ງປະຕິບັດວຽກງານຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢູ່ແຂວງ ຫຼວງນໍ້າທາ.
ໃນໂອກາດນີ້ ທ່ານລັດຖະມົນຕີ ພ້ອມຄະນະ ໄດ້ເຂົ້າຢ້ຽມຢາມພົບປະກັບ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງ ນໍ້າທາ ທີ່ຫ້ອງວ່າການປົກຄອງແຂວງ ເພື່ອສະເໜີຈຸດປະສົງ ແລະ ແລກປ່ຽນຄຳຄິດຄຳເຫັນ ໃນການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ຫຼັງຈາກນັ້ນ, ທ່ານໄດ້ໂອ້ລົມ ພະນັກງານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມທັງ 5 ເມືອງ ຂອງແຂວງຫຼວງນໍ້າທາ.
ໃນກອງປະຊຸມດັ່ງກ່າວ ທ່ານໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ ການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ໃນຕໍ່ໜ້າ ໂດຍສະເພາະວຽກງານເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດ ໝາຍ, ວຽກງານທີ່ດິນ ເປັນຕົ້ນ ໃຫ້ເອົາໃຈໃສ່ດຳເນີນການນຈັດສັນທີ່ດິນຂັ້ນເມືອງ ແລະ ຂັ້ນບ້ານ ໃຫ້ສຳເລັດ, ດຳເນີນການປັບປຸງເຂດປະເມີນລາຄາທີ່ດິນ, ການຂຶ້ນທະບຽນອອກໃບຕາດິນ ໃຫ້ສຳເລັດຕາມແຜນການທີ່ວາງໄວ້. ຈາກ ນັ້ນ, ທ່ານລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດ ວຽກຢູ່ ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດ ລ້ອມເມືອງຫຼວງນໍ້າທາ, ຫ້ອງການບ້ານນໍ້າແດງ ທີ່ເປັນບ້ານເປົ້າ ໝາຍໂຄງການຂຶ້ນທະບຽນ ອອກໃບຕາດິນ ຢ່າງເປັນລະບົບຂອງເມືອງຫຼວງນໍ້າທາ.
ນອກຈາກນັ້ນ, ທ່ານລັດຖະມົນຕີ ຍັງໄດ້ຮັບຟັງການລາຍງານ ສະພາບໄພນ້ຳຖ້ວມ ຢ່າງຮ້າຍແຮງ ທີ່ສຸດໃນ ຮອບ 45 ປີ ໃນເດືອນກັນຍາ ປີ 2024 ທີ່ຜ່ານມາ ເຊິ່ງສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ຊີວິດຂອງປະຊາຊົນຈຳນວນໜຶ່ງ ໂດຍສະເພາະຢູ່ເມືອງຫຼວງນໍ້າທາ ທີ່ເປັນເມືອງເປົ້າໝາຍຂອງໂຄງການຂຶ້ນທະ ບຽນອອກໃບຕາດິນຢ່າງເປັນ ລະບົບ ໄດ້ຮັບຜົນກະທົບເປັນມູນຄ່າປະມານ 4 ຕື້ກວ່າກີບ.
ນອກຈາກນັ້ນ, ສໍານວນເອກະສານໃບຕາດິນ ລວມ 20.000 ກວ່າຕອນ ໄດ້ຖືກນໍ້າຖ້ວມ. ໃນໂອກາດນີ້ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈຶ່ງໄດ້ມອບ ເງິນຊ່ວຍ ເຫຼືອຈໍານວນໜຶ່ງ ແລະ ຈະໄດ້ກະກຽມສົ່ງຄະນະວິຊາການຈາກກົມກ່ຽວ ຂ້ອງຂອງກະຊວງ ມາຊ່ວຍແກ້ໄຂ ວຽກງານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້ ໂດຍສະເພາະ ການກູ້ຄືນສໍານວນເອກະສານຕອນດິນ, ການສ້ອມແປງ ປັບປຸງສະຖານີອຸຕຸນິຍົມ, ຫຼາວັດແທກລະດັບນໍ້າ ແລະ ອື່ນໆ ທີ່ເປ່ເພ ເພື່ອໃຫ້ວຽກງານກັບຄືນສູ່ສະພາບປົກກະຕິໂດຍໄວ.
ໃນໂອກາດນີ້, ທ່ານ ຍັງໄດ້ມອບເງິນຈໍານວນຫນຶ່ງໃຫ້ ແຂວງຫລວງນໍ້າທາ ເພື່ອປະກອບສ່ວນຟື້ນຟູນໍ້າສ້ວມ ຕື່ມອີກ.
ທີ່ມາ: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ