ໃນວັນທີ 15 ມັງກອນ 2025, ຄະນະຜູ້ແທນແຂວງຈໍາປາສັກ ເຊີ່ງນໍາໂດຍ, ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງ ພັກ, ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ; ສືບຕໍ່ເຄື່ອນໄຫວ ຢ້ຽມຍາມ ພົບປະ ຮ່ວມເຮັດວຽກທີ່ແຂວງ ດົ່ງຖາບ, ໂດຍການຕ້ອນຮັບຂອງ ສະຫາຍ ແຂວງ ທ່ານ ເລ ກວັກ ຟອງ ກໍາມະ ການສູນກາງພັັກ ເລຂາພັກແຂວງ ຫົວໜ້າຄະນະຜູ້ແທນ ສະພາ ແຫ່ງຊາດ ແຂວງດົ່ງຖັບ.
ໃນໂອກາດດັ່ງກ່າວ, ສະຫາຍ ອາລຸນໄຊ ສູນນະລາດ ກໍ່ໄດ້ກ່າວໃຫ້ຮູ້ເຖິງສະພາບລວມຂອງແຂວງ ໂດຍສັງເຂບ ວຽກງານຈຸດສຸມຂອງແຂວງ, ບັນດາຄາດໝາຍດ້ານເສດຖະກິດ-ສັງຄົມ ຫັນໄປສູ່ທັນສະໄໝ, ການຄ້າ-ການລົງທຶນ, ການບໍລິການການທ່ອງທ່ຽວ, ຄວາມສະຫງົບຕາມເຂດຊາຍແດນ, ການກະກຽມການດໍາເນີນກອງປະຊຸມໃຫ່ຍສາມຂັ້ນ, ການກະກຽມສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ-ຂອງພັກໃນປີຕໍ່ໜ້າ, ເຊິ່ງການຢ້ຽມຢາມໃນຄັ້ງນີ້ເປັນການ ສືບຕໍ່ເສີມຂະຫຍາຍບົດບັນທຶກການຮ່ວມມື ກັບບັນດາແຂວງແຮກສ່ຽວ, ກໍ່ຄືແຂວງດົ່ງຖັບ ໃນບັນດາຂະແໜງ ການຕ່າງໆ.
ສະຫາຍ ແຂວງ ທ່ານ ເລ ກວັກ ຟອງ ກໍ່ໄດ້ກ່າວເປັນຮູ້ເຖິງ ຜົນງານການຈັດຕັັ້ງປະຕິບັດ ໃນໄລຍະທີ່ຜ່ານມາ ຂອງແຂວງອານຢາງໂດຍສັງເຂບ, ຈຸດພິເສດຂອງແຂວງດົງຖາບເປັນແຂວງທີ່ມີທ່າແຮງໂດດເດັ່ນທາງດ້ານກະສິກຳ, ການສົ່ງອອກວັດຖຸດິບໃນໄລຍະຜ່ານມາ ເປັນຕົ້ນແມ່ນປາສະບາຍ,ພືດກະສິກຳ, ນອນໃນອັນດັບ5 ຂອງບັນດາແຂວງຫວຽດນາມທີ່ມີການແຂ່ງຂັນທາງດ້ານກະສິກຳ, ໂດຍສະເພາະແມ່ນ ການຜະລິດກະສິກຳແບບການ ນໍາໃຊ້ທ່າແຮງ ຈາກທຳມະຊາດ, ຍົກລະດັບຄຸນນະພາບ ຜະລິດຕະ ພັນ ສິນຄ້າ ນໍາໃຊ້ພູມປັນຍາທີ່ເປັນພື້ນຖານຂອງທ້ອງຖິ່ນ ໂດຍການມີສວ່ນຮ່ວມຂອງປະຊາຊົນ ເປັນການພັດທະນາຊົນນະບົດອັນເປັນປັດໃຈພື້ນຖານສໍາຄັນຂອງການພັດທະນາ,ນອກນັ້ນ,ກໍ່ແມ່ນການສຶກສາ ວິຊາສະເພາະ ສີມືແຮງງານ.
ການພົບປະຢ້ຽມຢາມຄັ້ງນີ້, ທັງສອງຝ່າຍ ຮ່ວມກັນຕີລາຄາຄືນບັນດາໝາກຜົນ ຜົນງານທີ່ໄດ້ຮ່ວມມື ໃນໄລຍະທີ່ຜ່ານມາ; ແຜນການຮ່ວມມື ໃນຕໍ່ໜ້າ ໂດຍສະເພາະ ແມ່ນການສຶກສາ, ການທ່ອງທ່ຽວ, ສືບຕໍ່ສ້າງເງື່ອນໄຂການທັດສະນະສຶກສາ ແລະ ແລກປຽນບົດຮຽນດ້ານກະສິກຳເປັນຕົ້ນແມ່ນ: ການປູກ ແລະ ຜະລິດເຂົ້າ, ປາ, ຕົ້ນໄມ້ກິນໝາກ ທີ່ເປັນຜະລິດຕະພັນທ່າແຮງຫຼັກ ແລະ ເສດຖະກິດດ້ານກະສິກໍາ,ຄໍ້າປະກັນ ສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກ ຂຸດຄົ້ນຊັບພະຍາກອນທໍາມະຊາດ, ຄົມມະນາຄົມ ຍາດແຍ່ງເອົາການຊວ່ຍເຫຼືອ ດຶງດູດການລົງທຶນ,, ການຜະລິດ- ປຸ່ງແຕ່ງເປັນສິນຄ້າ ຕາມທ່າແຮງຂອງທັງສອງຝ່າຍ; ເພື່ອສ້າງລາຍຮັບໃຫ້ແກ່ ທ້ອງຖິ່ນກໍ່ຄື ແຂວງຈໍາປາສັກ ແລະ ແຂວງ ດົ່ງຖັບ ສສ ຫວຽດນາມ ໄດ້ມີການແລກປ່ຽນ ຊື້ຂາຍສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນທີ່ດີຂື້ນ ເທື່ອລະກ້າວ,
ສືບຕໍ່ຮັດແໜ້ນສາຍພົວພັນ ການຮ່ວມມືໃຫ້ມີຜົນສໍາເລັດອັນໃໝ່ ໃຫ່ຍຫຼວງກວ່າເກົ່າ ສືບຕໍ່ສົ່ງເສີມສາຍພົວພັນໂດຍການ ສຶກສາອົບຮົມຄົນຮຸ່ນໃໝ່ໃຫ້ເຂົ້າໃຈ ຮັບຮູ້ສາຍພົວພັນພິເສດ ອັນເປັນສົມບັດ ອັນລໍ້າຄ່າຂອງປະຊາຊົນສອງຊາດ ລາວ-ຫວຽດ ນາມເພື່ອເປັນເສົາຄໍ້າຄວາມໜັ້ນຄົງ ຄວາມສາມັກຄີ, ນອກນັ້ນຍັງມີ, ການແລກປ່ຽນບົດຮຽນ ການບໍລິການຊຸມຊົນ, ຄວາມຮູ້ດ້ານ ວິຊາສະເພາະ ບັນດາ ຂະແໜງການ ຂັ້ນເມືຶອງ ແລະ ຂັ້ນທ້ອງຖິ່ນ ໃຫ້ເປັນຮູບປະທໍາຫຼາຍຂື້ນກວ່າເກົ່າ, ເພື່ອຮັດແໜ້ນການຮ່ວມມືກ້າວໄປສູ່ລວງເລິກ ຢ່າງເປັນຮູບປະທໍາ.
ທີ່ມາ: Media Laos





