ໃນວັນທີ 17 ມັງກອນ 2025 ນີ້, ຄະນະນໍາແຂວງຈໍາປາສັກ ນຳໂດຍ ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ກຳມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຈໍາປາສັກ, ມີຄະນະນຳຂັ້ນແຂວງ, ກອງບັນ ຊາການທະຫານແຂວງ, ກອງບັນຊາການປ້ອງກັນຄົວາມສະຫງົບແຂວງ ແລະ ຂົງເຂດວັດທະນະທຳ-ສັງຄົມໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ອະນຸ ສອນສະຖານ ປະທານ ໄກສອນ ພົມວິຫານ ທີ່ສະໜາມແດງ ນະ ຄອນປາກເຊ ແຂວງຈໍາປາສັກ ເນື່ອງໃນໂອກາດວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 76 ປີ ( 20 ມັງກອນ 1949 – 20 ມັງກອນ 2025 ) ເພື່ອເປັນການຈາລຶກເຖີງບຸນຄຸນ, ຄຸນງາມ, ຄວາມດີຂອງບັນດາການນໍາ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງ ຂັນ,ນັກຮົບປະຕິວັດ ທີ່ໄດ້ສຸມທຸກສະຕິປັນຍາ, ອຸທິດກຳລັງແຮງກາຍ, ເສຍສະຫຼະຊີວິດເລືອດເນື້ອຂອງຕົນ ເພື່ອປະເທດຊາດ ເພື່ອຄວາມເປັນເອກະລາດ ສ້າງສັງຄົມໃຫ້ມີຄວາມຜາສຸກ ແລະ ປະເທດຊາດຂໍຈົດຈໍາຈາລຶກຜົນງານ,ຄຸນງາມຄວາມດີ, ວີລະກຳອັນລໍ້າເລີດຂອງພວກເພິ່ນນີ້ໄວ້ຕະຫຼອດກາລະນານ.
ຂ່າວ: ດາວົງ ບຸດຕະວົງ






