ໃນວັນທີ 18 ມັງກອນ 2025ນີ້, ທ່ານ ສອນທະນູ ທໍາມະວົງ ເຈົ້າແຂວ ບໍລິຄໍາໄຊ ພ້ອມດ້ວຍພະແນກການຂັ້ນແຂວງ ແລະ ເມືອງ ເຄື່ອນໄຫວຢ້ຽມຢາມນາຍ-ພົນທະຫານກອງຮ້ອຍຊາຍ ແດນ 254 ດອນຄອນລາດ
ກອງຮ້ອຍຊາຍແດນ 254 ຊຶ່ງແມ່ນຫົວໜ່ວຍກົມກອງປ້ອງ ກັນຊາຍແດນໜຶ່ງທີ່ຂຶ້ນກັບກອງບັນຊາການທະຫານແຂວງ ບໍລິຄໍາໄຊ ສໍານັກງານກອງຮ້ອຍຕັ້ງຢູ່ດອນຄອນລາດ ຮັບຜິດຊອບຄຸ້ມຄອງປ້ອງກັນຊາຍແດນເບື້ອງຕາເວັນຕົກຂອງແຂວງ ຂອບ ເຂດຊາຍແດນທີ່ກົມກອງຮັບຜິດຊອບ ແຕ່ເມືອງ ປາກງື່ມ ນະ ຄອນຫຼວງວຽງຈັນ ຮອດເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ມີລວງຍາວເສັ້ນຊາຍແດນຕິດກັບປະເທດໄທ 66.2 ກິໂລແມັດ ຊຶ່ງໃນໄລຍະຜ່ານມາກອງຮ້ອຍຊາຍແດນ 254 ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ ຈັດຕັ້ງເຄື່ອນໄຫວຢ່າງຕໍ່ເນື່ອງ ດ້ວຍຄວາມຮັບຜິດຊອບສູງຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ປະຊາ ຊົນລຽບຕາມຊາຍແດນເມືອງ ທ່າພະບາດທີ່ກອງຮ້ອຍທະຫານຊາຍແດນຮັບຜິດຊອບແມ່ນມີແນວຄິດອຸນອ່ຽນທຸ່ນທ່ຽງ ເຊື້ອໝັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ອໍານາດການປົກຄອງທ້ອງຖິ່ນໄດ້ເປັນຢ່າງດີ.
ໂອກາດນັ້ນ ທ່ານ ເຈົ້າແຂວງ ໄດ້ຍ້ອງຍໍຊົມເຊີຍມາຍັງອ້າຍ ນ້ອງທະຫານ ທີ່ເອົາໃຈໃສ່ປະຕິບັດໜ້າທີ່ຕົນເອງດ້ວຍຄວາມ ຮັບຜິດຊອບສູງ ຮັກສາໄດ້ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຕາມຊາຍແດນໄດ້ເປັນຢ່າງດີ ພ້ອມນັ້ນ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949 – 20 ມັງກອນ 2025) ທ່ານຍັງໄດ້ອວຍພອນໄຊມາຍັງບັນດານາຍ ແລະ ພົນທະ ຫານທຸກທົ່ວໜ້າ, ພິເສດນາຍພົນທະຫານກອງຮ້ອຍຊາຍແດນ 254 ຈົ່ງມີສຸຂະພາບເຂັ້ມແຂງ ປະສົບຜົນສໍາເລັດໃນໜ້າທີ່ການເມືອງ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບປະຊາ ຊົນລາວໃຫ້ມີຄວາມເຕີບ ໃຫຍ່ຂະຫຍາຍຕົວສົມກັບເປັນກອງ ທັບປະຊາຊົນຢ່າງແທ້ຈິງນອກນັ້ນ,
ພ້ອມນີ້, ໄດ້ມອບກະຕ່າຂອງຂວັນ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງີນສົດຈໍານວນ 20 ລ້ານກີບ ໃຫ້ກັບກົມກອງເພື່ອໝູນໃຊ້ເຂົ້າໃນການພັດທະນາກົມກອງຕື່ມອີກ.
ທີ່ມາ:ໜັງສືພິມບໍລິຄໍາໄຊ




