ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນໍາກະຊວງປ້ອງກັນປະເທດຕ້ອນຮັບຫລາຍພາກສ່ວນເຂົ້າອວຍພອນ

Jan 20, 2025

ວັນທີ 17 ມັງກອນ 2025 ຜ່ານມາ, ຫລາຍພາກສ່ວນ ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະນຳກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 76 ປີ.
ໃນນີ້, ມີກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ສະຫາຍ ພົນໂທ ກົງທອງ ພົງວິຈິດ ກຳມະການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນ ຄວາມສະຫງົບ ພ້ອມດ້ວຍຄະນະ, ສະມາ ຄົມທູດທະຫານ ຕ່າງປະ ເທດປະຈຳລາວ ນໍາໂດຍ ທ່ານ ນາວາອາກາດເອກ ຮຸ່ງໂຣດ ສຸຂຸມ (ທູດທະຫານອາກາດໄທ ປະຈຳລາວ) ຫົວໜ້າສະມາຄົມທູດທະຫານຕ່າງປະເທດ ພ້ອມດ້ວຍຄະນະ ເຊິ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ.
ນອກນີ້, ຍັງມີກະຊວງເຕັກໂນໂລຊີ ແລະ ການສື່ສານ ນໍາໂດຍ ທ່ານ ສັນຕິສຸກ ສິມມາລະວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສູນກາງສະຫະພັນ ກໍາມະບານລາວ ນໍາໂດຍ ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງກຳມະບານລາວ, ຄະນະຈັດຕັ້ງສູນກາງພັກ ນໍາໂດຍ ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ.
ພ້ອມນີ້, ຍັງມີສະມາຄົມການສຶກສາພາກເອກະຊົນ ນຳໂດຍ ທ່ານ ປະສິດທິພົນ ພອນວັນທາ ຮອງປະທານສະມາຄົມ ແລະ ສູນກາງສະຫະພັນແມ່ຍິງລາວ ນຳໂດຍທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຊົມລົມບໍລິສັດປະເມີນປະເມີນມູນຄ່າ ແລະ ຊັບສິນ ນຳໂດຍ ທ່ານ ປະສິດທິພົນ ພອນວັນທາ ຮອງປະທານຊົມລົມ, ກະຊວງອຸດສາຫະກຳ ແລະ ການຄ້າ ນຳໂດຍ ທ່ານ ພຸດທະວັນ ນັນທະວົງ ຫົວໜ້າກົມກວດກາ ໂດຍການຕ້ອນຮັບຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການກະຊວງປ້ອງກັນ ປະເທດ.
ໃນໂອກາດນີ້, ພາກສ່ວນຕ່າງໆ ສະແດງຄຳອວຍພອນອັນອົບອຸ່ນ ຕໍ່ຄະນະນໍາກະຊວງປ້ອງກັນປະເທດ ຕະຫລອດຮອດ ພະນັກງານ-ນັກຮົບ ໃນທົ່ວກອງທັບ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊິວິດສ່ວນຕົວ ແລະ ຄອບຄົວ, ພ້ອມກັນສືບຕໍ່ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໜາຍໃຫ້, ສືບຕໍ່ປົກປັກຮັກສາປະເທດຊາດ ໃຫ້ມີຄວາມ ສະຫງົບສຸກຕະຫລອດໄປ.
ຂ່າວ: ໜັງສືພິມກອງທັບ
May be an image of 12 people and text
May be an image of 10 people