ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນວັດທະນະທຳຈີນ ສະເຫຼີມສະຫຼອງບຸນກຸດຈີນ ປີ 2025

Jan 20, 2025

ສູນວັດທະນະທຳຈີນ ປະຈຳລາວ ໄດ້ຈັດກິດຈະກຳສະເຫຼີມສະຫຼອງບຸກກຸດຈີນປີ 2025 ໃນວັນທີ 17 ມັງກອນນີ້ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວັນໄຊ ຕະວິນຍານ ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພີມປະຊາຊົນ, ທ່ານ ນາງ ຝາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳ ລາວ ກ່າວວ່າ: ກິດຈະກຳຄັ້ງນີ້ ພາຍໃຕ້ຫົວຂໍ້ ສະເຫຼີມສະຫຼອງບຸນກຸດຈີນ ແລະ ສຳຜັດວັດທະນະທຳຫູເປີຍທີ່ປະ ເທດລາວ, ຫູເປີຍ ເປັນແຫຼ່ງກໍາເນີດຂອງວັດທະນະທໍາສູ, ຜູ້ຄົນໃນທີ່ນີ້ ມີແຮງປາຖະ ໜາອັນແຮງກ້າຕໍ່ກັບການສະແຫວງຫາການດໍາດົງຊີວິດທີ່ດີຂຶ້ນ. ກ່ອນບຸນກຸດຈີນ ພວກເຂົາພາກັນຕິດກອນຄູ່, ເຈ້ຍຕັດ, ຮູບພາບບຸນປີໃໝ່ຈີນທີ່ປະຕູ ແລະ ປ່ອງ ຢ້ຽມ, ກະກຽມເຄື່ອງທູບໃນການສັກກາລະບູຊາບັນພະບູລຸດ ແລະ ກະກຽມຊາເພື່ອຕ້ອນຮັບແຂກ, ໃນມື້ບຸນ ຜູ້ຄົນຈະໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ກັນ, ພ້ອມທັງອວຍພອນໃຫ້ກັນ ແລະ ກັນກິດຈະກໍາ“ສະເຫຼີມສະຫຼອງບຸນກຸດຈີນຍັງໄດ້ສໍາຜັດວັດທະນະທໍາ ແຂວງຫູເປີຍທີ່ປະເທດລາວ” .
ການວາງສະແດງມໍລະດົກວັດທະນະທໍານາມມະທໍາຄັ້ງນີ້ ມີ 8 ລາຍການທີ່ຕາງໜ້າໃຫ້ກັບມໍລະດົກວັດທະ ນະທໍານາມມະທໍາຂອງແຂວງຫູເປີຍທີ່ກ່ຽວຂ້ອງຢ່າງໃກ້ຊິດກັບປະເພນີບຸນກຸດຈີນຄື: ການຕັດເຈ້ຍລາຍດອກໄມ້ ເມືອງສ້ຽວການ, ສິລະປະການເຮັດຊາຢູ້ລູ້ ເອິ່ນສື, ສິລະປະການເຮັດຊາດິນຈີ່ ຈ້າວຫຼີສຽວ, ການປັກແສ່ວຕ້າແຢ, ສິລະປະການເຮັດທູບສູຊ່ຽງ, ການປັ້ນແປ້ງເອີ້ໂຈ່ວ, ການຂຽນຕົວອັກສອນຈີນ, ສິລະ ປະພາບພິມບຸນກຸດຈີນ. ວິທີນີ້ແບ່ງປັນວິໄສທັດທີ່ສວຍງາມຂອງປີໃໝ່ຈີນກັບປະຊາ ຊົນລາວ.
ທ່ານ ວັນສີ ກົວມົວ ໄດ້ກ່າວວ່າ: ໃນນາມກະຊວງ ຖວທ ແຫ່ງ ສປປ ລາວ, ການຈັດງານຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຫຼາຍ, ທັງເປັນການສະເຫຼີມສະຫຼອງບຸນກຸດຈີນ ທີ່ຖືກບັນທຶກເຂົ້າໃນລາຍຊື່ມໍລະດົກວັດທະນະທຳນາມມະທຳຂອງໂລກ ໂດຍອົງການອຸຍເນສໂກ ແລະ ຍັງເປັນການສົ່ງເສີມການແລກປ່ຽນວັດທະນະ ທຳລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ດັ່ງຄຳສຸພາສິດຈີນທີ່ວ່າ “ເພື່ອນບ້ານທີ່ດີ ມີຄ່າກວ່າຍາດຕິພີ່ນ້ອງທີ່ຢູ່ໄກ” ສາຍພົວພັນມິດຕະພາບລາວ-ຈີນ ໄດ້ມີມາແຕ່ບູຮານ ນະການ ແລະ ນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ມີຄວາມສະ ໜິດສະໜົມ ແລະ ຮອບດ້ານ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ຍັງໄດ້ເນັ້ນຢໍ້າເຖິງຄວາມສຳຄັນຂອງການເສີມສ້າງສາຍພົວພັນແບບຄູ່ຮ່ວມຊາຕາກຳລາວ -ຈີນ, ດັ່ງຄຳເວົ້າທີ່ວ່າ: “ສາຍພົວພັນລາວ-ຈີນ ແມ່ນການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ”.
ຂ່າວ-ພາບ: ບຸນອູ້ມ