(19.1.25) ແຂວງຈໍາປາສັກ ຈັດຂະບວນຖີບລົດເພື່ອສຸຂະພາບ ຈາກນະຄອນປາກເຊ – ເມືອງປາກຊອງ ລວມໄລຍະທາງ 50 ກິໂລແມັດ ໂດຍການເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ.
ການຈັດກິດຈະກຳຖີບລົດເພື່ອສຸຂະພາບໃນຄັ້ງນີ້ເພື່ອຂໍ່ານັບຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ສະເຫຼີມສະຫຼອງສາມວັນປະຫວັດຂອງພັກຂອງຊາດໃນປີ 2025 ນີ້ ຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ທັງເພື່ອເປັນການສົ່ງເສີມ ການທ່ອງທ່ຽວພາຍໃນແຂວງຈຳປາສັກ ໃຫ້ເປັນຂະບວນການຟົດຟື້ນ ດຶງດູດການທ່ອງທ່ຽວໃຫ້ຫຼາຍຂື້ນກວ່າເກົ່າ.
ເຂົ້າຮ່ວມຂະບວນຖີບລົດໃນຄັ້ງນີ້. ນອກຈາກພາຍໃນແຂວງຈໍາປາສັກ ຍັງມີມາຈາກ ຈັງຫວັດອຸບບົນຣາຊະທານີຂອງໄທ, ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງອັດຕະປື ແລະ ຈາກສະໂມສອນຕ່າງໆທົ່ວແຂວງຈຳປາສັກ ລວມທັງ ໝົດ 200 ກວ່າຄົນ.
ຂ່າວ-ພາບ: ຈັນທະວີສັກ






