ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປກສ ແຂວງຫຼວງພະບາງ ສຸມໃສ່ແກ້ໄຂຢາເສບຕິດ ຕິດພັນກັບ 3 ຫຼັກການ

Jan 20, 2025

ພັອ ຄຳເພົາ ເດດບັນດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ ສື່ມວນຊົນ ປກສ ໃນວັນທີ 16 ມັງກອນ 2025 ຕໍ່ກັບຜົນງານໃນການຈັດຕັ້ງປະຕິບັດຜັນ ຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງຫຼວງພະບາງ ແຕ່ປີ 2021-2023 ແລະ 2024 ຫາປັດ ຈຸບັນ ບັນລຸໄດ້ຕາມລະດັບຄາດໝາຍ ໂດຍເຈົ້າໜ້າທີ່ໄດ້ເຄື່ອນ ໄຫວ ແລະ ແກ້ໄຂ ຕາມພັນກັບ 3 ຫຼັກການ ໂດຍຄວາມເດັດຂາດ ໂປ່ງໃສ ແລະ ເປັນມືອາຊີບ, ໃນປີ 2024 ສາມາດມ້າງຄະດີຢາ ເສບຕິດປະເພດຕ່າງໆໄດ້ 157 ເລື່ອງ ຜູ້ກຫາ 264 ຄົນ ຍິງ 26 ຄົນ.
ພັອ ຄໍາເພົາ ເດດບັນດິດ ກ່າວວ່າ: ໂດຍປະຕິບັດຕາມມະຕິ, ຄໍາສັ່ງ, ແນະນຳຂອງຂັ້ນເທິງ ກ່ຽວກັບວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ພ້ອມຄະນະພັກກອງບັນຊາກອງບັນຊາການ ປກສ ຫຼວງພະບາງ ໄດ້ນຳພາ-ຊີ້ນຳ ນາຍ ແລະ ພົນຕຳຫຼວດ ປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການ ໃນນີ້ໄດ້ເພີ່ມທະວີ, ຍົກລະດັບການນຳພາ-ຊີ້ນຳການ ເຄື່ອນໄຫວຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ໄລຍະ 2021-2023 ແມ່ນໄດ້ມີຜົນສຳເລັດຫຼາຍດ້ານຕາມຄາດໝາຍ ແລະ ໄລຍະ ປີ 2024 -2025 ໄດ້ສືບຕໍ່ສຸມໃສ່ ຕາມ 6 ວຽກຈຸດສຸມ ແລະ ປະຕິບັດຕາມຄໍາຂວັນ ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫຼັກ ແລະ ຕິດພັນກັບ 3 ຫຼັການຄື: ເດັດຂາດ, ໂປ່ງໃສ , ເປັນມືອາຊີບ. ໃນນີ້ແມ່ນໄດ້ເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ຜົນຮ້າຍຂອງຢາເສບ ຕິດໃຫ້ເປົ້າໝາຍກຸ່ມສ່ຽງຢູ່ຂົງເຂດສຳນັກງານ-ອົງການ, ສະຖາບັນການສຶກສາ ແລະ ບ້ານ ເພື່ອໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈ; ຕິດພັຍກັບການແກ້ໄຂເປົ້າໝາຍຄ້າ-ຂາຍຢາເສບຕິດ ທົ່ວແຂວງຫຼວງພະບາງ, ໃນນີ້ ປີ 2024 ສາມາດມ້າງຄະດີຢາເສບຕິດໄດ້ 157 ເລື່ອງ, ຢຶດຂອງກາງຢາເສບຕິດປະເພດ ຢາເຮໂຣອິນ 71 ແທ່ງ ກັບ 19 ຫໍ່ໃຫຍ່ ນໍ້າໜັກ 48,973 ກິໂລກຼາມ, ຢາບ້າ 1.112.204 ເມັດ, ຍຶດລົດໃຫຍ່ 7 ຄັນ, ລົດຈັກ 71 ຄັນ ແລະ ໂທລະສັບມືຖື ຈໍານວນ 206 ໜ່ວຍ, ຍຶດວັດຖຸ ເງິນ, ຄໍາ ແລະ ວັດຖຸມີຄ່າ ເງິນກີບ ຈໍານວນ 307.813.000 ກີບ, ເງິນ ບາດ 113.540 ບາດ, ເງິນປອນ 590 ປອນ, ເງິນໂດລາ 4,032 ໂດລາ, ສາຍ ຄໍຄໍາ 05 ເສັ້ນ, ສາຍແຂນຄໍາ 02 ເສັ້ນ ແລະ ວັດຖຸມີຄ່າ, ຢາເສບຕິດ ແລະ ອາວຸດ ແລະ ວັດຖຸທາດລະເບີດອີກຈຳນວນຫຼາຍລາຍການ.
ພ້ອມກັນນີ້, ຍັງໄດ້ ຂຶ້ນບັນຊີເປົ້າໝາຍພື້ນທີ່ຫຼ່ໍແຫຼມມີ 12 ຈຸດ ແລະ ສາມາດແກ້ໄຂໄດ້ແລ້ວ 7 ຈຸດ; ຂຶ້ນບັນຊີເປົ້າໝາຍທີ່ພົວພັນຄ້າຂາຍຢາເສບຕິດໃນທົ່ວແຂວງ ມີ 11,257 ເປົ້າໝາຍ, ຍິງ 600 ເປົ້າໝາຍ; ຂຶ້ນບັນຊີເປົ້າໝາຍເສບຢາເສບຕິດ 12,214 ຄົນ, ຍິງ 515 ຄົນ, ໃນນນີ້ ໄດ້ສົ່ງໄປປິ່ນປົວບໍາບັດ ມີ 516 ຄົນ, ປິ່ນປົວດີແລ້ວມອບສົ່ງໃຫ້ຄອບຄົວ 169 ຄົນ, ຍິງ 06 ຄົນ.
ສໍາລັບທິດທາງໃນຕໍ່ໜ້າ, ປກສ ແຂວງຫຼວງພະບາງ ຈະສືບຕໍ່ຈັດຕັ້ງປະຕິບັດການແກ້ໄຂບັນຫາຢາເສບຕິດຕາມແຜນວຽກງານມ້າງລາຍຄະດີໃຫ້ ບັນລຸຜົນສໍາເລັດຕາມຈຸດປະສົງ ໂດຍສະເພາະແມ່ນຈໍານວນເປົ້າໝາຍຄ້າຂາຍທີ່ຍັງມ້າງບໍ່ທັນໄດ້ ໃນໄລຍະຈັດຕັ້ງປະຕິບັດວາລະແຫ່ງຊາດ, ປຸກລະດົມຈິດໃຈທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດພໍ່-ແມ່, ປະຊາຊົນ ໃນສັງຄົມໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມຫຍຸ້ງຍາກ, ສັບສົນ ໃນການແກ້ໄຂບັນຫາຢາເສບຕິດ ທີ່ຍັງລະບາດຢູ່ເປັນວົງກວ້າງ ແລະ ມີທ່າທີ່ຍັງ ຮຸນ ແຮງໃນປັດຈຸບັນ, ສືບຕໍ່ເຮັດໃຫ້ສັງຄົມມີຄວາມສະຫງົບ, ບັນຫາປະກົດການຫຍໍ້ທໍ້ຕ່າງໆ ຫຼຸດລົງ, ສັງຄົມມີຄວາມປອດໄພ ເປັນ ລະບຽບຮຽບຮ້ອຍ ເຊິ່ງຈະເປັນເງື່ອນໄຂໃນການສ້າງສາພັດທະນາເສດທະກິດ, ວັດທະນາທຳ-ສັງຄົມ ກ້າວໄປສູ່ສັງຄົມທີ່ ປອດຢາເສບຕິດໃນທີ່ສຸດ, ເພື່ອສ້າງໃຫ້ແຂວງຫຼວງເປັນເມືອງທີ່ສະຫງົບປອດໄພ ເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໃຫ້ສົມກັບເປັນເມືອງມໍລະດົກໂລກ.
ພາຍ-ຂ່າວ: ກົມສື່ມວນຊົນ ປກສ