ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນໍາກະຊວງປ້ອງກັນປະເທດ ເຄື່ອນໄຫວຢ້ຽມຢາມໂຮງໝໍສູນກາງ 103 ກອງທັບ

Jan 20, 2025

ວັນທີ 18 ມັງກອນ 2025 ນີ້, ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນ ໄຫວຢ້ຽມຢາມ, ພົບປະໂອ້ລົມ ພະນັກງານ-ແພດໝໍໂຮງໝໍສູນ ກາງ103 ກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ( 20 ມັງກອນ 1949 – 20 ມັງກອນ 2025 ). ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ ພ້ອມຄະນະ.
ສະຫາຍ ພົນຈັດຕະວາ ສະແຫວງໄຊ ດາລາສາດ ໄດ້ລາຍ ງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງໂຮງໝໍສູນກາງ 103 ກອງທັບ ໃນໄລຍະຜ່ານມາ ເຊິ່ງຄະນະພັກ-ຄະນະອໍານວຍການໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາພະນັກງານ-ແພດໝໍປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າ. ສະແດງອອກໃນ 1 ປີ ຜ່ານມາສາມາດຮັບກວດພະຍາດທັງໝົດ 133,008 ກໍລະນີ, ຮັບເຂົ້ານອນປິ່ນປົວ 32,712 ກໍລະນີ, ແກ້ໄຂສຸກເສີນ 44,200 ກໍລະນີ, ຜ່າຕັດທັງໝົດ 5,337 ກໍລະນີ, ກວດເລືອດ 193,350 ກໍລະນີ, ລັງສີ 29,976 ກໍລະນີ, ເອໂກ 42,236 ກໍລະນີ, ຊິທີ 1,438 ກໍລະນີ ແລະ ອື່ນໆ… ວຽກງານວິຊາສະເພາະພົ້ນເດັ່ນໃນປີ 2024 ແມ່ນການຜ່າຕັດປູກຖ່າຍໄຂ່ຫຼັງ ໄດ້ 11 ກໍລະນີ, ການຜ່າຕັດຜ່ານກ້ອງສ່ອງ, ການຜ່າຕັດກະດູກເສົາສັນຫຼັງ, ການຜ່າຕັດແກ້ໄຂກະທົບສະໝອງ, ການຜ່າຕັດປອດ, ການສຸກເສີນຄົນ ເຈັບກະທັນຫັນ, ການບົວລະບັດຄົນເຈັບໜັກ, ການແກ້ໄຂພະ ຍາດໄຂ້ຍຸງລາຍລະບາດ. ນອກຈາກວຽກງານການປິ່ນປົວແລ້ວ ໂຮງໝໍສູນກາງ 103 ກອງທັບຍັງໄດ້ພົວພັນຮ່ວມມືກັບຊ່ຽວ ຊານການແພດກອງທັບປະຊາຊົນຈີນ ແລະ ຊ່ຽວຊານກອງທັບປະຊາຊົນຫວຽດນາມ ແລະ ໄດ້ເຂົ້າຮ່ວມຊ້ອມຮົບລາວ-ລັດເຊຍ, ຊ້ອມຮົບຂະບວນລົດໄຟສັນຕິພາບລາວ-ຈີນ, ຊ້ອມຮົບຕ້ານໄພພິບັດ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ. ຈາກນັ້ນ, ຄະນະນຳກະຊວງປ້ອງກັນປະເທດ ຍັງໄດ້ຢ້ຽມຢາມຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍສູນກາງ 103 ກອງທັບ ແລະ ໄດ້ຮັບຊົມການ ສະແດງສິລະປະສະໝັກຫຼິ້ນຂອງກົມກອງຕື່ມອີກ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາສໍາຄັນ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການ ຕ້ອງສຸມໃສ່ປັບປຸງກໍ່ສ້າງກຳລັງໃນທຸກດ້ານໃຫ້ມີຄຸນນະພາບ ແລະ ມີການຫັນປ່ຽນຢ່າງເດັ່ນຊັດ, ສຶກສາອົບຮົມການເມືອງແນວຄິດ, ປັບປຸງແບບແຜນວິທີເຮັດ ວຽກ, ມີຈິດໃຈບຸກບືນຫ້າວຫັນ, ສຸມໃສ່ທຸກຄວາມສາມາດ, ປະ ສົບການເຂົ້າໃນການປິ່ນປົວ ຜູ້ບາດເຈັບ, ຜູ້ເຈັບປ່ວຍ, ທັງຮັກສາຈັນຍາບັນຂອງແພດ ໃຫ້ສົມກັບນາມມະຍົດແພດປະຕິວັດ, ແພດຂອງປະຊາຊົນ, ປະຕິບັດໄດ້ຄຳຂວັນ 5 ດີ 1 ພໍໃຈ, ຕັ້ງໜ້າຄົ້ນຄ້ວາທາງດ້ານເຕັກນິກ-ວິທະຍາສາດການແພດ, ວິຊາການສະເພາະທີ່ກ່ຽວຂ້ອງໃຫ້ພະນັກງານ, ວິຊາການເປັນປະຈຳ ເພື່ອຍົກສູງຄຸນນະພາບໃນການປິ່ວປົວໃຫ້ທຽມທັນກັບສາກົນ, ເອົາ ໃຈໃສ່ປະຕິບັດຢ່າງຖືກຕ້ອງ, ສອດຄ່ອງກັບແນວທາງການຕ່າງ ປະເທດຂອງພັກ, ກໍ່ຄືອານຸສັນຍາພົວພັນຮ່ວມມືຂອງກະຊວງ ປ້ອງກັນປະເທດ, ຂອງກົມກອງ ກັບບັນດາປະເທດເພື່ອນມິດຍຸດທະສາດ ເປັນຕົ້ນ ຕໍ່ກັບບັນຫາສະຫາຍຊ່ຽວຊານ ເພື່ອຍາດ ແຍ່ງເອົາການຊ່ວຍເຫຼືອທາງດ້ານບົດ ຮຽນ, ທິດສະດີຫຼັກການ ແລະ ການນຳໃຊ້ວັດຖຸ-ອຸປະກອນທາງການແພດເຂົ້າໃນການປິ່ນ ປົວຜູ້ເຈັບປ່ວຍໃຫ້ມີຄຸນນະພາບດີກວ່າເກົ່າ.
ຂ່າວ: ອາຄົມ ສີພາລາ