ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລມຕ ຕ່າງປະເທດລາວ ພົບປະກັບເລຂາທິການໃຫຍ່ອາຊຽນ ແລະ ລມຕ ຕ່າງປະເທດອິນໂດເນເຊຍ

Jan 20, 2025

ໃນຕອນບ່າຍຂອງ ວັນທີ 19 ມັງກອນນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ກາວ ກິມ ຮູນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນ ໃນໂອກາດທີ່ທັງສອງທ່ານເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ທີ່ ລັງກາວີ, ປະເທດມາເລເຊຍ ໃນລະຫວ່າງວັນທີ 18-19 ມັງກອນ 2025.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ຕໍ່ເລຂາທິການໃຫຍ່ອາຊຽນ ແລະ ພະນັກງານກອງເລຂາອາຊຽນ ທີ່ໄດ້ໃຫ້ການຮ່ວມມືຢ່າງໃກ້ຊິດ ແລະ ການສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ພ້ອມນັ້ນ, ທ່ານເລຂາທິການໃຫຍ່ອາຊຽນ ໄດ້ແຈ້ງໃຫ້ຊາບ ຄວາມຄືບໜ້າການສ້າງປະຊາຄົມອາຊຽນ ໂດຍສະເພາະແມ່ນການຈັດຕັ້ງປະຕິ ບັດວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາແຜນແມ່ບົດຂອງສາມເສົາຄໍ້າປະຊາຄົມອາຊຽນທີ່ກໍາລັງຈະໝົດວາລະ ໃນປີ 2025 ນີ້, ລວມທັງແຈ້ງໃຫ້ຊາບຄວາມຄືບໜ້າໃນການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045.
ໃນມື້ດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ສຸກິໂອໂນ (Mr. Sugiono) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ.
ສອງຝ່າຍ ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງຕົນໃນການ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ຕະຫຼອດໄລຍະ 6 ທົດສະວັດ ທີ່ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນ ໃນວັນທີ 30 ສິງຫາ 1957.
ການພົວພັນ ແລະ ການຮ່ວມມືຂອງສອງປະເທດໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ພິເສດ ແມ່ນການເຂົ້າ​ຮ່ວມ​ພິ​ທີ​ສານບານຕົນຮັບ​ຕຳ​ແໜ່ງ​ ປະ​ທາ​ນາ​ທິ​ບໍ​ດີ ແລະ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສ ອິນ​ໂດ​ເນ​ເຊຍ ຄົນໃໝ່ ຂອງ ທ່ານ​ ນາງ ປາ​ນີ ຢາ​ທໍ່​ຕູ້ ຮອງ​ປະ​ທານ​ປະ​ເທດ ​ແຫ່ງ ສ​ປ​ປ ລາວ ​ໃນ​ວັນ​ທີ 20 ຕຸລາ 2024 ທີ່ຜ່ານມາ.
ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່​ພັດທະ ນາ​ການຮ່ວມມືດ້ານເສດຖະກິດຂອງ​ສອງ​ປະ​ເທດທີ່ມີທ່າແຮງບົ່ມ​ຊ້ອນ ກໍຄືການຄ້າສອງຝ່າຍ ​ແລະ ການ​ລົງທຶນ, ໂດຍສະເພາະ ​ການທ່ອງທ່ຽວ, ກະສິກຳ, ອຸດສາຫະກຳ,ການ​ບໍລິການ ແລະອື່ນໆ. ນອກນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການ ຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ ຄັ້ງທີ 6 (JCBC-6) ຊຶ່ງຝ່າຍລາວຈະເປັນເຈົ້າພາບ ພາຍໃນປີ 2025 ໃນເວລາທີ່ສອງຝ່າຍມີຄວາມສະດວກ ຊຶ່ງແມ່ນ​ກົນ​ໄກ​ທີ່​ສຳຄັນ​ໃນ​ການຕິດຕາມ ແລະ ຊຸກຍູ້ການຮ່ວມມືຂອງສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວໃໝ່.
(ຂ່າວ-ພາບ: ກຕທ)