ໃນວັນທີ 17 ມັງກອນ 2025 ນີ້ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ໄດ້ເປັນເຈົ້າພາບຈັດງານແຂ່ງຂັນກິລາມວນຊົນຍິງປືນ AK ໄລຍະ100ແມັດ ຂຶ້ນທີ່ສະໜາມຍິງປືນກອງບັນຊາການທະຫານແຂວງ ທັງນີ້ກໍ່ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (ວັນທີ 20 ມັງກອນ 1949 – 20 ມັງກອນ 2025) ມີຜູ້ເຂົ້າຮ່ວມທັງໝົດ 34 ທີມ ທີ່ມາຈາກພະແນກການ, ອົງການຈັດຕັ້ງຕ່າງໆຂອງແຂວງ, ເມືອງ, ກອງພົນທະຫານຮາບທີ4, ຕະຫຼອດຮອບໍລິສັດເອກະຊົນເຂົ້າຮ່ວມ.
ສ່ວນລະບຽບການແຂ່ງຂັນ, ນັກກິລາແຕ່ລະທີມທີ່ເຂົ້າຮ່ວມແມ່ນຕ້ອງມີທີມລະ 4 ຄົນ, ຄົນໜຶ່ງແມ່ນຈະໄດ້ຮັບລູກປືນ 10 ລູກ, ໂດຍມີເປົ້າຈານເຫຼັກ 10 ແຜ່ນ ແລະ ທີມໃດສາມາດຍິງເປົ້າຈານເຫຼັກລົງໝົດໃນ 10 ແຜ່ນ, ບວກກັບລູກປືນທີ່ຍິງແລ້ວຍັງເຫຼືອຫຼາຍກວ່າໝູ່ ທີມນັ້ນຈະໄດ້ເປັນທີມທີ່ຊະນະ, ຜ່ານການແຂ່ງຂັນ ທີມຊະນະເລີດ ອັນດັບທີ 1 ໂຮງງານນໍາດື່ມ ແລະ ນໍ້າກ້ອນປາໂລມາຄໍາ ຍິງລົງ 10 ເປົ້າ, ລູກປືນຍັງເຫຼືອ 17 ລູກ, ຮອງສະນະເລີດ ອັນດັບທີ2 ສະຫະພັນຍິງປືນ ແຂວງສະຫວັນນະເຂດ ຍິງລົງ 10 ເປົ້າ, ລູກປືນຍັງ 12 ລູກ ແລະ ອັນດັບທີ 3 ພະແນກທະຫານຊາຍແດນກອງບັນຊາການທະຫານແຂວງ ຍິງລົງ 10 ເປົ້າ, ລູກປືນຍັງ 11 ລູກ. ເຊິ່ງໃຫ້ກຽດມອບຂັນລາງວັນຂອງສະຫາຍ ພັນເອກ ພັນວິໄລ ລາດສະຍົນ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ. ໃນການຈັດງານແຂ່ງຂັນຄັ້ງນີ້ ນອກຈາກເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 76 ປີແລ້ວ ຍັງເປັນການຝຶກຊ້ອມໃນການຍິງປືນ ໃຫ້ກັບການນໍາພະແນກການ, ອົງການຈັດຕັ້ງຕ່າງໆຂອງແຂວງນໍາອີກ.
ພາບ-ຂ່າວ: ວິລະພົງ ເທບໂພ







