ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ວາງ​ພວງມາລາ​ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ

Jan 20, 2025

ໃນ​ວັນ​ທີ 20 ມັງກອນ 2025 ນີ້, ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ວາງ​ພວງມາລາ​ຢູ່​ອາ​ນຸ​ສາ​ວະລີ​ນັກຮົບ​ນິລະນາມ, ສຸສານ​ນັກຮົບ​ປະຕິວັດ (ຫຼັກ 24) ແລະ ວາງ​ກະຕ່າ​ດອກ​ໄມ້​ຢູ່​ຕໍ່ໜ້າ​ຮູບ​ປັ້ນ ປະທານ ໄກສອນ ພົມວິຫານ ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ ( 20 ມັງກອນ 1949-20 ມັງກອນ 2025 ) ເຊິ່ງ​ນຳ​ໂດຍ ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ສູນ​ກາງ​ພັກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ບັນດາ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ​ເຂົ້າ​ຮ່ວມ.
ການ​ວາງ​ພວງມາລາ ແລະ ກະຕ່າ​ດອກ​ໄມ້​ຢູ່​ແຕ່​ລະ​ບ່ອນ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການສະແດງ​ເຖິງ​ຄວາມ​ກະຕັນຍູ​ຮູ້​ບຸນຄຸນ-ຄຸນງາມຄວາມດີ​ຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳ​ປະຕິວັດ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ປະຊາຊົນ​ລາວ​ ທີ່​ໄດ້​ນຳພາ​ປົດ​ປ່ອຍປະ​ເທດ​ຊາດ, ຜູ້​ສ້າງຕັ້ງ ແລະ ນຳພາ​ກອງທັບ​ປະຊາຊົນ​ລາວ ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ ແລະ ທັງ​ເປັນ​ການ​ໄຫວ້​ອາໄລ​ເຖິງ​ດວງ​ວິນ​ຍານ, ຄຸນງາມຄວາມດີ​ຂອງ​ພະນັກງານ-ນັກຮົບ​ປະຕິວັດ ທີ່​ເສຍສະຫຼະ​ຊີວິດ​ເລືອດ​ເນື້ອ​ເຂົ້າ​ໃນ​ພາລະກິດ​ປະຕິວັດ ໃນ​ການ​ຕໍ່ສູ້​ກູ້​ຊາດ ເພື່ອ​ປົກ​ປັກ​ຮັກສາ​ເຂດ​ນ້ຳ​ແດນ​ດິນ, ປິ​ຕິ​ພູມ​ທີ່​ແສນ​ຮັກ​ຂອງ​ຕົນ​ດ້ວຍ​ຄວາມ​ອົງອາດ​ກ້າຫານ, ເດັດດ່ຽວ​ໜຽວ​ແໜ້ນ​ບໍ່​ຍອມ​ຈຳນົນ​ຍາດ​ໄດ້​ເອກະລາດ, ອິດສະຫຼະພາບ​ໃຫ້​ແກ່​ປະເທດ​ຊາດ ແລະ ນຳ​ເອົາ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ມາ​ໃຫ້​ແກ່​ປະຊາຊົນ​ລາວ​ບັນດາເຜົ່າ.
May be an image of 12 people, the Tomb of the Unknown Soldier and text
May be an image of 5 people, monument and text