ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດຈຸດສຸມບ້ານຢໍ້ ເມືອງບຸນເໜືອ ເປັນຕົວເມືອງໃນຊົນນະບົດ ແລະ ປະກາດ ເມືອງບຸນເໜືອ ເປັນເມືອງພົ້ນທຸກ ຂອງແຂວງຜົ້ງສາລີ

Jan 20, 2025

ພິທີປະກາດຈຸດສຸມບ້ານຢໍ້ເມືອງບຸນເໜືອເປັນຕົວເມືອງໃນຊົນ ນະບົດ ເປັນຈຸດສຸມທຳອິດຂອງເມືອງ ແລະ ຂອງແຂວງ ແລະ ປະກາດບຸນເໜືອເປັນເມືອງພົ້ນທຸກທຳອິດຂອງແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 17 ມັງກອນ 2025 ທີ່ຜ່ານມານີ້, ທີ່ເດີນໂຮງຮຽນມັດທະຍົມສົມບູນບ້ານຢໍ້ ໂດຍການເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ
ທ່ານ ວີສອນ ລາວເມົາ ຮອງເຈົ້າແຂວງຜົ້ງສາລີ ທັງເປັນຫົວ ໜ້າ ຄະນະຊີ້ນໍາ ການສ້າງຕົວເມືອງໃນຊົນນະບົດ ໄດ້ຂຶ້ນຜ່ານບົດລາຍງານ ການສ້າງບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ ເຊິ່ງຈຸດສຸມບ້ານຢໍ້ ຫ່າງຈາກເທດສະບານເມືອງບຸນເໜືອໄປທາງທິດໃຕ້ປະມານ 21 ກິໂລແມັດ, ມີເນື້ອທີ່ຄຸ້ມຄອງທັງໝົດ: 9.872 ຮຕ.
ຈຸດສຸມບ້ານຢໍ້ ແມ່ນນອນຢູ່ໃນ 20 ຈຸດສຸມຂອງລັດຖະບານ, ນອນຢູ່ໃນ 15 ຈຸດສຸມຂອງແຂວງຜົ້ງສາລີ ແລະ ນອນຢູ່ໃນ 10 ກຸ່ມບ້ານຂອງເມືອງບຸນເໜືອ, ປະກອບມີ 6 ບ້ານຂຶ້ນກັບ, ມີ 594 ຫຼັງຄາ, ມີ 737 ຄອບຄົວ, ມີພົນລະເມືອງທັງໝົດ 2.950 ຄົນ/ ຍີງ 1.512 ຄົນ, ປະກອບມີ 9 ເຜົ່າຄື: ປະກອບມີ ເຜົ່າລື້, ເຜົ່າອາຄາ, ເຜົ່າພູນ້ອຍ, ເຜົ່າລາວລຸ່, ເຜົ່າຂະມຸ, ເຜົ່າຫໍ້, ເຜົ້າຢັ້ງ ແລະ ເຜົ່າມົ້ງ. ມີໜ່ວຍພັກທັງໝົດ 9 ໜ່ວຍພັກ, ປະກອບມີເລຂາພັກເປັນນາຍບ້ານ 6 ສະຫາຍ, ມີຮອງຄະນະບ້ານ 15ທ່ານ, ຍິງ 1ທ່ານ ແລະ ອົງການຈັດຕັ້ງຕ່າງໆຂອງບ້ານຄົບຊຸດຕາມກົດ ໝາຍການປົກຄອງ.
ປັດຈຸບັນ ຈຸດສຸມດັ່ງກ່າວສາມາດສ້າງບ້ານພົ້ນທຸກໄດ້ 6 ບ້ານກວມ 100%, ຄອບຄົວພົ້ນທຸກໄດ້ 533 ຄອບຄົວກວມ 94,84%, ຄອບຄົວຍັງບໍ່ພົ້ນທຸກ 29 ຄອບຄົວ ກວມ 7,16%, ຜ່ານການກວດກາ ແລະ ປະເມີນຈຸດສຸມບ້ານຢໍ້ ຂອງຄະນະຮັບຜິດຊອບ ແລະ ກອງເລຂາ 348/ລບ ຂັ້ນແຂວງ ແລະ ເມືອງ ບັນດາຂະແໜງການທີ່ກ່ຽວຂ້ອງໄດ້ຢັ້ງຢືນວ່າ: ຈຸດສຸມບ້ານຢໍ້ໄດ້ມີເງື່ອນໄຂຄົບຕາມ 16 ຕົວຊີ້ບອກ ຂອງການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ທີ່ໄດ້ກຳນົດໄວ້.
ທ່ານ ສົມພາບ ດາລາຈັກ ເຈົ້າເມືອງໆບຸນເໜືອ ໄດ້ຜ່ານບົດລາຍງານການສ້າງ ເມືອງບຸນເໜືອ ເປັນຕົວແບບເມືອງພົ້ນທຸກ ເຊິ່ງເມືອງບຸນເໜຶອ ໄດ້ຮັບການເອົາໃຈໃສ່ພັດທະນາເປັນເທດ ສະບານຂອງແຂວງຜົ້ງສາລີ ຕາມແຜນພັດທະນາເສດຖະກິດ -ສັງຄົມ 5 ປີ ຄັ້ງທີ III ຂອງເມືອງ ແລະ ຕາມທິດນຳຂອງການນຳແຂວງໃນແຕ່ລະໄລຍະ ຂອບເຂດຂອງເມືອງ: ທິດເໜຶອ ຕິດກັບ ເມືອງຍອດອູມີຄວາມຍາວ 32 ກິໂລແມັດ, ທິດໃຕ້ ຕິດກັບເມືອງບຸນໃຕ້ມີຄວາມຍາວ 32 ກິໂລແມັດ, ທິດຕາເວັນອອກ ຕິດກັບເມືອງຜົ້ງສາລີ ມີຄວາມຍາວ 62 ກິໂລແມັດ ແລະ ຕິດຕາເວັນຕົກຕິດກັບ ເມືອງຫຼ້າ ສປຈີນ ມີຄວາມຍາວ 83 ກິໂລແມັດ, ມີເນຶ້ອທີ່ການປົກຄອງທັງໝົດ 111.216,79 ເຮັກຕາ ປະກອບມີ 1 ເທດສະບານ, 5 ກຸ່ມ, 65 ບ້ານ, ພົນລະເມືອງທັງໝົດ 27.919 ຄົນ ຍິງ 13.424 ຄົນ, ມີ 5.327 ຫຼັງຄາ, 6.860 ຄອບຄົວ, ມີ 15 ຊົນເຜົ່າ.
ການປະເມີນວຽກງານແກ້ໄຂຄວາມທຸກຍາກ ຕາມດຳລັດ 348/ລບ ຂອງເມືອງບຸນເໜືອ ນັບແຕ່ປີ 2020 – 2024 ເວົ້າລວມ, ເວົ້າສະເພາະ ຮອດປີ 2024 ທົ່ວເມືອງມີ 2 ຈຸດສຸມພັດທະນາ, 4 ເຂດການຜະລິດ, ມີຈໍານວນ 65 ບ້ານ, ພົນລະເມືອງທັງໝົດ 27.569 ຄົນ, ຍີງ 13.514 ຄົນ, 5.512 ຄອບຄົວ, ມີຄອບຄົວພົ້ນທຸກ 4.707 ຄອບຄົວກວມ 85,40%, ຄອບຄົວບໍ່ພົ້ນທຸກ 805 ຄອບຄົວ, ກວມ 14,60%, ຄອບຄົວພັດທະນາ 1.758 ຄອບຄົວ, ກວມ 31,89%, ຄອບຄົວບໍ່ພັດທະນາ 3.755 ຄອບຄົວ ກວມ 68,11%, ມີບ້ານພົ້ນທຸກ 53 ບ້ານ, ກວມ 80,30%, ມີບ້ານບໍ່ພົ້ນທຸກ 13 ບ້ານ, ກວມ 19,69%, ມີບ້ານພັດທະນາ 14 ບ້ານ, ກວມ 21,21% ແລະ ບ້ານຍັງບໍ່ທັນພັດທະນາ 52 ບ້ານ, ກວມ 78,79%; ການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຕາມດໍາລັດ348/ລບ ໂດຍສະເພາະ 9 ມາດຕະຖານຂອງເມືອງພົ້ນທຸກ ເຫັນວ່າ ເມືອງບຸນເໜືອ ແມ່ນໄດ້ບັນລຸພົ້ນທຸກແຕ່ປີ 2022.