ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວ ເພື່ອກຽມພ້ອມເຮັດສໍາເລັດໜ້າທີ່ການເມືອງຂອງກອງວິທະຍຸກະຈາຍສຽງກອງທັບ

Jan 20, 2025

ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການ ແລະ ການຊີ້ນໍາຂອງສູນກາງພັກ ກໍຄືແນວລາວຮັກຊາດ ຕໍ່ຂະບວນການຕໍ່ສູ້ກູ້ຊາດ, ທີ່ພວມຂະຫຍາຍຕົວນັບມື້ແຂງແຮງ ແລະ ເພື່ອຕີເອົາຊະນະສົງຄາມຮຸກຮານຂອງຈັກກະພັດອາເມລິກາ ແລະ ລູກມືຂາຍຊາດ, ດັ່ງນັ້ນ ໃນຕົ້ນປີ 1961 ກອງບັນຊາການທະຫານສູງສຸດກອງທັບປົດປ່ອຍປະຊາຊົນລາວ ໄດ້ເພີ່ມທະວີປັບປຸງກໍ່ສ້າງກໍາລັງປະກອບອາວຸດໃຫ້ມີຄວາມກ້າວໜ້າໃນທຸກດ້ານ, ພ້ອມດຽວກັນນັ້ນ ວຽກງານປັບປຸງຫ້ອງການເມືອງ ກອງບັນຊາການທະຫານສູງສຸດ ກໍ່ໄດ້ຮັບການຍົກສູງຂຶ້ນ, ໂດຍອີງໃສ່ເງື່ອນໄຂສະພາບຈຸດພິເສດຂອງຫ້ອງການເມືອງ, ເຊິ່ງໃນນັ້ນ ວຽກງານໂຄສະນາອົບຮົມ ປຸກລະດົມຂົນຂວາຍ ກໍໄດ້ຮັບການຍົກສູງບົດບາດຂຶ້ນ ໄປພ້ອມໆ ກັນ, ນອກຈາກຈະເພີ່ມຂື້ນທາງດ້ານຈຳນວນບຸກຄະລາກອນ ເຂົ້າແຕ່ລະຂະແໜງການ ຕາມບໍລິມາດຂອງວຽກງານໂຄສະນາອົບຮົມແລ້ວ, ມາຮອດວັນທີ 20 ມັງ ກອນ 1962 ຫ້ອງການເມືອງກອງບັນຊາການທະຫານສູງສຸດ, ໄດ້ປະກາດສ້າງຕັ້ງພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວ ຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໝັ້ນຂອງການປະຕິວັດ ທີ່ເມືອງວຽງໄຊ ແຂວງຫົວພັນ, ທຳອິດເປັນຂະແໜງໂຄສະນາອົບຮົມໜຶ່ງ ທີ່ຂຶ້ນກັບຫ້ອງການເມືອງ ກອງບັນຊາການທະຫານສູງສຸດ ໃນເບື້ອງຕົ້ນໃສ່ຊື່ວ່າ: ໜ່ວຍຂ່າວສານພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວ.
ສະຫາຍ ພັນເອກ ໜູມາດ ອຸ່ນໃຈດີ ຫົວໜ້າການທະຫານ ກອງວິທະຍຸກະຈາຍສຽງກອງທັບ ໄດ້ໃຫ້ຮູ້ວ່າ: ພາຍຫລັງໜ່ວຍຂ່າວສານພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວໄດ້ຮັບການສ້າງຕັ້ງຂື້ນ ກໍ່ໄດ້ຮັບມອບໝາຍໜ້າທີ່ອັນໜັກໜ່ວງ ໃນການເປັນກະບອກສຽງອັນສໍາຄັນຂອງການປະຕິວັດ ເພື່ອໂຄສະນາອົບຮົມ, ປຸກລະດົມທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ຮັບຮູ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ພ້ອມກັບການສ້າງ ແລະ ຂະຫຍາຍກໍາລັງປະກອບອາ ວຸດປະຕິວັດ, ປຸກລະດົມຂະບວນການຈັດຕັ້ງປະຕິບັດ ຄໍາຂວັນທີ່ວ່າ: “ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທຸກສິ່ງທຸກຢ່າງເພື່ອຕີເອົາຊະ ນະຈັກກະພັດ ແລະ ລູກມືຂາຍຊາດ” ເຊິ່ງການອອກອາກາດໃນເວລານັ້ນ, ມື້ໜຶ່ງແມ່ນ 90 ນາທີ ໂດຍແບ່ງອອກເປັນ 3 ພາກ ຄື: ພາກເຊົ້າ, ພາກທ່ຽງ ແລະ ພາກຄໍ່າ (ແຕ່ລະພາກ 30 ນາທີ), ແຕ່ລະລາຍການ ມີປະມານ 6-8 ຂ່າວ ແລະ 2-3 ບົດຕໍ່ມື້, ການດຳເນີນລາຍການຂອງພາກກະຈາຍສຽງກອງທັບໃນເວລານັ້ນ ແມ່ນປະຕິບັດຕາມການຊີ້ນໍາຂອງຄະນະພັກການທະຫານສູນກາງ ແລະ ກອງບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ ໂດຍສຸມໃສ່ໂຄສະນາເຜີຍແຜ່ທາດແທ້ ແລະ ໂທດກໍາອັນຊົ່ວຊ້າຂອງຈັກກະພັດຜູ້ຮຸກຮານ ແລະ ລູກມືຂາຍຊາດ, ແນ່ໃສ່ປຸກລະ ດົມນໍ້າໃຈຮັກຊາດ, ນໍ້າໃຈຕໍ່ສູ້, ນໍ້າໃຈຄຽດແຄ້ນ ເດັດດ່ຽວບໍ່ຍອມຈໍານົນຂອງປະຊາຊົນລາວບັນດາເຜົ່າ, ໄປພ້ອມກັນນັ້ນ ກໍ່ໄດ້ສຸມໃສ່ໂຄສະນາເຜີຍແຜ່ມະຕິ, ທິດທາງໜ້າທີ່ຂອງສູນກາງວາງອອກ ທີ່ວ່າ: “ການຕີດັບສຸນກຳລັງດິບຂອງສັດຕູ ເປັນຈຸດໜັກ, ຕີຍຶດເ ອົາບໍລິເວນສຳຄັນ, ຕ້ອງຍາດໄດ້ໄຊຊະນະ ທີ່ມີລັກສະນະຕັດສິນ” ແລະ ໂຄສະນາປຸກລະດົມຂະບວນການແຂ່ງຂັນສ້າງຜົນງານການ ສູ້ຮົບ, ເຮັດວຽກງານຕ່າງໆ, ຍ້ອງຍໍສັນລະເສີນບັນດາຜົນງານດີເດັ່ນ, ສູ້ຮົບອາດຫານ, ເຮັດວຽກງານດຸໝັ່ນຫ້າວຫັນ, ຊົມເຊີຍບັນດາບັ້ນຮົບ-ບັ້ນຕີ ທີ່ດີເດັ່ນ, ປຸກລະດົມບັນດາກົມກອງສ້າງແນວຫຼັງຂອງຕົນ ເຮັດໜ້າທີ່ເພີ່ມພູມຜະລິດຜົນ ແກ້ໄຂຊີວິດການເປັນຢູ່ ແລະ ສົ່ງໃຫ້ແນວໜ້າ, ທັງນີ້ກໍ່ເພື່ອຮັກສາຄວາມດຸ ໝັ່ນຂະຫຍັນພຽນຂອງກອງທັບ ຫ້ອງການເມືອງກອງບັນຊາ ການສູງສຸດກອງທັບປົດປ່ອຍປະຊາຊົນລາວໃນເວລານັ້ນ ຈຶ່ງໄດ້ຄົ້ນຄວ້າແຕ່ງຕັ້ງເອົາພະນັກງານຈຳນວນໜຶ່ງ ຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ພອນສະຫວັນ ໃນວຽກງານການຂີດຂຽນ, ຜະລິດເປັນລາຍການເປົ້າໝາຍໜຶ່ງຂຶ້ນກັບວິທະຍຸກະຈາຍສຽງຝ່າຍປະເທດລາວ ໂດຍໄດ້ແຕ່ງຕັ້ງ ສະຫາຍ ວິລະກອນ ຫຼວງອາໄພ ເປັນຫົວໜ້າ.
ໃນໄລຍະແຕ່ປີ 1962 – 1975 ແມ່ນໄລຍະທີ່ພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວ ໄດ້ຜ່ານຜ່ານການທົດ ສອບຂອງຂະບວນການຕໍ່ສູ້, ອັນດຸເດືອດຂ້ຽວຂາດ ຢູ່ໃນແປວ ໄຟສົງຄາມ ໂດຍນໍາໃຊ້ນໍ້າສຽງ ແລະ ຄົມປາກກາ ເພື່ອຕ້ານຈັກ ກະພັດລ່າເມືອງຂຶ້ນ ແລະ ລູກມື ເພື່ອປົດປ່ອຍປະເທດຊາດ, ອັນພົ້ນເດັ່ນ ໃນປີ 1962 ພາກກະຈາຍສຽງແນວລາວຮັກຊາດ ພ້ອມກັບໜ່ວຍຂ່າວສານໜັງສືພິມກອງທັບ ໄດ້ເຂົ້າຮ່ວມບັນ ທຶກເຫດການປະຫວັດສາດສົງຄາມ ໃນບັ້ນຮົບປົດປ່ອຍຫຼວງ ນໍ້າທາ, ພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວ ໄດ້ສຸມໃສ່ເຮັດວຽກງານໂຄສະນາຂົນຂວາຍປະຊາຊົນກໍ່ສ້າງຮາກ ຖານ, ປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມຂະບວນການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກມື, ພ້ອມທັງເຮັດ ວຽກງານຂົນຂວາຍສັດຕູ, ນອກນັ້ນ ຍັງໄດ້ເຂົ້າຮ່ວມເຄື່ອນໄຫວເກັບກໍາຂ່າວຜົນງານການຕໍ່ສູ້ຂອງກອງທັບປົດປ່ອຍປະຊາຊົນລາວ ແລະ ປະຊາຊົນບັນດາເຜົ່າທາງພາກເໜືອ, ພາກກາງ, ພາກໃຕ້ລາວ ໃນຫຼາຍບັ້ນຮົບ-ບັ້ນຕີ ທີ່ດຸເດືອດ ສາມາດຕີຂັບໄລ່ຈັກກະພັດຜູ້ຮຸກຮານ ໃຫ້ປະລາໄຊລົງ, ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສະຖາປະນາ ສປປ ລາວຂຶ້ນຢ່າງສະງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975
ອີງຕາມທິດທາງແຜນການໃນການປັບປຸງກໍ່ສ້າງວຽກງານໂຄສະນາໃຫ້ເຕີບໃຫຍ່ເຂັ້ມແຂງ ຕໍ່ມາ ປີ 1996 ກົມໃຫຍ່ການ ເມືອງກອງທັບ ໄດ້ຄົ້ນຄວ້າຕົກລົງ ແຍກວິທະຍຸກະຈາຍສຽງກອງທັບ ອອກຈາກໜັງສືພິມກອງທັບ, ໃຫ້ໄປຮ່ວມກັບພາກ ສ່ວນຖ່າຍທຳຟີມ-ວີດີໂອກອງທັບ ລວມເຂົ້າກັນເປັນກອງວິທະ ຍຸ-ໂທລະພາບກອງທັບ, ອີງຕາມການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານສື່ມວນຊົນໃນກອງທັບ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານໂຄສະນາໃນໄລຍະໃໝ່, ດັ່ງນັ້ນສະຖານີວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໂດຍໄດ້ວາງສີລາຈາລຶກກໍ່ສ້າງ ໃນວັນທີ 28 ພະຈິກ 2008 ທີ່ນະຄອນຫຼວງວຽງຈັນ ແລະ ກໍ່ສ້າງສໍາເລັດ ໃນວັນທີ 9 ທັນວາ 2009, ສະຖານີວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ມີສະຖານີ ແມ່ 10 ກິໂລວັດ ລະບົບເອບເອັມ ( FM ) ຄື້ນຄວາມຖີ່ 99,7 ເມກາເຮີດ ( MHz ) ແລະ ເລີ່ມຕົ້ນອອກອາກາດທົດລອງເລື້ອຍໆມາ ຈົນເຖິງໃນວັນທີ 25 ມັງກອນ 2011 ຈຶ່ງໄດ້ອອກອາກາດຢ່າງເປັນທາງການ ຕາມການຕົກລົງເຫັນດີຂອງຄະນະນໍາກະຊວງປ້ອງກັນປະເທດ ມາຮອດວັນທີ 29 ມັງກອນ 2021 ກົມໃຫຍ່ການເມືອງກອງທັບ ຈຶ່ງໄດ້ຈັດພິທີປະ ກາດແຍກ ແລະ ສ້າງຕັ້ງກອງວິທະຍຸກະຈາຍສຽງກອງທັບ ແລະ ກອງໂທລະພາບກອງທັບ ອອກເປັນສອງກອງເອກະລາດ ທຽບ ເທົ່າກັບກອງພັນໃຫຍ່ ຂື້ນກັບກົມໃຫຍ່ການເມືອງກອງທັບ, ອີງຕາມແຜນການຍຸດທະສາດປັບປຸງກໍ່ສ້າງກໍາລັງ ຂອງກະຊວງ ປ້ອງກັນປະເທດ ແຕ່ປີ 2015 – 2020, ສະບັບເລກທີ 3174/ກປທ ລົງວັນທີ 17 ຕຸລາ 2014 ແນ່ໃສ່ປັບປຸງ ກໍ່ສ້າງກອງທັບປະຕິວັດມີແບບແຜນ ແລະ ທັນສະໄໝ.
ສະຫາຍ ພັນເອກ ໜູມາດ ອຸ່ນໃຈດີ ຫົວໜ້າການທະຫານ ກອງວິທະຍຸກະຈາຍສຽງກອງທັບ ໄດ້ໃຫ້ຮູ້ຕື່ມວ່າ: ໂດຍສືບ ທອດມູນເຊື້ອໜ່ວຍຂ່າວສານພາກກະຈາຍສຽງກອງທັບປົດ ປ່ອຍປະຊາຊົນລາວໃນເມື່ອກ່ອນ ຕະຫຼອດໄລຍະ 14 ປີຜ່ານມາ ສະຖານີວິທະຍຸກອງທັບປະຊາຊົນລາວ ໄດ້ມີການປັບປຸງ ແລະ ພັດທະນາຕົນເອງ ຕາມຍຸກສະໄໝ ແລະ ເຮັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເສີມຂະຫຍາຍພາລະບົດ ບາດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ ແລະ ເປັນຂະບວນ ການຟົດຟື້ນ, ປະກອບສ່ວນໂດຍກົງເຂົ້າໃນການໂຄສະນາສຶກສາອົບຮົມ ແລະ ປຸກລະດົມຊຸກຍູ້ຂະບວນການໃນທົ່ວກອງທັບ ກໍຄືທົ່ວປວງຊົນລາວບັນດາເຜົ່າໃຫ້ຟົດຟື້ນແຂງແຮງ, ປັດຈຸບັນ, ບັນດາລາຍການວິທະຍຸກະຈາຍສຽງກອງທັບ ມີ 50 ກວ່າລາຍ ການ ອອກອາກາດ 20 ຊົ່ວໂມງ ເລີ່ມແຕ່ເວລາ 4 ໂມງ 00 ຫາ 24 ໂມງ 00, ໃນນີ້ບັນດາລາຍການໄດ້ຮັບການປັບປຸງໃຫ້ມີຫຼາກຫຼາຍຮູບແບບ, ຫຼາຍສີສັນ, ເພື່ອກະຈາຍຄື້ນສຽງສະ ໜອງຂໍ້ມູນຂ່າວສານ, ສາລະໜ້າຮູ້, ສາລະບັນເທິງ ໄປທົ່ວທຸກພື້ນທີ່ໃນທົ່ວປະເທດ, ເຊິ່ງທຸກໆລາຍການລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງກອງທັບ, ຂອງປະຊາຊົນລາວບັນດາເຜົ່າ. ສັງລວມແລ້ວ: ໃນຕະຫຼອດໄລຍະ 14 ປີທີ່ຜ່ານມາ ໂດຍໄດ້ຮັບການຊີ້ນໍາ- ນໍາພາຢ່າງໃກ້ຊິດຕິດແທດຈາກຄະນະນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ ກໍຄືກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ຄະນະພັກ – ຄະນະບັນຊາກອງວິທະຍຸກະຈາຍສຽງກອງທັບແຕ່ລະຮຸ່ນ ໄດ້ເປັນເຈົ້າການຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນເຂົ້າໃນການສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານສະມາຊິກພັກ – ນັກຮົບໃນທົ່ວກົມກອງມີຄວາມຮັບຮູ້ເຊື່ອມຊຶມຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ, ມີສະຕິຕື່ນຕົວປະຕິບັດກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ມີຄວາມຮັບຜິດ ຊອບສູງຕໍ່ໜ້າທີ່ວິຊາສະເພາະຂອງກົມກອງວາງອອກ, ສາມາດສືບທອດມູນເຊື້ອອັນດີງາມຂອງພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວໃນເມື່ອກ່ອນ, ສຸມໃສ່ໂຄສະນາຜົນສໍາເລັດຂອງການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ການປຸກລະດົມຊຸກຍູ້ຂະບວນການປັບປຸງກໍ່ສ້າງກອງທັບໃຫ້ມີລະບຽບແບບ ແລະ ທັນສະໄໝ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະ ເທດວາງອອກ.
ສ່ວນວຽກງານທີ່ພົ້ນເດັ່ນໃນໄລຍະຜ່ານມາໄດ້ລົງເກັບກໍາຜົນ ງານການເຄື່ອນໄຫວຂອງບຸກຄົນ, ກົມກອງລວມໝູ່ ມາຜະລິດເປັນຂ່າວ, ເປັນບົດສາລະຄະດີ, ບົດມູນເຊື້ອ, ວຽກດີຄົນເດັ່ນ, ຄອບຄົວຕົວແບບ, ນັກຮົບວັດທະນະທຳ, ກົມກອງວັດທະນະທຳ, ການປັບປຸງກໍ່ສ້າງໜ່ວຍປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກອງ 3 ປອດ ແລະ ວຽກງານດ້ານຕ່າງໆ ຂອງບັນດາກົມກອງກໍາລັງຫຼວງ – ກໍາລັງທ້ອງຖີ່ນ ເນື່ອງໃນໂອກາດວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ, ໂດຍສະເພາະນໍາສະເໜີຂະບວນການສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງພັກ, ຂອງຊາດ ໃນປີ 2025, ອອກອາກາດທາງສະຖານີວິທະຍຸກະຈາຍສຽງກອງທັບປະຊາຊົນລາວ FM 99.7 Mhz, ເຟດບຸກ, ຢູທູບຂອງສະຖານີ, ຢ່າງມີເນື້ອໃນອຸດົມສົມບູນຄົບຖ້ວນ ສາມາດຕອບສະໜອງຂໍ້ມູນຂ່າວສານທີ່ເປັນປະໂຫຍດໃຫ້ຜູ້ຊົມ, ຜູ້ຟັງ, ແລະ ໄດ້ຮັບຄວາມນິ ຍົມຊົມຊອບຈາກສັງຄົມດ້ວຍດີຕະຫຼອດມາ
ສໍາລັບຜົນງານທີ່ພົ້ນເດັ່ນໃນປີ 2024 ກອງວິທະຍຸກະຈາຍສຽງກອງທັບ, ສາມາດກວດແກ້ຂ່າວໄດ້ 7,124 ຂ່າວ, ບົດ 671 ບົດ, ຂຽນຂ່າວໄດ້ 1,581 ຂ່າວ, ບົດ 305 ບົດ, ລາຍການເປົ້າໝາຍ ( ລາຍການໃນ ) ມີ 14 ລາຍການ, ອອກອາກາດທັງໝົດ 2,465 ເທື່ອລາຍການ, ລາຍການເປົ້າໝາຍ (ລາຍການນອກ) ມີ 9 ລາຍ ການ, ອອກອາກາດທັງໝົດ 1,325 ເທື່ອລາຍການ, ລາຍການບັນເທີງ (ລາຍການໃນ) ມີ 7 ລາຍການອອກອາກາດທັງໝົດ 1,404 ເທື່ອລາຍການ, ລາຍການບັນເທີງ (ລາຍການນອກ) ມີ 17 ລາຍການ ອອກທັງໝົດ 3,564 ເທື່ອລາຍການ, ຂ່າວພາຍໃນ ແລະ ຕ່າງປະເທດ, ພາກຂ່າວ FM ມີ 1,008 ເທື່ອລາຍການ, ອ່ານຂ່າວໄດ້ 8,138 ຂ່າວ, ບົດ 864 ບົດ, ພາກຂ່າວ AM , ມີ 240 ເທື່ອລາຍການ, ອ່ານຂ່າວໄດ້ 3,576 ຂ່າວ, ບົດ 240 ບົດ, ເປິດຄໍລໍາວັນສໍາຄັນຕ່າງໆ 5,538 ຄັ້ງ, ເປີດສະປອດໂຄສະນາວັນສໍາຄັນຕ່າງໆ 7,069 ຄັ້ງ, ອິນເຕີເນັດ ແລະ ເວັບໄຊ້ ລົງຂ່າວພາບເຟສບຸກ 1,535 ຄັ້ງ, ຕາໜ່າງຂ່າວ ແລະ ເພື່ອນຮ່ວມງາານ ຮັບຂ່າວ WhatsApp 4,342 ຂ່າວ, 8 ບົດ, ຮັບຂ່າວ E-mail 1,447 ຂ່າວ, ເຕັກນິກຫ້ອງສົ່ງເຄືອຂ່າຍ ປະຈຳ ການຫ້ອງສົ່ງ 8,064 ຊົ່ວໂມງ ແລະ ອຸ່ນຈັກໄຟຟ້າ, ອະນາໄມເຄື່ອງສົ່ງ, ສາງຈັກໄຟຟ້າ 432 ຄັ້ງ ພ້ອມດຽວກັນນີ້ ຍັງໄດ້ສໍາເລັດກອງປະຊຸມໃຫຍ່ຄັ້ງທີ 1 ຂອງໜ່ວຍພັກກອງວິະຍຸກະຈາຍສຽງກອງທັບຢ່າງມີຜົນສໍາເລັດອັນຈົບງາມ.
ເນື່ອງໃນໂອກາດ ວັນສ້າງຕັ້ງພາກກະຈາຍສຽງກອງທັບປົດ ປ່ອຍປະຊາຊົນລາວ ຄົບຮອບ 63 ປີ ແລະ ວັນສ້າງຕັ້ງສະຖານນີວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ຄົບຮອບ 14 ປີ, ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ສະຫາຍ ພັນເອກ ໜູມາດ ອຸ່ນໃຈດີ ຫົວໜ້າການທະຫານ ກອງວິທະຍຸກະຈາຍສຽງກອງທັບ ໄດ້ຕາງໜ້າໃຫ້ຄະນະພັກ – ຄະນະບັນຊາ, ພະນັກງານ – ນັກຮົບກອງວິທະຍຸກະຈາຍສຽງກອງທັບ, ຂໍອວຍພອນໄຊອັນປະເສີດມາຍັງການນຳພັກ – ລັດ, ການນຳກະຊວງປ້ອງກັນ ປະເທດ, ຄະນະນຳກົມໃຫຍ່ການເມືອງກອງທັບ ກໍ່ຄືກົມໂຄສະນາອົບຮົມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນ ຕົວ ແລະ ຄອບຄົວ ສືບຕໍ່ນໍາພາປະເທດຊາດ ແລະ ກອງທັບ ໂດຍສະເພາະແມ່ນສະຖານນີວິທະຍຸກະຈາຍສຽງກອງທັບ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ອວຍພອນໃຫ້ຄະນະພັກ – ຄະນະບັນຊາ, ພະນັກງານ – ນັກ ຮົບກອງວິທະຍຸກະຈາຍສຽງກອງທັບ, ຕາໜ່າງຂ່າວເພື່ອນຮ່ວມ ງານຢູ່ບັນດາກົມກອງກຳລັງຫຼວງ – ກໍາລັງທ້ອງຖິ່ນ ທີ່ເຮັດວຽກງານສື່ມວນຊົນໃນທົ່ວກອງທັບ ຈົ່ງພ້ອມກັນມີສຸຂະພາບເຂັ້ມ ແຂງ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວ ເພື່ອກຽມພ້ອມເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ໃນການເປັນກະບອກສຽງອັນແຫຼມຄົມຂອງພັກ – ລັດ, ຂອງກະຊວງປ້ອງ ກັນປະເທດໃຫ້ມີປະສິດທິຜົນສູງກວ່າເກົ່າ.
May be an image of 1 person, newsroom and text
May be an image of 9 people and text