ວັນທີ 20 ມັງກອນ 2025, ແຂວງບໍ່ແກ້ວ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025) ທີ່ຫໍວັດທະນະທໍາແຂວງ, ເຂົ້າ ຮ່ວມມີການນໍາຂອງແຂວງ, ການນໍາຂອງເມືອງຫ້ວຍຊາຍ, ພະ ນັກງານອາວຸດໂສ-ບໍານານ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ແລະ ນາຍບ້ານໃນເທດສະບານແຂວງເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ມະນີສານ ແສງຈັນທາ ອາດີດຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເລົ່າຄືນມູນເຊື້ອປະຫວັດຕົ້ນກໍາເນີດຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ເຊິ່ງນັບແຕ່ໄດ້ຮັບການສ້າງຕັ້ງຈົນເຖິງປັດຈຸບັັນ, ກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ ປີ 1949 ທີ່ຖໍ້າແມ, ຕາແສງພຽງສາ, ເມືອງຊຽງຄໍ້, ແຂວງຫົວພັນ, ເຊິ່ງເປັນເຫດການປະຫວັດສາດໜຶ່ງທີ່ສຳຄັນ, ເປັນບາດກ້າວແຫ່ງການເຕີບໃຫຍ່ ຂະຫຍາຍຕົວຂອງການປະຕິວັດ ແລະ ເປັນບາດກ້າວແຫ່ງການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິວັດ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບເຮົາກໍໄດ້ຜະເຊີນໜ້າກັບສັດຕູໂຕຮ້າຍກາດ ທີ່ມີກໍາລັງແຮງເໜືອກວ່າ ນັບທັງດ້ານກຳລັງພົນ, ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ ເພື່ອປົກປັກຮັກສາປະເທດຊາດ ແຕ່ດ້ວຍນ້ຳໃຈຮັກຊາດເດັດ ດ່ຽວໜຽວແໜ້ນ, ບໍ່ຍອມຈຳນົນ ກອງທັບໄດ້ຮ່ວມກັບປະຊາ ຊົນລາວບັນດາເຜົ່າ ສືບຕໍ່ດໍາເນີນການຕໍ່ສູ້ຍິ່ງໄດ້ຮັບໄຊຊະນະ ແລະ ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດ ຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກອງທັບ ກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ເສີມຂະຫຍາຍ ທາດແທ້ມູນເຊື້ອຂອງກອງທັບ, ປັບປຸງກໍ່ສ້າງກຳລັງ, ອົບຮົບ-ຫັດແອບ, ປັບປຸງລະບຽບແບບແຜນ ເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ; ການປະຖະກະຖາຄັ້ງນີ້ ເພື່ອແນໃສ່ສຶກສາອົບຮົມພະນັກງານທະຫານ, ຕໍາຫຼວດ, ພະນັກງານ-ລັດຖະກອນ ; ພໍ່ແມ່ປະຊາຊົນບັນດາເຜົ່າທົ່ວສັງຄົມໄດ້ຮັບຮູ້ ແລະ ທັງເປັນການທົບທວນຄືເຖິງຕົ້ນກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຕົວຂອງກອງທັບປະຊາຊົນລາວໃນແຕ່ລະໄລຍະ, ທັງເຫັນໄດ້ຜົນງານ, ໄຊຊະນະທີ່ຍາດມາໄດ້, ກໍາໄດ້ທາດແທ້ມູນເຊື່ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ. ທັງເປັນການປຸກຈິດສໍານຶກມີຄວາມກະຕັນຍູຮູ້ບຸນຄຸນນັກວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະ ນັກງານ-ນັກຮົບ ແລະ ພໍ່ແມ່ປະຊາົຊນບັນດາເຜົ່າທີ່ໄດ້ເສຍຊີວິດເລືອດເນື້ອເພື່ອພາລະກິດປະຕິວັດ ແລະ ເພື່ອປະເທດຊາດ.
ໃນພິທີດັ່ງກ່າວບັນດາພະແນກການ, ອົງການ, ລັດວິສາຫະກິດ ກໍ່ໄດ້ອວຍພອນຄະນະກອງບັນຊາການທະຫານແຂວງບໍ່ແກ້ວ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີຕື່ມອີກດ້ວຍ.
ຂ່າວ: ຄໍາເພັງ ສີສະຫວ່າງ






