ວັນທີ 17 ມັງກອນຜ່ານມາ ທີ່ໂຮງແຮມ ຮໍລິເດ ອິນ, ໄດ້ມີກອງປະຊຸມທາບທາມຮ່າງລັດຖະທຳມະນູນ ໂດຍການເປັນປະ ທານຂອງ ທ່ານ ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຮອງປະທານ ຜູ້ປະຈໍາການຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ (ຄລຊ).
ຈຸດປະສົງເພື່ອເຮັດໃຫ້ຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025 ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບໂຄງ ການການເມືອງຂອງພັກ ສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ເປັນການເຊື່ອມຊຶມ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວ ກັບຮ່າງລັດຖະທຳມະນູນສະບັບປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນໃນທົ່ວສັງຄົມ ໃຫ້ດີຂຶ້ນກວ່າເກົ່າ; ທັງເປັນການປະກອບສ່ວນຍູ້ແຮງຂະບວນການແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອນການດໍາເນີນກອງປະຊຸມໃຫຍ່ສາມຂັ້ນ ແລະ ຂ່ຳນັບຮັບຕ້ອນສາມວັນປະຫວັດສາດທີ່ສຳຄັນຂອງຊາດໃນປີນີ້.
ໃນກອງປະຊູມ, ໄດ້ຮັບຟັງບົດອະທິບາຍການປັບປຸງເນື້ອໃນຂອງຮ່າງລັດຖະທຳມະນູນຈາກທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງ ຊາດ, ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ທັງ ເປັນຫົວໜ້າອະນຸກຳມະການບໍລິຫານ, ພິທີການ ແລະ ການເງິນ; ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳເຫັນຢ່າງມີຈຸດສຸມ ແລະ ເປັນປະໂຫຍດ ເພື່ອໃຫ້ ຄລຊ ນຳຄຳເຫັນໄປຄົ້ນຄວ້າ ແລະ ປັບ ປຸງຮ່າງລັດຖະທຳມະນູນໃຫ້ເປັນສະບັບສົມບູນ.
ຂ່າວ: ສອນສັກ ວັນວິໄຊ






