ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປກສ ແຂວງໄຊສົມບູນ ກຳນົດ 8 ວຽກສຳຄັນໃນການສືບຕໍ່ແກ້ໄຂຢາເສບຕິດ

Jan 21, 2025

ພັອ ອຸໄດ ອິນສຸວັນ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 20 ມັງກອນ 2025 ເພື່ອເປັນການຢັ້ງຢືນຄືນເຖິງຜົນສຳເລັດ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ທິດທາງແຜນການໃນປີ 2025, ໂດຍ ປກສ ແຂວງ ໄດ້ກຳນົດ 8 ວຽກງານຈຸດສຸມໃນການຈັດຕັ້ງຜັນຂະຫຍາຍ ໃຫ້ມີຜົນສຳເລັດຕາມຄາດໝາຍ.
ພັອ ອຸໄດ ອິນສຸວັນ ກ່າວວ່າ: ແຂວງໄຊສົມບູນ ມີຈຸດພິເສດພື້ນທີ່ສູງຊັນອ້ອມຮອບດ້ວຍພູດອຍ, ສອກຫຼີກ, ປະຊາຊົນສ່ວນຫຼວງຫຼາຍຍັງມີຄວາມເຊື່ອຄວາມ ຂົ້າໃຈແບບຄອງເດີມ, ມັນຈິ່ງເປັນສາເຫດຫຼັກເຮັດໃຫ້ບັນດາກຸ່ມຄົນສວຍໃຊ້ຊ່ອງວ່າງຂອງ ສັງຄົມ-ກົດໝາຍ ເພື່ອຫາຜົນປະໂຫຍດໃນການເບື່ອເມົາ ຊື້-ຂາຍ, ຈໍາໜ່າຍຢາເສບຕິດໃຫ້ໄວໜຸ່ມເຍົາວະຊົນ ແລະ ຜູ້ຮູ້ເທົ່າບໍ່ເຖິງການ, ສະນັ້ນ ບັນຫາຢາເສບຕິດກໍເປັນສິ່ງທ້າທາຍໃຫ້ທົ່ວປວງຊົນທົ່ວຂົງເຂດແຂວງໄຊສົມບູນ ທີ່ຈະຕ້ອງໄດ້ເພີ່ມທະວີວຽກງານການປ້ອງກັນ-ຕ້ານ ແລະ ສະກັດກັ້ນ ທຸກບັນຫາ , ສຸມເຫື່ອແຮງສະຕິບັນຍາເພື່ອແກ້ໄຂ.
ດັ່ງນັ້ນ, ຄະນະພັກ-ຄະນະບັນຊາ ປກສ ແຂວງໄຊສົມບູນ ຈິ່ງໄດ້ ກຳນົດເອົາ 8 ວຽກງານສຳຄັນທີ່ຈະຕ້ອງສຸມໃສ່ ຄື:
1. ສຸມໃສ່ວຽກງານສຶກສາອົບຮົມ ຕໍ່ກັບບັນດາເປົ້າໝາຍເສບຢາເສບຕິດ ຢູ່ ຕາມບັນດາກຸ່ມບ້ານ ແລະ ບ້ານໃນຂອບເຂດທົ່ວແຂວງ ທີ່ໄດ້ເກັບກຳຂຶ້ນ ບັນຊີເປົ້າໝາຍຜູ້ຕິດຢາເສບຕິດ ໂດຍນໍາເອົາບັນດາມາດຕະການ, ຂໍ້ບັງຄັບຂອງກົດໝາຍ ລົງໄປສຶກສາອົບຮົມຕໍ່ບັນດາເປົ້າໝາຍເສບຢາເສບຕິດ ເພື່ອໜີບຮັດຕົວບຸກຄົນ ທີ່ມີການເຄື່ອນໄຫວພົວພັນກັບບັນຫາຢາເສບຕິດ ໄດ້ຮັບຮູ້ເຂົ້າໃຈ ແລະ ປ່ຽນແປງພຶດຕິກຳ, ອອກຫ່າງຈາກຢາເສບຕິດ; ຕໍ່ກັບຜູ້ລະເມີດທີ່ບໍ່ມີການປ່ຽນແປງ ແມ່ນປະຕິບັດມາດຕະການດ້ານກົດໝາຍຢ່າງເດັດຂາດ.
2. ປັບປຸງແບບແຜນການເຄື່ອນໄຫວໃຫ້ເປັນລະບົບຕໍ່ເນື່ອງ ແລະ ເຂັ້ມງວດ ໂດຍຖືເອົາການອັດ 03 ທາງ ຄື: ທາງບົກ, ທາງນໍ້າ, ທາງອາກາດ ທີ່ເປັນເສັ້ນທາງລຳລຽງ-ຂົນສົ່ງສານເຄມີຕົ້ນ, ຢາເສບຕິດປະເພດຕ່າງໆ ລະຫວ່າງ ປະເທດ, ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ເພື່ອແກ້ໄຂໃຫ້ໄດ້ເປົ້າໝາຍຄ້າ-ຂາຍ ລາຍໃຫຍ່ ທີ່ເປັນຫົວໂປ່ໂຕການ.
3. ສຸມໃສ່ວຽກງານແກ້ໄຂເປົ້າໝາຍຢາເສບຕິດ ໂດຍການປະສານສົມທົບ, ປກສ ກຸ່ມບ້ານ ແລະ ບ້ານ ລົງແກ້ໄຂມ້າງ 03 ເປົ້າ ຄື: ເປົ້າໝາຍກຸ່ມທີ່ເປັນຫົວໂປ່ໂຕການລາຍໃຫຍ່; ເປົ້າໝາຍຄ້າຂາຍ-ຂົນສົ່ງ ລາຍກາງ-ລາຍຍ່ອຍ; ເປົ້າໝາຍເສບ-ມົ້ວສຸມ.
4. ສືບຕໍ່ໃນການດໍາເນີນຄະດີຕໍ່ຜູ້ກະທຳຜິດໃຫ້ໄປຕາມຂະບວນການຍຸຕິທໍາ ປະຕິບັດ 03 ຫຼັກ ຄື: 1 ຫຼັກວິຊາການ (ນໍາໃຊ້ວິຊາສະເພາະ, ວິທະຍາສາດເຂົ້າ ໃນການແກ້ໄຂ); 2 ຫຼັກນິຕິທຳ (ເຂັ້ມງວດ ແລະ ສັກສິດໃນການປະຕິບັດກົດໝາຍ ຫຼື ການບັງຄັບໃຊ້ກົດໝາຍ); 3 ຫຼັກສິນທໍາ (ເອົາການສຶກສາອົບຮົມເປັນ ພື້ນຖານຕົ້ນຕໍ, ໃຫ້ການປົກປ້ອງ ແລະ ປະຕິບັດນະໂຍບາຍຢ່າງເໝາະສົມ ຕໍ່ຜູ້ທີ່ປະກອບສ່ວນເຂົ້າໃນການແກ້ໄຂ, ຕ້ານທຸກການກະທຳທີ່ເປັນອາດຍາສິດ, ໃນຕົວ, ສວຍໂອກາດຫາຜົນປະໂຫຍດ).
5. ສຸມໃສ່ກໍ່ສ້າງສະຖານທີ່ ສູນບຳບັດ, ຫ້ອງປິ່ນປົວ ແລະ ສູນປິ່ນປົວຜູ້ຕິດຢາເສບຕິດຢູ່ເຂດພັດທະນາດອນກໍມື້ໃຫ້ສໍາເລັດໂດຍພື້ນຖານ ເພື່ອຮອງຮັບຜູ້ທີ່ຈະເຂົ້າຮັບການບຳບັດປິ່ນປົວ.
6. ສືບຕໍ່ປະສານສົມທົບແໜ້ນກັບບັນດາອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສັງຄົມ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດສະຖາບັນ ຄອບຄົວ ແລະ ພໍ່ແມ່ນປະຊາຊົນທຸກຊັ້ນຄົນໃນສັງຄົມ ໃຫ້ການຮ່ວມມື, ເປັນຫູເປັນຕາໃຫ້ແກ່ເຈົ້າໜ້າທີ່, ຂອດສໍາຄັນກ່ວາໝູ່ ຖ້າທຸກພາກສ່ວນມີຄວາມຮັບຜິດຊອບຮ່ວມກັນ ເອົາໃຈໃສ່ປະກອບສ່ວນສຸມກຳລັງແຮງ ແລະ ທຶນຮອນ ຕໍ່ການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ ແລະ ເຮັດຢ່າງຕັ້ງໜ້າ, ຕໍ່ເນື່ອງຈຶ່ງຈະເຮັດໃຫ້ ແຂວງໄຊສົມບູນ ພວກເຮົາສາມາດແກ້ໄຂບັນຫາຢາເສບຕິດໄດ້ ຢ່າງຂາດຕົວ.
7. ສືບຕໍ່ຕິດຕາມ, ກວດກາ ຄືນຕໍ່ກັບບັນດາເປົ້າໝາຍທີ່ພົວພັນກັບຢາເສບຕິດ ທີ່ໄດ້ສຶກສາອົບຮົມແລ້ວ ແຕ່ບໍ່ມີການປ່ຽນແປງພຶດຕິກຳ ເພື່ອແກ້ໄຂ ແລະ ເຂົ້າສູນບຳບັດປິ່ນປົວ ຕາມຫຼັກການວິຊາສະເພາະ ແລະ ກົດໝາຍ.
8. ສືບຕໍ່ພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະຍາດ ເປັນຕົ້ນແມ່ນ ສສ ຫວຽດນາມ ໂດຍສະເພາະແຂວງແຮກສ່ຽວ ຄືແຂວງບັກຢ່າງ ໃນການຍົກລະດັບຄວາມຮູ້ໃຫ້ນາຍ ແລະຕຳຫຼວດຜູ້ທີ່ເຮັດວຽກງານວິຊາສະເພາະ.
ພັອ ອຸໄດ ອິນສຸວັນ ໃຫ້ຮູ້ອີກວ່າ: ສຳລັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ນັບແຕ່ ປີ 2021 ຂົນເຖິງປັດຈຸບັນຂອງ ປກສ ແຂວງໄຊສົມບູນ ແມ່ນມີຜົນສຳເລັດຕາມຄາດໝາຍ ໂດຍໄດ້ເລີກຮື້ເປົ້າໝາຍທີ່ພົວພັນກັບຢາເສບຕິດໄດ້ຫຼາຍລາຍຄະດີ, ທຳລາຍພື້ນທີ່ປູກຝິ່ນໄດ້ສຳເລັດ ເຮັດໃຫ້ແຂວງມີຄວາມສະຫງົບປອດໄພ.
ແຕ່ເຖິງແນວໃດກໍຕາມ, ຂໍຮຽກຮ້ອງມາຍັງບັນດາພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ, ພໍ່ຄ້າຊາວຂາຍ, ຕະຫຼອດຮອດບຸກຄົນ, ນິຕິບຸກຄົນ, ທີ່ອາໃສຢູ່ທົ່ວແຂວງໄຊ ສົມບູນ ຈົ່ງພ້ອມກັນຊ່ວຍເປັນກະບອກສຽງເປັນຫູເປັນຕາ ໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດປ້ອງກັນຄວາມສະຫງົບພວກເຮົາ, ເພື່ອພ້ອມກັນຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດໃຫ້ລຸດໜ້ອຍຖອຍລົງ, ຈົນໝົດສິ້ນໄປ.
ພາບ-ຂ່າວ: ສື່ມວນຊົນ ປກສ