ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງແບງ ຄັ້ງທີ XIII ໄຂຂຶ້ນຢ່າງເປັນການ.

ໃນທ່າມກາງບັນຍາກາດທີ່ທົ່ວພັກ,ທົ່ວກອງທັບ ແລະ ທົ່ວປວງຊົນລາວ ເວົ້າລວມ, ເວົ້າສະເພາະ ແມ່ນປວງຊົນຊາວເມືອງແບງ, ແຂວງອຸດົມໄຊ ພວມເອກອ້າງທະນົງໃຈຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງອຸດົມໄຊ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກເມືອງແບງ.
ມາໃນຕອນເຊົ້າວັນທີ 21 ມັງກອນ 2025 ທີ່ສະໂມສອນເມືອງແບງ ໄດ້ມີພິທີໄຂກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງແບງ ຄັ້ງທີ XIII ຂື້ນຢ່າງເປັນທາງການ ແລະ ເປັນເມືອງທໍາອິດຂອງແຂວງອຸດົມໄຊ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພອນ ພິມມະລາດ ຮັກສາການເລຂາຄະນະບໍລິຫານງານພັກເມືອງ, ຮັກສາການເຈົ້າເມືອງ, ເປັນກຽດເຂົ້າຮ່ວມມີ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ, ສະຫາຍ ສຸຫວັດ ມະຫາວົງສະໜັ່ນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຜູ້ຊີ້ນຳເມືອງແບງ,ມີບັນດາແຂກເຊີນ ຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ເລຂາພັກເມືອງ, ຄະນະປະຈຳພັກເມືອງ, ຄະນະພັກຄະນະບັນຊາ ກອງພົນທະຫານຮາບທີ 3, ສອງກຳລັງ ປກຊ-ປກສ ແລະ ຜູ້ແທນສົມບູນ 127 ສະຫາຍ, ຍິງ 5ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງແບງ 2,293 ສະຫາຍ,ຍິງ 468 ສະຫາຍ ເຂົ້າຮ່ວມ.
ໃນໂອກາດກ່າວໄຂກອງປະຊຸມ ສະຫາຍ ຄໍຳພອນ ພິມມະລາດ ຮັກສາການເລຂາຄະນະບໍລິຫານງານພັກເມືອງ, ຮັກສາການເຈົ້າເມືອງໆແບງ ກ່າວວ່າ: ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງແບງ ຄັ້ງທີ XIII ໄດ້ໄຂຂື້ນໃນເງື່ອນໄຂສະພາບແວດລ້ອມທີ່ປະເທດຊາດ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫລາຍດ້ານ ເວົ້າລວມ, ເວົ້າສະເພາະ ແມ່ນເມືອງແບງ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເງິນກີບອ່ອນຄ່າ, ລາຄາສິນຄ້າແພງ, ບົນຈິດໃຈດັ່ງກ່າວ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງແບງ ຄັ້ງທີ XIII ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍ ຄັ້ງທີ XII ຂອງອົງຄະນະພັກເມືອງ ໃນໄລຍະ 5 ປີຜ່ານມາ ຕີລາຄາຜົນໄດ້ຮັບ, ຂໍ້ຂາດຕົກບົກຜ່ອງ ແລະ ສະຫຼຸບຖອດຖອນບົດຮຽນຢ່າງພາວະວິໄສ, ພ້ອມນັ້ນ ກໍ່ຈະໄດ້ກຳນົດທິດທາງໜ້າທີ່ໃນຊຸມປີຕໍ່ໜ້າ ແຕ່ນີ້ ຮອດປີ 2029 ບັນຫາສຳຄັນ ຜູ້ແທນກອງປະຊຸມຈະໄດ້ພ້ອມກັນເລືອກເອົາຄະນະບໍລິຫານພັກເມືອງຊຸດໃຫ່ມ, ເລືອກເອົາຜູ້ທີ່ມີມາດຖານເງື່ອໄຂຄົບຖ້ວນ, ຮັບປະກັນລັກສະນະສືບທອດ ປ່ຽນແທນ ຕໍ່ເນື່ອງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ເພື່ອສືບຕໍ່ ນຳພາ-ຊີ້ນຳ ແບກຮາບເຮັດຫຼ້ອນໜ້າທີ່ໃນພາລະກິດປ່ຽນແປງໃຫ່ມໃນແຕ່ລະໄລຍະ, ພ້ອມກັນເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ເສີມຂະຫຍາຍ ປະຊາທິປະໄຕ ຢ່າງແຂງແຮງ ແລະ ໃຊ້ສະຕິ ປັນຍາ ເຂົ້າໃສ່ການຄົ້ນຄວ້າປະກອບຄຳຄິດຄຳເຫັນເຮັດໃຫ້ກອງປະຊຸມໃຫ່ຍຄັ້ງນີ້ມີຄວາມອຸດົມສົມບູນຄົບຖ້ວນ ແລະ ບັນລຸຜົນສຳເລັດຕາມລະດັບຄາດໝາຍ.
ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງແບງ ຄັ້ງທີ XIII ຈະໄດ້ດໍຳເນີນໄປເປັນເວລາ 2 ວັນ ຈິ່ງຈະສໍຳເລັດ.
ຂ່າວ:ສຸວັນທອງ ປັນຍາຂັນ






