ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈາກການເຮັດຫຼາຍອາຊີບ ຫັນມາປູກພືດເປັນສິນຄ້າ ສ້າງລາຍຮັບໃຫ້ຄອບຄົວຫຼາຍຂຶ້ນ

Jan 22, 2025

ການສ້າງເສດຖະກິດຄອບຄົວແມ່ນ ມີຫຼາຍຮູບແບບບໍ່ວ່າຈະເປັນການຄ້າຂາຍ,ການຜະລິດກະສິກໍາ ປູກຝັງ,ລ້ຽງສັດ ຕາມເງື່ອນໄຂ ແລະຄວາມສະດວກຂອງໃຜລາວ, ເພາະວ່າພັກ ແລະ ລັດຖະບານໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມ ໃຫ້ປະຊາຊົນສ້າງເສດ ຖະກິດຄອບຄົວໃຫ້ກາຍເປັນສິນຄ້າ ດັ່ງຄອບຄົວ ທ້າວ ກຸ້ງ ປະຊາຊົນບ້ານຊຶງຕະມອງແມ່ນ ຄອບຄົວໜຶ່ງ ທີ່ເປັນຄອບຄົວຕົວແບບການປູກກ້ວຍ ແລະປູກພືດແບບປະສົມປະສານ ທ້າວ ກຸ້ງ ໄດ້ສ້າງຄອບຄົວກັບນາງ ປູມ ໃນປີ2011 ມີລູກນໍາກັນ 3 ຄົນ.
ທ້າວ ກຸ້ງ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງອົງຄະນະພັກເມືອງ ຕະໂອ້ຍເມື່ອບໍ່ດົນມານີ້ວ່າ: ໃນເມື່ອກ່ອນຄອບຄົວຂອງລາວໄດ້ຢືດຖື ອາຊີບຖ່າງປ່າເຮັດໃຫ້ແບບເລື່ອນລອຍ ແລະປູກພືດແບບທຳມະຊາດດັ່ງເດີມພໍແຕ່ກຸ້ມກິນ,ຖານະເສດຖະກິດຄອບຄົວໄລຍະນັ້ນພົບຄວາມຫຍຸ້ງຍາກຫຼາຍດ້ານເປັນຕົ້ນ:ການໃຊ້ຈ່າຍບໍ່ພຽງພໍກັບຄວາມຕ້ອງການ, ຊີວິດການເປັນຢູ່ຂາດໆເຂີນໆ.
ດັ່ງນັ້ນ, ຕົນເອງຈຶ່ງໄດ້ຕັດສິນໃຈບຸກເບີກເນື້ອທີ່ສວນໃນປີທໍາອິດ2015ໃນເນື້ອທີ່ 0,2 ເຮັກຕາ ປູກໄດ້ 40-50 ຂຸມ ຕອນນັ້ນຍັງບໍ່ມີຕະຫຼາດຮອງຮັບເທື່ອ.ຕົກມາຮອດປີ 2019 ເປັນ ຕົ້ນມາ ຕົນເອງໄດ້ບຸກເບີກເນື້ອທີ່ຕື່ມອີກຈໍານວນ 0,2 ເຮັກຕາ ລວມເປັນ 1,3 ເຮັກຕາ.ເຊິງສາມາດປູກ 250-300 ຂຸມ,
ມາຮອດປີ 2024 ຂ້າພະເຈົ້າກໍາລັງຂະຫຍາຍເນື້ອທີ່ການຜະລິດຕື່ມອີກ.ຄາດຄະເນວ່າອີກ 2 ປີຕໍ່ໜ້າ ຄອບຄົວຂ້າພະເຈົ້້າຈະມີລາຍໄດ້ຈາກການຂາຍໝາກກ້ວຍບໍ່ຫຼຸດ 30 ກວ່າລ້ານກີບຕໍ່ປີ.
ພ້ອມນັ້ນຍັງຈະໄດ້ຂະຫຍາຍເນື້ອທີ່ນາປູກເຂົ້າຕື່ມອີກຈໍານວນ 1 ເຮັກຕາ,ສວນມັນຕົ້ນຈໍານວນ 2 ເຮັກຕາ ແລະ ມີສັດລ້ຽງຈໍານວນໜຶ່ງເຊັນ: ຄວາຍ 5 ໂຕ,ງົວ 10 ໂຕ,ແບ້ 9 ໂຕ,ມີໜູ ມີໜອງປາ 2 ໜອງ ເຊິງສາມາດມີລາຍຮັບເຂົ້າສູ່ຄອບຄົວເພີ່ມຂື້ນໃນທຸກໆປີ.
ທ້າວ ກຸ້ງ ກ່າວຕື່ມວ່າ: ພັກ ແລະ ລັດຖະບານ ໄດ້ວາງນະໂຍບາຍ ສົ່ງເສີມການຜະລິດໃຫ້ກາຍເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍຫຼາຍຮູບການ ແລະ ໜຶ່ງໃນນັ້ນ ກໍ່ແມ່ນການຊຸກຍູ້ສົ່ງເສີມໃຫ້ມີການປູກພືດໃຫ້ຫຼາຍເປັນສິນຄ້າ ຍ້ອນເຫດຜົນດັ່ງກ່າວ ຂ້າພະເຈົ້າຈຶ່ງ ຫັນປ່ຽນຈາກການຖ່າງປ່າເຮັດໄຮ່ຢ່າງດ່ຽວໃນເມື່ອກ່ອນ ນັບແຕ່ປີ 2015 ມາຮອດປັດຈຸບັນ ໄດ້ຂະຫຍາຍເນື້ອທີ່ປູກພຶດອອກຕື່ມອີກ.
ຜົນສໍາເລັດທີ່ກ່າວມານັ້ນ: ຍ້ອນແນວທາງຂອງພັກ-ລັດ ຖະບານ, ການນຳພາຂອງອົງຄະນະພັກອົງການປົກຄອງ, ຂະແໜງ ການແຕ່ລະຂັ້ນ ໃຫ້ການຊີ້ນຳ, ອຳນວຍຄວາມສະດວກ ແລະ ບວກໃສ່ຄວາມເປັນຈິດໜຶ່ງໃຈດຽວ, ຄວາມດຸໝັ່ນຂະຫຍັນພຽນ, ອົດທົນ, ອົດອອມ ໃຊ້ຈ່າຍຢ່າງມີແຜນການ ຂອງສະມຊິກໃນຄອບຄົວຂອງພວກຂ້າພະເຈົ້າ.ປັດຈຸບັນຄອບຄົວຂອງທ້າວ ກຸ້ງ ມີເຮືອນແປັນ 1 ຫຼັງ,ມີລົດຮຸນໄດ 1 ຄັນ,ລົດໄຖນາ 1 ຄັນ,ມີໂຮງສີເຂົ້າຂະໜາດນ້ອຍ 1 ເຄື່ອງ,ຈັກປັນເຂົ້າ 1 ເຄື່ອງ,ລົດຈັກ 2 ຄັນ ແລະ ສາມາດສົ່ງລູກຫຼານທຸກຄົນໄດ້ເຂົ້າໂຮງຮຽນຈົນຈົບ ແລະຄອບຄົວທ້າວ ກຸ້ງກ່າຍເປັນຄອບຄົວຕົວແບບໃນການປູກກ້ວຍໃນປີ 2024.ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງຊາວສວນຜູ້ຜະ ລິດ, ພະນັກງານ-ລັດຖະກອນ ຫາກຜູ້ໃດ ມີຄວາມສົນໃຈຮັກມັກອາຊີບນີ້ ກໍ່ມາເອົາປະສົບການນຳຂ້າພະເຈົ້າໄດ້,ໂດຍຄຽງຄູ່ກັບຜົນສຳເລັດ ທີ່ກ່າວມານັ້ນ, ການປູກພຶດໃນຄອບຄົວຂອງຂ້າພະເຈົ້າ ກໍ່ຍັງພົບກັບ ຄວາມຫຍຸ້ງຍາກ ເປັນຕົ້ນ: ການຜະລິດສ່ວນໃຫຍ່ແມ່ນອີງໃສ່ແຕ່ທຳມະຊາດ ເຮັດໃຫ້ບາງປີຜົນຜະລິດຕົກຕໍ່າ, ຄວາມຮັບຮູ້ທາງດ້ານເຕັກນິກຍັງບໍ່ທັນສູງ ແລະ ອີກດ້ານໜຶ່ງແຮງງານກໍບໍ່ພຽງພໍ.
ພາບ: ບຸນທົມ ສວນມະນີ
ຂ່າວ: ສີສະຫວາດ