ໂດຍຕອບຮັບຕາມການເຊື້ອເຊີນ ຂອງ ພະນະທ່ານ ອິຊິບະ ຊິເງະຣຸ, ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມ ດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມເຮັດວຽກທາງການ ຢູ່ ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 20-23 ມັງກອນ 2025 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ.
ໃນຕອນແລງຂອງວັນທີ 21 ມັງກອນ 2025, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຍີ່ປຸ່ນ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ທີ່ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ. ຫຼັງຈາກນັ້ນ, ກໍໄດ້ພົບປະສຸດຍອດສອງຝ່າຍກັບ ພະນະທ່ານ ອິຊິບະ ຊິເງະຣຸ, ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ເພື່ອແລກປ່ຽນຄໍາຄິດເຫັນ ໃນການເພີ່ມທະວີ ແລະ ເສີມຂະຫຍາຍການຮ່ວມມື ລະຫວ່າງສອງປະເທດ ກໍຄືການ ກໍານົດທິດທາງແຜນການຮ່ວມມືໃນແຕ່ລະຂົງເຂດໃນຕໍ່ໜ້າ, ລວມທັງການແລກປ່ຽນຄໍາເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.
ການຢ້ຽມຢາມເຮັດວຽກທາງການ ແລະ ພົບປະສຸດຍອດ ໃນຄັ້ງນີ້ ເປັນນິມິດໝາຍທີ່ມີຄວາມສໍາຄັນທາງປະຫວັດສາດ ອີກຄັ້ງໜຶ່ງຂອງການພົວພັນ ແລະ ຮ່ວມມື ລາວ-ຍີ່ປຸ່ນ ໃນການສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ ເລີ່ມແຕ່ປີ 1965 ເປັນຕົ້ນມາ. ການຢ້ຽມ ຢາມຄັ້ງນີ້ ຍັງຖືເປັນໜຶ່ງໃນກິດຈະກໍາສໍາຄັນ ແລະ ເປັນການເປີດການສະເຫຼີມສະຫຼອງປີມິດຕະພາບ 70 ປີ ການພົວພັນການທູດ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ອີກດ້ວຍ.
ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະ ເທດ ທີ່ມີການເຕີບໃຫຍ່ຂະຫຍາຍຕົວ ທັງໃນສາຍລັດ, ສາຍພັກ, ສາຍສະພາ ແລະ ການທູດປະຊາຊົນ ຕະຫຼອດໄລຍະ 70 ປີຜ່ານມາ, ໂດຍເຫັນໄດ້ຈາກການນໍາຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມ ຢ່າງເປັນປົກກະຕິ; ບັນດາໂຄງ ການຊ່ວຍເຫຼືອ-ຮ່ວມມືຂອງສອງປະເທດ ກໍໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີຄວາມຄືບໜ້າເປັນກ້າວໆ.
ສອງນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ມີຄວາມຍິນດີຈະສືບຕໍ່ເຮັດວຽກຮ່ວມກັນ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ ກໍຄື ການເພີ່ມຈໍານວນຕົວເລກການຄ້າ-ການລົງທຶນ ລະຫວ່າງສອງປະເທດ ໃຫ້ຫຼາຍຂຶ້ນ, ການສົ່ງເສີມການໄປມາຫາສູ່ຂອງປະຊາຊົນສອງຊາດ ໂດຍສືບຕໍ່ຊຸກຍູ້ພາກທຸລະກິດຂອງສອງຝ່າຍ ໃຫ້ສາມາດເປີດຖ້ຽວບິນໂດຍກົງ ລະຫວ່າງສອງປະເທດ ໄດ້ໃນອະນາຄົດອັນໃກ້ນີ້, ເຊິ່ງຝ່າຍລາວ ກໍມີແຜນຈະເພີ່ມໄລຍະເວລາພັກເຊົາ ໂດຍຍົກເວັ້ນວີຊາ ໃຫ້ແກ່ພົນລະເມືອງຍີ່ປຸ່ນ ທີ່ຖືໜັງສືຜ່ານແດນທໍາມະນາ ຈາກ 15 ເປັນ 30 ວັນ. ພ້ອມດຽວ ກັນນີ້, ສອງຝ່າຍກໍໄດ້ເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບການຮ່ວມມື ອາຊຽນ-ຍີ່ປຸ່ນ, ການຮ່ວມມື ແມ່ນໍ້າຂອງ- ຍີ່ ປຸ່ນ ກໍຄື ຂອບການຮ່ວມມືອົງການສະຫະປະຊາຊາດ ແລະ ອົງ ການຈັດຕັ້ງສາກົນຕ່າງໆ.
ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີ ທີ່ໄດ້ພົບປະກັບ ພະນະທ່ານ ນາຍົກລັດຖະມົນຕີ ອິຊິບະ ຊິເງະຣຸ ອີກຄັ້ງ, ພາຍຫຼັງທີ່ໄດ້ພົບປະກັນ ຢູ່ ນະຄອນຫຼວງວຽງຈັນ ໃນໄລຍະກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນເດືອນຕຸລາ 2024 ທີ່ຜ່ານມາ. ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຈາກ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ, ເປັນຕົ້ນແມ່ນການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ທີ່ຜ່ານມາ; ບັນດາໂຄງການຊ່ວຍເຫຼືອຕ່າງໆທີ່ສໍາຄັນ ໃນຂົງເຂດການພັດທະນາຊັບພະຍາກອນມະນຸດ ແລະ ໂຄງລ່າງພື້ນຖານ; ການຊ່ວຍເຫຼືອໃນຂະແຫນງການເກັບກູ້ລະເບີດບໍ່ທັນແຕກ (UXO) ເປັນຕົ້ນ. ພ້ອມດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບົດບາດຂອງຍີ່ປຸ່ນ ໃນການເປັນເຈົ້າພາບຈັດງານວາງສະແດງໂລກ Expo Osaka 2025, ພ້ອມທັງເຊື່ອໝັ້ນວ່າ ດ້ວຍປະສົບການ ແລະ ຄວາມເອົາໃຈໃສ່ຂອງລັດຖະບານຍີ່ປຸ່ນ, ການເປັນເຈົ້າພາບຈັດງານວາງສະແດງຄັ້ງນີ້ ຈະໄດ້ຮັບຜົນສໍາເລັດອັນຈົບງາມ, ເຊິ່ງຝ່າຍລາວ ກໍກໍາລັງກະກຽມເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ສະແດງຄວາມຂອບໃຈຕໍ່ການອໍານວຍຄວາມສະດວກຕ່າງໆຈາກຝ່າຍຍີ່ປຸ່ນ.
ໃນໂອກາດດຽວກັນ, ພະນະທ່ານ ນາຍົກລັດຖະມົນຕີ ອິຊິບະ ຊິເງະຣຸ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຂອບ ໃຈຕໍ່ການຕອບຮັບຄໍາເຊີນ ແລະ ດໍາເນີນການຢ້ຽມຢາມຍີ່ປຸ່ນໃນຄັ້ງນີ້ຂອງ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການສະຫນັບສະໜູນ ແລະ ຊ່ວຍເຫຼືອແກ່ ລັດຖະບານ ແລະ ປະຊາ ຊົນລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນອະນາຄົດ.
ພາຍຫຼັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ຮ່ວມກັນລົງນາມ ໃນຖະແຫຼງການຮ່ວມ ວ່າດ້ວຍ ການຍົກລະດັບເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໄດ້ເປັນສັກຂີພິຍານໃນພິທີແລກປ່ຽນເອກະສານໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງສູນພັດທະນາຄູຂັ້ນແຂວງ, ພ້ອມທັງໄດ້ຮ່ວມກັນຖະແຫຼງຂ່າວ ຕໍ່ບັນດາສື່ມວນຊົນ ກ່ຽວກັບ ຜົນສໍາເລັດຂອງການພົບປະສຸດຍອດສອງຝ່າຍໃນຄັ້ງນີ້. ຫຼັງຈາກນັ້ນ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ຄະນະ ກໍໄດ້ສືບຕໍ່ເຂົ້າຮ່ວມງານລ້ຽງຮັບຮອງອາຫານຄໍ່າແບບເຮັດວຽກ ເປັນກຽດຈັດໂດຍ ພະນະທ່ານ ອິຊິບະ ຊິເງະຣຸ, ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ.









