ມີລາຍຮັບປີລະ 500 ລ້ານກວ່າກີບ ຍ້ອນເຮັດທຸລະກິດໂຮງສີເຂົ້າທັນສະໄໝ
ຍ້ອນເຫັນໄດ້ແນວທາງນະໂຍບາຍອັນຖືກຕ້ອງ ຂອງພັກ-ລັດ ກ່ຽວກັບການຊຸກຍູ້ສົ່ງເສີມການຜະລິດໃຫ້ຫຼາຍກາຍເປັນສິນຄ້າໂດຍນໍາໃຊ້ເຄື່ອງຈັກທີ່ທັນສະໄໝເຂົ້າໃນການຜະລິດ ເພື່ອເພິ່ມຜົນຜະລິດໃຫ້ຫຼາຍຂຶ້ນເຮັດໃຫ້ຄອບຄົວມີຢູ່ມີກິນ ແລະ ມີລາຍ ໄດ້ນັບມື້ນັບເພິ່ມຂຶ້ນ
ລຸງຊຽງປັນ ຍົດເຕັມ ປະຈຸບັນຢູ່ບ້ານນາຊີງ, ເມືອງພຽງ, ແຂວງໄຊຍະບູລີ ໄດ້ໃຫ້ສໍາພາດວ່າ : ກ່ອນໜ້າຈະມາເຮັດທຸລະກິດໂຮງສີເຂົ້າແມ່ນຍ້ອນລູກເຂີຍໄດ້ໄປສີເຂົ້າຮັບຈ້າງຮັບເໝົາເພາະວ່າພໍ່ແມ່ເປັນຜູ້ຄ້າເຂົ້າຢູ່ແລ້ວໄດ້ໄປຊື້ເຂົ້າໄປປ່ອນໂຮງສີ ແລະ ສີເອົາເຂົ້າສານໄປຂາຍເຫັນວ່າມີຂໍ້ສະດວກແລະລາຍຮັບກໍ່ດີ ສະນັ້ນເຫັນໂອກາດຊ່ອງທາງດໍາເນີນທຸລະກິດ ລຸງຈຶ່ງໄດ້ພ້ອມກັນລູກ ສາວ,ລູກເຂີຍ ໄດ້ຊື້ໂຮງສີເຂົ້າມາຕັ້ງໃນປີ 2011 ໂດຍມີກໍາລັງການສີເຂົ້າ 600 ກິໂລເຂົ້າສານຕໍ່1 ຊົ່ວໂມງ, ສີໄດ້ 2 ປີກວ່າ ເຫັນວ່າເສດຖະກິດຕາມທ້ອງຕະຫຼາດມີຄວາມຕ້ອງການສູງ ບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ ກໍ່ໄດ້ຊື້ໂຮງສີມາຕັ້ງອີກຕື່ມຫຼ້ນສີເຂົ້າ 1 ໂຕນເຂົ້າສານຕໍ່ 1 ຊົ່ວໂມງ, ສີໄດ້ປະມານ 3 ປີ ກໍ່ເຫັນວ່າຍັງບໍ່ພໍກັບຄວາມຕ້ອງຂອງຕະຫຼາດສະນັ້ນຈີງໄດ້ຊື້ມາຕັ້ງຕື່ມອີກເຄື່ອງໜື່ງທີ່ສີເຂົ້າໄດ້ 1 ຊົ່ວໂມງຕໍ່ 2 ໂຕນເຂົ້າສານ.
ເຄື່ອງດັ່ງກ່າວນີ້ ແມ່ນໄດ້ມອບໃຫ້ລູກສາວກັບລູກເຂີຍເປັນຜູ້ຮັບຜິດຊອບ, ເຫັນວ່າຄວາມຕ້ອງການຂອງຕະຫຼາດກໍ່ຍັງສູງເມື່ອເປັນແນວນັ້ນກໍ່ໄປຊື້ໂຮງສີເຂົ້າຫຼ້ນສີໄດ້ 2 ໂຕນຕໍ່ຊົ່ວໂມງອີກ 1 ເຄື່ອງປ່ຽນຈາກໂຮງສີເຂົ້າ 1 ໂຕນຕໍ່ຊົ່ວໂມງ ມາຮອດປະຈຸບັນນິ້ສາມາດສີເຂົ້າສານໄດ້ 20 ກວ່າໂຕນຕໍ່ມື້ ພ້ອມກັນນີ້ກໍ່ໄດ້ຂະຫຍາຍເຕົາອົບ ສາມາດອົບເຂົ້າ 9-10 ໂຕນຕໍ່ຄັ້ງ, ອົບໄດ້ມື້ລະສອງຄັ້ງເຂົ້າມານໍາໃຊ້ ເຫັນວ່າບາງມື້ກໍພຽງພໍບາງມື້ກໍຍັງບໍ່ພຽງພໍກັບລູກຄ້າຕາມທ້ອງຕະຫຼາດ, ການສົ່ງອອກເຂົ້າສານ,ຮໍາ,ເຂົ້າປ່ຽນແມ່ນແມ່ຄ້າຄົນກາງມາຮັບເອົາຢູ່ໂຮງສີ ໄປຂາຍຫຼັງຈາກຂາຍແລ້ວຈືງເອົາທືນມາສົ່ງທາງໂຮງສີ ນອກຈາກແມ່ຄ້າຄົນກາງມາເອົາໄປຂາຍແລ້ວລູກເຂີຍຍັງໄດ້ໄປສົ່ງຕາມທ້ອງຕະຫຼາດສໍາລັບການສົ່ງອອກແມ່ນມີ 2 ຕະຫຼາດ ຄື: ຕະຫຼາດເຊັນສັນຍາ ແລະ ຕະຫຼາດທົ່ວໄປຄື: ຕະຫຼາດເມືອງໄຊຍະບູລີ, ຫຼວງພະບາງ ແລະ ອຸດົມໄຊ, ສ່ວນວັດຖຸດິບນໍາເຂົ້າມາສ່ວນໃຫຍ່ແມ່ນແມ່ຄ້າເອົາມາສົ່ງ ໂດຍເກັບຊື້ຈາກ ເມືອງພຽງ, ເມືອງໄຊຍະບູລີ, ເມືອງປາກລາຍ, ເມືອງບໍ່ແຕນ ແລະ ເມືອງຊະນະຄາມ ແຂວງວຽງຈັນ, ສ່ວນລາຄາເຂົ້າ ເປືອກທີ່ຮັບຊື້ຕໍ່າສຸດແມ່ນ 7.500 ກີບຕໍ່ກິໂລ, ສູງສຸດ 8.000 ກີບຕໍ່ກິໂລ, ການຂາຍເຂົ້າສານລາຄາຕໍ່າແມ່ນ 14.000 ກີບຕໍ່ກິໂລ, ສູງແມ່ນ 15.000 ກີບຕໍ່ກິໂລ, ສ່ວນຮໍາແມ່ນ 2.000 ກີບຕໍ່ກິໂລ, ເຂົ້າປ່ຽນ10.000ກີບຕໍ່ກິໂລ, ປີ 1 ລົງທືນຊື້ເຂົ້າເປືອກເປັນເງິນ 3 ຕື້ກີບ, ຫັກຄ່າສິນເປືອງອື່ນໆອອກຈະເຫຼື່ອກໍາໄລປະມານ 500 ລ້ານກີບ, ພ້ອມດຽວກັນນີ້ລຸງຍັງໄດ້ຍົກໃຫ້ເຫັນຂໍ້ສະດວກ,ຂໍ້ຫຍຸງຍາກ ໃນການສີເຂົ້າ ຫຼັກໆແມ່ນການແຍກຊະນິດຂອງເຂົ້າ, ເຂົ້າບໍ່ແຫ້ງເຮັດໃຫ້ການສີພົບຄວາມຫຍຸ້ງຍາກ ບໍ່ຄືເຂົ້າທີ່ຜ່ານເຕົາອົບແມ່ນສີງ່າຍ.
ສ່ວນແຜນການໃນຕໍ່ໜ້າ ເພືອຕອບສະໜອງຄວາມຕ້ອງ ການ ຂອງຕະຫຼາດ ແມ່ນຈະໄດ້ຊອກຫາແຫຼງທືນມາຂະຫຍາຍເຄື່ອງແຍກເກດຕື່ມເປັນ 2 ຫົວ ເພື່ອຈະເຮັດໂລໂກ ແລະ ບັນຈຸໃສ່ເປົາ ໃສ່ຖົງແຕ່ລະຂະໜາດຕາມຄວາມຕ້ອງການຂອງຜູ້ບໍລິໂພກ.
ຂ່າວ: ສົມປະສົງ ສິດທິໄຊ
#News.XBL






