ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສັ້ນທາງເຂດງານເມືອງຄູນ ຫາ ເຂດຍາມຈະເລີນເມືອງທ່າໂທມຈະທະລຸສຳເລັດໃນກາງປີນີ້

Jan 22, 2025

ຕາມການລາຍງານຂອງ ທ່ານ ຄໍາມະນີ ພິມມະຫາໄຊ ປະທານບໍລິສັດມະຫາໄຊກໍ່ສ້າງຂົ່ວທາງໄດ້ລາຍງານສືສິງພິມຊຽງຂວາງມີໄຊຄັ້ງວັນທີ 17 ມັງກອນ2025ໃຫ້ຮູ້ວ່າ ເສັ້ນທາງແຕ່ເຂັດງານເມືອງຄູນແຂວງຊຽງຂວາງຫາເຂດຍາມຈະເລີນເມືອງທ່າໂທມແຂວງໄຊສົມບູນ ຈະບຸກທະລຸໃຫ້ສຳເລັດໃນກາງປີ 2025ນີ້ ພາຍຫຼັງທີ່ບໍລິດສັດໄດ້ເລີມດຳເນີນມາແຕ່ປີ2016 ແລະມາເຖິ່ງ 2019ໄດ້ຢຸດຕິການບຸກເບີເນື່ອງຈາກການລະບາດຂອງພະຍາດໂຄວິດພາຍຫຼັງພະຍາດໂຄວິດ19ຜ່ອນຄາຍ ບໍລິສັດກໍ່ໄດ້ສືບຕໍ່ດຳເນີນການບຸກເບີກແລະກໍ່ສ້າງມາຮອດປະຈຸບັນສະເລັດໄປແລ້ວ 72,89% ໃນຄວາມຍາວຂອງເສັ້ນທາງ 34 ກິໂລແມັດ ແລະຄາດວ່າຈະບຸກທະລຸສຳເລັດໃນກາງປີ2025.
ຂ່າວ: ໜັງສືພິມຊຽງຂວາງມີໄຊ