ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການເດີນທາງທ່ອງທ່ຽວຈີນສືບຕໍ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວຕ່າງປະເທດຫຼາຍຂຶ້ນ

Jan 22, 2025

ເນື່ອງໃນໂອກາດໄລຍະພັກບຸນກຸດຈີນທີ່ໃກ້ຈະມາເຖິງ, ການ ເດີນທາງທ່ອງທ່ຽວຈີນທີ່ໄດ້ດຶງດູດຄວາມສົນໃຈຂອງຜູ້ຊົມໃຊ້ສື່ສັງຄົມອອນລາຍນັ້ນສືບຕໍ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍ, ນັກທ່ອງທ່ຽວຕ່າງປະເທດນັບມື້ນັບມີຄວາມກະຕືລືລົ້ນໃນການເດີນ ທາງທ່ຽວປະເທດຈີນ, ຈັງຫວະການເຕີບໂຕສູງດ້ານການເດີນທາງທ່ຽວປະເທດຈີນອາດຈະກາຍເປັນຈຸດເດັ່ນຂອງຕະຫຼາດການທ່ອງທ່ຽວໃນໄລຍະພັກບຸຸນກຸດຈີນປີ 2025.
ພາຍໃຕ້ນະໂຍບາຍ “ຍົກເວັ້ນວີຊາເຂົ້າເມືອງຈີນບໍ່ກາຍ 240 ຊົ່ວໂມງ” ທີ່ໄດ້ຮັບການຈັດຕັ້ງປະຕິບັດຫຼ້າສຸດ ກໍຄື ປະເທດ ແລະ ເຂດແຄວ້ນທີ່ຍົກເວັ້ນວີຊາຕໍ່ຈີນຂະຫຍາຍເພີ່ມຂຶ້ນຢ່າງຕໍ່ເນື່ອງນັບແຕ່ປີ 2024 ເປັນຕົ້ນມາ, ເຮັດໃຫ້ການເດີນທາງທ່ຽວປະ ເທດຈີນໄດ້ເຕີບໂຕດ້ວຍຈັງຫວະສູງຢ່າງຕໍ່ເນື່ອງ.
ອີງຕາມຕົວເລກຂໍ້ມູນທີ່ກ່ຽວຂ້ອງແຈ້ງໃຫ້ຮູ້ວ່າ: ມີນັກທ່ອງ ທ່ຽວສັ່ງຈອງເພື່ອເຂົ້າມາທ່ຽວປະເທດຈີນໃນໄລຍະພັກບຸນກຸດຈີນປີມະເສັງ 2025 ເພີ່ມຂຶ້ນ 203% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ຄາດວ່າໃນໄລຍະພັກບຸນກຸດຈີນປີນີ້, ຈໍານວນນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າເມືອງຈີນຈະສ້າງສະຖິຕິສູງສຸດໃນປະຫວັດສາດ.
ທີ່ມາ: CMG