ໃນວັນທີ 21 ມັງກອນ 2025 ຄະນະນຳ 3 ອົງການຈັດຕັ້ງມະຫາຊົນ ແລະ ຄອບຄົວການນຳແຂວງໄດ້ນຳເອົາເຄື່ອງບໍລິໂພກ, ອຸປະໂພກ ໄປອວຍພອນນາຍ ແລະ ພົນທະຫານທີ່ກຳລັງປະຕິ ບັດໜ້າທີ່ຢູ່ແນວໜ້າ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ( 20 ມັງກອນ 1949-20 ມັງກອນ 2025 )
ໂດຍໄດ້ແບ່ງອອກເປັນ 3 ເສັ້ນທາງຄື: ເສັ້ນທາງເມືອງລ້ອງຊານນໍາພາໂດຍ ສະຫະພັນກຳມະບານແຂວງ, ເສັ້ນທາງເມືອງລ້ອງແຈ້ງ ນຳພາໂດຍ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ເສັ້ນ ທາງເມືອງທ່າໂທມ ນຳພາໂດຍສະຫະພັນແມ່ຍິງແຂວງ ເຊິ່ງເຄື່ອງທີ່ນຳໄປມອບໃນຄັ້ງນີ້ແມ່ນໄດ້ຮັບຈາກການປະກອບສ່ວນຂອງເອື້ອຍນ້ອງແມ່ຍິງໜ່ວຍອ້ອມຂ້າງແຂວງ ມູນຄ່າທັງໝົດ 9,850,00 ກີບ ເຊິ່ງລວມມີ 34 ປ້ອມ ໂອກາດອັນມີຄວາມໝາຍຄວາມສຳຄັນນີ້ ຄອບຄົວການນໍາແຂວງຍັງໄດ້ມອບເງິນຊຸກຍູ້ ຈຳນວນ 10,000,000 ກີບ ເພື່ອສ້ອມແປງປ້ອມຢູ່ 2 ຈຸດຄື ປ້ອມປ່າເຫ້ຍ 2 ແລະ ປ້ອມນາຍໍ ຕາງໜ້າມອບໂດຍທ່ານ ນາງ ສາຄອນ ຮຸ່ງບຸນຍວງ.
ການສ້າງຂະບວນການຄັ້ງນີ້ເພື່ອເປັນການຕ້ອນຮັບກອງປະ ຊຸມໃຫຍ່ 3 ຂັ້ນ ຂອງພັກ ແລະ ວັນແມ່ຍິງສາກົນທີ່ຈະມາເຖິງນີ້ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ ແລະ ຮັດ ແໜ້ນຄວາມສາມັກຄີລະຫວ່າງ 3 ອົງການຈັດຕັ້ງມະຫາຊົນ ແລະ ອ້າຍ ນ້ອງທະຫານ ທີ່ປະຈຳຢູ່ແຕ່ລະປ້ອມໃຫ້ມີຄວາມແໜ້ນແຟ້ນກວ່າເກົ່າ.





