ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປູກຈິດສຳນຶກການຫລຸດຜ່ອນ ຂີ້ເຫຍື້ອພລາສຕິກໃນລາວ

Jan 22, 2025

ອົງການເຄືອຂ່າຍມະຫາວິທະຍາໄລ ທີ່ໃຊ້ພາສາຝຣັ່ງ(AUF) ຈັດກິດຈະກຳໂຄສະນາສື່ສານ ພາຍໃຕ້ຫົວຂໍ້ “ບໍ່ມີພລາສຕິກ ແມ່ນມີຄວາມສວຍງາມຍິ່ງຂຶ້ນ” ຢູ່ຕະຫລາດໂນນຄໍ້ ນະຄອນຫລວງວຽງຈັນ ໃນວັນທີ 21 ມັງກອນ 2025 ເພື່ອຈຳກັດການນຳໃຊ້ຂີ້ເຫຍື້ອທີ່ເປັນປລາສຕິກ, ທັງເປັນການສົ່ງເສີມການຄ້າ ຢ່າງມີຄວາມຮັບຜິດຊອບໂດຍຜ່ານໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ການກຸ້ມຕົນເອງ ທາງດ້ານທຸລະກິດຂອງແມ່ຄ້າຂາຍເຄື່ອງ ຢູ່ຕະຫລາດໃນລາວ ແລະ ການມີສ່ວນຮ່ວມຂອງເຂົາເຈົ້າໃນການຮັກສາສິ່ງແວດລ້ອມ.
ການຈັດກິດຈະກຳດັ່ງກ່າວ, ໄດ້ມີການສະແດງສິລະປະຮ້ອງເພງ ແລະ ການເຕັ້ນລໍາ ຈາກກຸ່ມສິລະປະດົນຕີພື້ນບ້ານ (ໝໍລຳ) ຂອງກຸ່ມສິລະປິນ ເອ ເຄ ມິວສິກ. ພ້ອມທັງ, ເຜີຍແຜ່ຂໍ້ຄວາມກ່ຽວກັບການໃຊ້ຖົງຜ້າ ແລະ ກະຕ່າແທນຖົງປລາສຕິກ ທີ່ໃຊ້ເທື່ອດຽວ ເຊິ່ງໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນຈາກກອງທຶນແນວຄິດລິເລີ່ມທ້ອງຖິ່ນ ຂອງປະເທດການາດາ (FCIL) ແລະ ດໍາເນີນໂຄງການໂດຍອົງການເຄືອຂ່າຍມະຫາວິທະຍາໄລ ທີ່ໃຊ້ພາສາຝຣັ່ງ ທີ່ມຸ່ງຫວັງໃຫ້ເກີດການປ່ຽນແປງໃນຕະຫລາດ ໃນນະຄອນຫລວງວຽງຈັນ ໂດຍເນັ້ນໃສ່ການຫລຸດການໃຊ້ຖົງຢາງປລາສຕິກ ທີ່ຜູ້ຂາຍໃສ່ເຄື່ອງໃຫ້ລູກຄ້າ ແລະ ເພີ່ມລາຍໄດ້ໃຫ້ແກ່ທຸລະກິດ.
ໂອກາດນີ້, ທ່ານ ວຽງຄຳ ລໍວັນໄຊ ຫົວໜ້າຈັດສັນຕະຫລາດໂນນຄໍ້ ໃຫ້ຮູ້ວ່າ: ຕະຫລາດໂນນຄໍ້ ຍິນດີຮ່ວມງານກັບທີມງານ AUF ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວຄ້າຂາຍ ພາຍໃນຕະຫລາດ ກໍຄື ຜູ້ມາໃຊ້ບໍລິການໃນຕະຫລາດ ໃຫ້ມີສ່ວນຮ່ວມໃນການຮັກສາສິ່ງແວດລ້ອມ ເປັນຕົ້ນ ການຫລຸດ ຜ່ອນການໃຊ້ຖົງຢາງພລາສະຕິກ ໂດຍຫັນມາໃຊ້ກະຕ່າ ຫລື ຖົງຊະນິດອື່ນທີ່ສາມາດໃຊ້ໄດ້ຫລາຍເທື່ອ. ນອກຈາກ ຈະຢູ່ຕະຫລາດແລ້ວ, ຍັງສາມາດນຳໃຊ້ຢູ່ສະຖານທີ່ທ່ອງທ່ຽວ, ສວນສາທາລະນະຕ່າງໆ ໃນການຫລຸດຜ່ອນການນຳໃຊ້ຖົງຢາງພລາສຕິກ ເຮັດໃຫ້ມີຄວາມສະອາດງາມຕາ, ທັງເປັນການຮັກສາສິ່ງແວດລ້ອມ ອີກດ້ວຍ.
ທີ່ມາ: ວຽງຈັນໃໝ່