ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທະຫານແຂວງບໍ່ແກ້ວ ສະຫຼຸບຖອດຖອນວຽກງານປ້ອງກັນຊາດຮອບດ້ານ

Jan 22, 2025

ໃນວັນທີ 21 ມັງກອນ 2025 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 ຂຶ້ນ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ, ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ, ມີສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ສະຫາຍ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ, ມີບັນດາຄະນະພັກ-ຄະນະບັນຊາ 6 ຫ້ອງ, 5 ກອງບັນຊາການເມືອງ, 3 ກອງພັນນ້ອຍ, ໂຮງຮຽນ, ໂຮງໝໍ, ກອງຮ້ອຍເອກະລາດ, ແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກອງບັນຊາການທະຫານແຂວງເຂົ້າຮ່ວມ.
ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຫົວໜ້າຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາ, ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປ້ອງກັນຊາດຮອບດ້ານໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການໃນ 1 ປີຕໍ່ໜ້າ, ໂດຍລວມແມ່ນມີຄວາມສະຫງົບ ແລະ ປອດໄພ 100%, ພະນັກງານນາຍ ແລະ ພົນທະຫານ ແມ່ນມີຄວາມຫ້າວຫັນວ່ອງໄວ, ມີນໍ້າໃຈຮັກຊາດ ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍ ແລະ ບັນດາປະກົດການຫຍໍ້ທໍ້ຂອງພວກອິດທິກຳລັງປໍລະປັກ, ຈັດຕັ້ງກໍາລັງປ້ອງກັນເວນຍາມຄ້າຍຄູ່ ແລະ ຂອບເຂດຄວາມຮັບຜິດຊອບທົ່ວເທດສະບານເມືອງ-ແຂວງ ໃຫ້ມີຄວາມສະຫງົບ ແລະ ປອດໄພ. ໂດຍປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ, ທິດທາງແຜນການໃນຊຸມປີ 2025 ກອງບັນຊາການທະຫານແຂວງບໍ່ແກ້ວ ຈະໄດ້ຍົກສູງບົດບາດການນຳພາຂອງພັກ, ເປັນເຈົ້າ ການນຳໜ້າໃນທຸກວຽກງານ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ຖືເອົາການສຶກສາອົບຮົມການເມືອງນຳພາເປັນກົກ, ເອົາການປັບປຸງ-ກໍ່ສ້າງພັກ-ກໍ່ສ້າງພະນັກງານ ເປັນບັັນຫາສຳຄັນ ສ້າງໃຫ້ໄດ້ກໍາລັງແຮງສັງລວມພາຍໃນກົມກອງ, ຕັ້ງໜ້າເຄື່ອນໄຫວທັບມ້າງໜໍ່ແໜງຂອງກຸ່ມຄົນບໍ່ດີ ໃຫ້ນັບມື້ນັບລຸດໜ້ອຍຖອຍລົງ, ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ແບບແຜນວິທີນໍາພາຂອງພັກ, ຈັດຕັ້ງອົບຮົມຫັດແອບ ການເມືອງ-ການທະຫານ, ພະລາທິການເຕັກນິກ ແລະ ວິຊາສະເພາະ ຕິດພັນກັບການປະຕິບັດຂໍ້ ກໍານົດກົດລະບຽບ ຂອງກອງທັບໃຫ້ເຂັ້ມງວດ, ຕັ້ງໜ້າສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ, ຖືເອົາການປູກ, ການລ້ຽງເປັນປັດໄຈສູ້ຊົນສ້າງແຫຼ່ງລາຍຮັບໃຫ້ຫຼາຍຂື້ນ, ປັບປຸງຄ້າຍຄູໃຫ້ແໜ້ນໜ້າຖາວອນ ໃຫ້ກາຍເປັນກົມກອງວັດທະນະທໍາ, ຄຸ້ມຄອງ ແລະ ຮັບປະກັນໄດ້ທາງດ້ານພາຫະນະເຕັກນິກ, ອາວຸດ-ລູກກະສູນ ສາມາດຕອບສະໜອງໄດ້ໃນການອົບຮົມ-ຫັດແອບ ແລະ ກຽມພ້ອມສູ້ຮົບມີໄຊ ໃນທຸກກໍລະນີ. ໂອກາດດັ່ງກ່າວກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ. ກອງບັນຊາການທະຫານແຂວງບໍ່ແກ້ວ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ວຽງສະຫວັນ ຄໍາມະນີຫຼ້າ ເປັນຮັກສາການຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ແລະ ສະຫາຍ ພັນໂທ ມານິດ ຈັນສີ ເປັນຮັກສາການຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງ. ພ້ອມກັນນັ້ນ, ຜູ້ແທນກອງປະຊຸມໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມໝາຍສໍາຄັນຢ່າງເລິກເຊິ່ງ.
ໂອກາດນີ້ ສະຫາຍ ປອ ທອງຈັນ ມະນີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ວຽກງານຜົນສໍາເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໜັກ ແລະ ຮຽກຮ້ອງບາງບັນຫາໃຫ້ບັນດາ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຈົ່ງພ້ອມກັນ ສຶກສາອົບຮົມຮອບດ້ານການເມືອງ-ນໍາພາແນວຄິດໃຫ້ເປັນບັນຫາສໍາຄັນ, ຈັດຕັ້ງປະຕິບັດເຮັດສຳເລັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນເຂົ້າໃນການຊີ້ນຳ-ນຳພາ, ບັນຊາ ພະນັກງານ-ນັກຮົບ, ປະຕິບັດລະບອບປະຊຸມ ແລະ ລະບົບສ່ອງແສງລາຍງານພ້ອມກັບຕິດຕາມກວດກາສະພາບການໃຫ້ໜັກແໜ້ນເຂັ້ມແຂງ ແລະ ວ່ອງໄວທັນເວລາ, ເປັນເຈົ້າການເພີ່ມທະວີມີສະຕິລະວັງຕົວທັບມ້າງທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ສືບຕໍ່ປັບປຸງແບບແຜນວິທີການເຮັດວຽກ, ຄົ້ນຄວ້າສຶກສາອົບຮົມດ້ານທິດສະດີການເມືອງຂອງພັກ, ເພື່ອແນໃສ່ກໍ່ສ້າງພັກ-ກໍ່ສ້າງພະນັກງານ ກໍ່ຄືການປັບປຸງກໍ່ສ້າງກຳລັງປະກອບອາວຸດ ໃຫ້ມີຄວາມເຕີບໃຫຍ່ໜັກແໜ້ນເຂັ້ມແຂງ.
ຂ່າວ: ວໍລະສິດ ພິດສະຫາຍ