ຄະນະພັກ-ຄະນະບັນຊາ ກອງພົນທີ 4 ອວຍພອນ ອໍານວຍການໂຮງໝໍບໍລິເວນ 109 ກອງທັບ

ວັນທີ 17 ມັງກອນ 2025 ນີ້, ຄະນະພັກ-ຄະນະບັນຊາ ກອງພົນທີ 4 ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອອຍພອນ ຄະນະອໍານວຍການໂຮງໝໍບໍລິເວນ 109, ເຊິ່ງນໍາໂດຍ ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານກອງພົນທີ 4 ພ້ອມຄະນະ, ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ດຣ ອັກສອນ ລິນສະຫວາດ ອຳນວຍການໂຮງໝໍບໍລິເວນ 109 ພ້ອມຄະນະໃຫ້ການຕ້ອນຮັບ.
ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ການບໍລິຫານງານຂອງ ໂຮງໝໍບໍລິເວນ 109, ການບໍລິການ, ການເອົາໃຈໃສ່ປິ່ນປົວຜູ້ບາດເຈັບ, ເຈັບ ປ່ວຍຂອງນາຍ ແລະ ພົນທະຫານທົ່ວກອງພົນຕະຫຼອດຮອດ ພໍ່ແມ່ປະຊາຊົນ ຂອບເຂດໃກ້ຄຽງຢ່າງຕັ້ງໜ້າ ພ້ອມທັງອວຍ ພອນໄຊອັນປະເສີດມາຍັງ ຄະນະອຳນວຍການໂຮງໝໍ ພ້ອມຄະນະຕະຫຼອດຮອດ ນາຍ ແລະ ພົນທະຫານ ຈົ່ງມີສຸຂະພາບແຂງແຮງສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.
ສະຫາຍ ອໍານວຍການໂຮງໝໍບໍລິເວນ 109 ໄດ້ສະແດງຄວາມ ຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ການນໍາກອງພົນທີ 4 ພ້ອມຄະນະ, ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງກົມກອງ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາພາເອື້ອຍນ້ອງ ພະນັກງານແພດໝໍ ໃນກົມກອງປະຕິບັດໜ້າທີ່ວິຊາສະເພາະຂອງຕົນໃຫ້ເກີດຜົນປະໂຫຍດສູງສຸດ ຕໍ່ພະນັກງານ ນາຍ ແລະ ພົນທະຫານ ຕະຫຼອດຮອດພໍ່ແມ່ປະຊາຊົນ ທີ່ເຂົ້າມາໃຊ້ບໍລິການປິ່ນປົວສຸຂະ ພາບໃນ ໂຮງໝໍບໍລິເວນ109 ກອງທັບ ຂອງພວກເຮົາ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຂັນທີສະໜາມອຸ່ນ ພ້ອມຄະນະ ໄດ້ເຂົ້າຢ້ຽມຢາມ ບັນດາ ພະນັກງານນັກຮົບ ຜູ້ທີ່ໄດ້ເຂົ້າປິ່ນປົວຢູ່ໂຮງໝໍບໍລິເວນ 109 ເພື່ອເປັນຂອງຂວັນກໍາລັງໃຈ ແລະ ປະກອບສ່ວນຊຸກຍູ້ເຂົ້າໃນວຽກງານວິຊາສະເພາະແພດ – ໝໍ ຮັບໃຊ້ຜູ້ບາດເຈັບ.
ພາບ-ຂ່າວໂດຍ: ຮທ ໂພຄຳ ພອນປະເສີດ ກອງພົນທີ 4




