ຜົນສຳເລັດການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດຢູ່ເມືອງອະນຸວົງ

ພັທ ພູວັນ ໄພຍະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ໃຫ້ສຳພາດໃນວັນທີ 20 ມັງກອນ 2025 ກ່ຽວກັບຜົນງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະປີ 2021- ປັດຈຸບັນ ພາຍໃນເມືອງອະນຸວົງ ມີຜົນສຳເລັດຫຼາຍດ້ານ.
ໃນໄລຍະ 3 ປີຜ່ານມາ ຄະນະຮັບຜິດຊອບໂຄສະນາ ສາມາດເຄື່ອນໄຫວລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດທົ່ວເມືອງອະນຸວົງ ໄດ້ທັງໝົດ 27 ຈຸດ ມີຜູ້ເຂົ້າຮ່ວມ 1.907 ຄົນ ຍິງ 783 ຄົນ, ໃນການລົງໂຄສະນາແຕ່ລະຄັ້ງເຫັນວ່າ ອຳນາດການປົກຄອງ, ພໍ່ແມ່ປະຊາຊົນບັນດາເຜົ່າແມ່ນມີຄວາມຮ່ວມມື ແລະ ເຂົ້າໃຈຢ່າງເລິກເຊິ່ງ; ວຽກງານສຶກສາອົບຮົມ ຄະນະຮັບຜິດ ຊອບໄດ້ນໍາເອົາບັນດາກົດໝາຍ, ຄໍາສັ່ງ, ນິຕິກຳຕ່າງໆ ທີ່ກ່ຽວ ພັນເຖິງຢາເສບຕິດ ລົງເຜີຍແຜ່ໃຫ້ບັນດາກຸ່ມເປົ້າໝາຍທີ່ມີການພົວພັນກັບຢາເສບຕິດ ໄດ້ທັງໝົດ 22 ຄັ້ງ, ມີຜູ້ເຂົ້າຮ່ວມ 184 ຄົນ ຍິງ 9 ຄົນ; ວຽກງານຈັດຕັ້ງປະຕິບັດນໍາໃຊ້ມາດຕະການ ຄະ ນະພັກ-ຄະນະກອງບັນຊາການ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ບັນດາພະແນກວິຊາສະເພາະລົງແກ້ໄຂ ແລະ ເລີກຮື້ເປົ້າໝາຍຄ້າ-ຂາຍຢາເສບຕິດ ໄດ້ທັງໝົດ 18 ຄັ້ງ, ມີຜູ້ຖືກຫາ 52 ຄົນ ຍິງ 11 ຄົນ, ຢຶດຂອງກາງຢາບ້າ 60,153 ເມັດ, ຢາສູບໄຟຟ້າ 10 ອັນ, ໃບກະທ່ອມ 54 ຊຸດ, ຄໍລາເຈນ 1 ຊອງ ແລະ ເງິນ 23,589,000 ກີບ.
ພັທ ພູວັນ ໄພຍະວົງ ໃຫ້ຮູ້ຕື່ມວ່າ ການແກ້ໄຂບັນຫາຢາເສບ ຕິດພາຍໃນເມືອງອະນຸວົງ ປັດຈຸບັນ ຍັງໄດ້ສຸມໃສ່ຂຶ້ນບັນຊີເປົ້າ ໝາຍຄ້າຂາຍ, ເສບຢາເສບຕິດ ແລະ ກວດລ້າງເລີກຮື້ພື້ນທີ່ ທີ່ປະຊາຊົນມີການລັກລອບປູກຝິ່ນ ຢ່າງແຂງແຮງ, ພ້ອມກັນນັ້ນ ຍັງເອົາໃຈໃສ່ແກ້ໄຂຢາເສບຕິດປະເພດ ນໍ້າກະທ່ອມ, ຄໍລາເຈນ ທີ່ກຳລັງເກີດຂຶ້ນໃໝ່ ໂດຍປະຕິບັດຕາມ 3 ຫຼັກການ ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ຢ່າງເຂັ້ມງວດ.
ພາບ-ຂ່າວ: ສື່ມວນຊົນ ປກສ





