ຄະນະກຳມະການໂອແລັມປິກລາວ ສະຫຼຸບຜົນງານປະຈຳປີ 2024

ເມື່ອບໍ່ດົນມານີ້, ຄະນະກຳມະການໂອແລັມປິກແຫ່ງຊາດລາວ (ຄອລ) ໄດ້ຈັດປະຊຸມສະຫຼຸບຜົນງານການເຄື່ອນໄຫວ ປະຈຳປີ 2024 ທີ່ຫ້ອງປະຊຸມ ຄອລ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານ ຄອລ.
ກອງປະຊຸມ ໄດ້ລາຍງານຜົນງານການເຄື່ອນໄຫວ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ໂດຍສະເພາະວຽກງານການຈັດຕັ້ງປະຕິບັດກອງທຶນສົ່ງເສີມກິລາສູ່ໂອແລັມປິກ,ລວມລາຍງານບັນດາສະຫະພັນກິລາທີ່ມີການເຄື່ອນໄຫວພົ້ນເດັ່ນໃນປີ 2024 ໃນນັ້ນ,ພົ້ນເດັ່ນຄືການສົ່ງນັກກິລາເຂົ້າຮ່ວມງານມະຫະກຳກິລາໂອແລັມປິກສາກົນ 2024, ນັກກິລາເພາະກາຍລາວ ສ້າງປະຫວັດສາດໄດ້ຫຼຽນຄຳ ລາຍການຊີງແຊັມໂລກຄັ້ງທຳອິດ ທີ່ປະເທດເມົາດິບ, ສະຫະພັນບານເຕະແຫ່ງຊາດລາວ ໄດ້ຮັບລາງວັນສະຫະພັນບານເຕະດີເດັ່ນແຫ່ງປີຂອງສະຫະພັນບານເຕະອາຊີ, ກິລາໝາກແລ້ ຖືກບັນຈຸເຂົ້າຊີງຫຼຽນໃນງານກິລານັກຮຽນທົ່ວປະເທດຄັ້ງທຳອິດ ທີ່ແຂວງສາລະວັນ, ສະຫະພັນປິ່ງປ່ອງແຫ່ງຊາດ ສຳເລັດການເປັນເຈົ້າພາບປິ່ງປ່ອງເຍົາວະຊົນ -ຊາວໜຸ່ມ ລະດັບໂລກຄັ້ງທຳອິດ ລາຍການ WTT Youth Contender, ສ່ວນສະຫະພັນເປຕັງແຫ່ງຊາດ ກໍນຳພາຄະນະນັກກິລາຍາດໄດ້ 3 ຫຼຽນຄຳ 2 ຫຼຽນເງິນ 4 ຫຼຽນທອງ ໃນງານກິລາມະຫາວິທະຍາໄລອາຊຽນ ທີ່ອິນໂດເນເຊຍ.






