ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອລາວ ແລະ ສະມາຄົມຊາວຫວຽດນາມ ເຂົ້າອວຍພອນ ທະຫານ ແຂວງຫຼວງພະບາງ

ວັນທີ 20 ມັງກອນ 2025 ນີ້, ກົງສູນໃຫຍ່ ສສ ຫວຽດ ນາມ ປະຈໍາພາກເໜື່ອ, ຫ້ອງຕົວແທນສູນການຄ້າດຽນບຽນ ແລະ ສະມາຄົມຊາວຫວຽດນາມ ທີອາໄສຢູ່ແຂວງຫຼວງພະບາງ ເຊິ່ງນໍາໂດຍ ທ່ານ ນາງ ກຽວທິ ຮັງຟຸກ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜື່ອ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນຄະນະພັກ ກອງບັນຊາການທະຫານແຂວງຫຼວງພະ ບາງ, ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ພ້ອມຄະນະ.
ໂອກາດນີ້ ທ່ານ ນາງ ກຽວທິ ຮັງຟຸກ ໄດ້ຕາງໜ້າທັງ 3 ຄະ ນະມອບກະຕາຂອງຂວັນພ້ອມທັງກ່າວອວຍພອນໄຊອັນປະເສີດ ມາຍັງຄະນະພັກ – ຄະນະບັນຊາ ແລະ ພະນັກງານ – ນັກຮົບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ເພື່ອຮັດແໜ້ນຄວາມສໍາພັນໄມຕີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ສອງກອງທັບລາວຫວຽດນາມ, ເວົ້າສະເພາະແມ່ນກອງບັນຊາ ການທະຫານແຂວງຫຼວງພະບາງ ກັບກົງສູນໃຫຍ່ ສສ ຫວຽດ ນາມ ປະຈໍາພາກເໜື່ອ, ຫ້ອງຕົວແທນສູນການຄ້າດຽນບຽນ ແລະສະມາຄົມຊາວຫວຽດນາມ ທີອາໄສຢູ່ແຂວງຫຼວງພະບາງ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ໃນການພົບປະທັງສອງຝ່າຍ ໄດ້ຝາກຄວາມຢື້ຢາມຖາມຂ່າວດ້ວຍຄວາມອົບອຸ່ນມາຍັງພະນັກງານ – ນັກຮົບ ກອງທັບປະຊາ ຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ, ກໍຄືປະຊາຊົນທັງ ສອງຊາດ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ຮັກ ແພງສາມັກຄີໄມຕີຈິດມິດຕະພາບ ເໝືອນດັ່ງອ້າຍນ້ອງທີ່ຮ່ວມອຸທອນພໍ່ແມ່ດຽວກັນ ແລະ ພ້ອມທັງໄດ້ທົບທວນຫວນຄືນເຖິງຄຸນງາມຄວາມດີຂອງບັນດາການນໍາພັກ – ລັດຄົນຮຸ່ນກ່ອນ ທີ່ໄດ້ສ້າງຕັ້ງສາຍພົວພັນການທູດ ແລະ ສົນທິສັນຍາພົວພັນຮ່ວມມືຮອບດ້ານລາວ-ຫວຽດນາມ ຕະຫຼອດໄລຍະປະຕິວັດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແມ່ນໄດ້ຮັບການຖະນຸຖະໜອມບໍາລຸງຮັກສາ ແລະ ເພີ່ມຜູນຄູນສ້າງຂອງພະນັກງານ – ນັກຮົບຈາກລຸ້ນສູ່ລຸ້ນ.
ຂ່າວ: ສົມພອນ ສຸວັນທອນ; ພາບ: ທອງລິດ ແກ້ວທຸມມາ.





