ວັນທີ 22 ມັງກອນນີ້, ການຊ້ອມການສະແດງເທື່ອທີ 4 ຂອງງານລາຕີສະຫຼອງບຸນກຸດຈີນ 2025 ຂອງວິທະຍຸໂທລະພາບສູນ ກາງຈີນ ຫຼື CMG ໄດ້ສໍາເລັດຢ່າງຈົບງາມ.
ລາຍການສະແດງຕ່າງໆ ເຊັ່ນ: ການຮ້ອງເພງ, ການຟ້ອນ, ງິ້ວ, ລະຄອນເວທີ ແລະອື່ນໆ ຕ່າງກໍມີຫົວຄິດປະດິດສ້າງດ້ານສິລະປະ ແລະ ມີຈຸດພົ້ນເດັ່ນຂອງໃຜລາວ, ນັກສະແດງທັງຫຼາຍມີຄວາມ ກະຕືລືລົ້ນຢ່າງເຕັມທີ່, ການປະສານງານລະຫວ່າງຂັ້ນຕອນຕ່າງໆຂອງງານລາຕີມີຄວາມໂລ່ງລ່ຽນກວ່າເກົ່າ, ນອກຈາກນີ້, ການປະ ສານສົມທົບກັນລະຫວ່າງຜູ້ຮັບຜິດຊອບໜ້າວຽກຕ່າງໆ ກໍມີ
ຄວາມຊໍານິຊໍານານນໍາກັນຍິ່ງຂຶ້ນ.
Cr. CMG




