ເມື່ອບໍ່ດົນມານີ້, ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄໍາໄຊ ພ້ອມຄະນະ, ໄດ້ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ແຂວງຮ່າຕິ່ງ ແລະ ກອງບັນຊາ ການທະຫານແຂວງຮ່າຕິ່ງ ສສ ຫວຽດນາມ ເນື່ອງໃນວັນບຸນປີໃໝ່ ສສ ຫວຽດນາມ, ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງຄະນະພັກ-ຄະນະບັນຊາ ທັງ 2 ກອງບັນຊາການ ພ້ອມຄະນະ.
ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ໄດ້ຕາງໜ້າຄະນະນໍາຂອງກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ກ່າວວ່າ: ວັນບຸນປີໃໝ່ ຫວຽດນາມ ເປັນວັນທີ່ມີຄວາມໝາຍຄວາມສຳຄັນທີ່ສຸດສຳລັບ ພັກ-ລັດຖະບານ ກໍຄືປະຊາຊົນຫວຽດນາມອ້າຍນ້ອງ ເຊິ່ງເປັນວັນທີ່ມີຄວາມເບີກບານມ່ວນຊື່ນ ສຳລັບປະຊາຊົນຊາວຫວຽດນາມ ເພື່ອຕ້ອນຮັບວັນບຸນປີໃໝ່, ພ້ອມທັງ ອວຍພອນໃຫ້ ຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກຮົບ ກອງບັນຊາທະຫານຊາຍແດນແຂວງຮ່າຕິ່ງ ແລະ ກອງບັນຊາການທະຫານແຂວງຮ່າຕິ່ງ ຈົ່ງມີສຸຂະພາບແຂງແຮງ ພານາໄມສົມບູນ ພ້ອມກັນຫຼີ້ນບຸນປີໃໝ່ ໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມປອດໄພ, ພ້ອມທັງອວຍພອນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງພັກ, ສອງກອງທັບລາວ-ຫວຽດ ນາມ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ນັບມື້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.
ໂອກາດດັ່ງກ່າວ ທັງສອງກອງບັນຊາການໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ພ້ອມຄະນະ ທີ່ໄດ້ເຂົ້າມາຢ້ຽມຢາມຖາມຂ່າວ ອວຍພອນໃນວັນບຸນປີໃໝ່ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຮັດ ແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງທັບ ຫວຽດນາມ-ລາວ ໃຫ້ເລິກເຊິ່ງ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ.
ໂດຍ: ສີທອງ ຈັນທະວົງ.
ທີ່ມາ: ໜັງສືພິມບໍລິຄຳໄຊ






