ໃນວັນທີ 22 ມັງກອນ 2025 ນີ້, ກອງພົນທີ 2 ໄດ້ເປີດອົບຮົມ- ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະພັກ ຄະນະບັນຊາກອງພົນ, ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່, ກອງພັນນ້ອຍ ແລະ ກອງຮ້ອຍຕະຫລອດຮອດພະນັກງານ-ນັກຮົບ ທົ່ວກອງພົນທີ 2 ເຂົ້າຮ່ວມ.
ສະຫາຍພັນໂທ ສົມລົດ ວິລະວົງ ຫົວໜ້າພະແນກອົບຮົມ ຫ້ອງເສນາທິການກອງພົນທີ 2 ໄດ້ຜ່ານແຜນການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2025 ໂດຍອີງຕາມຄໍາສັ່ງແນະນໍາ ຂອງກົມອົບຮົມກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ, ຝຶກຝົນກໍາລັງ ແຮງກາຍ ປະຈໍາປີ 2025 ແລະ ເພື່ອຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາ ອົບຮົມ-ຫັດແອບ ປະຈໍາປີ 2025 ຂອງກົມອົບຮົມວາງອອກໃຫ້ເປັນຮູບ ປະທໍານໍາເອົາເນື້ອໃນຈິດໃຈ ຂອງຄໍາສັ່ງເຂົ້າສູ່ການປະຕິບັດຕົວຈິງ ຢູ່ແຕ່ລະກົມກອງພ້ອມກັນປະຕິບັດໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ມີຄຸນນະພາບສູງ ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດ ດ້ານສິນລະປະຍຸດ-ຍຸດທະວິທີໃຫ້ນາຍ ແລະ ພົນທະຫານ ຢູ່ແຕ່ລະກົມກອງ ໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດໃນລະດັບ ທີ່ແນ່ນອນ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ. ສໍາລັບເນື້ອໃນອົບຮົມ- ຫັດແອບ, ກໍານົດເວລາອົບຮົມທັງໝົດ 180 ວັນ ໃນນັ້ນແມ່ນແບ່ງອອກ ເປັນ 2 ໄລຍະ; ໄລຍະທີ 1 ເລີ່ມແຕ່ເດືອນມັງກອນ-ເດືອນມິຖຸນາ ໄລຍະທີ 2 ເລີ່ມແຕ່ເດືອນກໍລະກົດ-ເດືອນພະຈິກ ໃນນັ້ນ, ອົບຮົມຄວາມຮູ້ທົ່ວໄປ 45 ວັນ, ອົບຮົມກິລາການທະຫານ 8 ວັນ, ວຽກງານເສນາທິການ 5 ວັນ, ສິນລະປະຍຸດທະຫານຮາບ 8 ວັນ, ຍຸດທະວິທີທະຫານຮາບ 8 ວັນ, ຄວາມຮູ້ພື້ນຖານກ່ຽວກັບເຫລົ່າຮົບ 1 ວັນ, ວຽກງານການເມືອງຮັບໃຊ້ ສູ້ຮົບ 15 ວັນ, ວຽກງານພະລາທິການຮັບໃຊ້ສູ້ຮົບ 10 ວັນ, ວຽກງານ ເຕັກນິກຮັບໃຊ້ສູ້ຮົບ 10 ວັນ ແລະ ສິນລະປະຍຸດທະຫານຮາບ ກົມກອງທະຫານຮາບ 40 ວັນ. ໃນພິທີຍັງໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ ປະຈໍາປີ 2025 ແລະ ເຊີນຕົວແທນ ຂອງບັນດາອົງການ, ກົມກອງຂຶ້ນ ຈັບມືແຂ່ງຂັນກັນ ເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ ແລະ ສໍາເລັດຕາມແຜນການ.
ໃນຕອນທ້າຍພິທີ ສະຫາຍພັນໂທ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງ ເສນາທິການກອງພົນທີ 2 ກໍໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍຜົນງານທີ່ຄະນະພັກ – ຄະນະບັນຊາ ແຕ່ລະຂັ້ນຍາດມາໄດ້ ໃນໄລຍະຜ່ານມາ ກໍຄືການຫ້າງຫາກະກຽມດ້ານຕ່າງໆ ໃຫ້ແກ່ການເປີດອົບຮົມ-ຫັດແອບໃນຄັ້ງນີ້ ພ້ອມທັງເນັ້ນໜັກ ໃຫ້ຄະນະພັກ ຄະນະບັນຊາແຕ່ລະຂັ້ນ ຈົ່ງເອົາໃຈໃສ່ວຽກງານອົບຮົມ- ຫັດແອບເປັນບັນຫາສໍາຄັນ ພ້ອມນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ ຄູ-ອາຈານ ຕ້ອງມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງຂອງຕົນເອງ ເພື່ອເຄື່ອນໄຫວຊີ້ນໍາ-ນໍາພາ, ສິດສອນສົ່ງຄວາມຮູ້ໃຫ້ພະນັກງານ-ນັກຮົບ ແລະ ຈັດຕັ້ງປະຕິບັດແຜນການໃຫ້ຄົບຖ້ວນ.
ໂດຍ: ຄໍາຮັກ ໄຊວັນທອນ












