ວັນທີ 22 ມັງກອນ 2025 ນີ້, ກອງພັນໃຫຍ່ 643 ໄດ້ເປີດພິທີ ບັ້ນຝຶກອົບຮົມ-ຫັດແອບວຽກງານການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈໍາປີ 2025 ຂຶ້ນຢ່າງເປັນທາງການ ຢູ່ເດີ່ນສະໜາມກິລາຂອງຕົນ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຫົວໜ້າກົມປ້ອງກັນອາກາດ ພ້ອມດ້ວຍຄະນະ, ມີສະຫາຍ ພັນເອກ ບົວລອຍ ດວງລາວົງ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 643 ຕະຫລອດຮອດຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ທົ່ວກົມກອງ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ໃນໂອກາດນີ້, ສະຫາຍ ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 643 ໄດ້ຜັດປ່ຽນກັນຂຶ້ນຜ່ານແຜນການອົບຮົມ-ຫັດແອບ ປະຈໍາປີ 2025, ໂດຍອີງໃສ່ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 2963/ກສນ ກໍຄືຄຳສັ່ງເພີ່ມຕື່ມຂອງກົມປ້ອງກັນອາກາດ ສະບັບເລກທີ 631/ກປອ ວ່າດ້ວຍການອົບຮົມ-ຫັດແອບ ປະຈໍາປີ 2025 ຈຸດປະສົງກໍເພື່ອ ແນ່ໃສ່ເຮັດໃຫ້ນາຍ ແລະ ພົນທະຫານທົ່ວກົມກອງ ມີແນວຄິດການເມືອງ ໜັກແໜ້ນ, ມີທັດສະນະຫລັກໝັ້ນຕໍ່ອຸດົມການຂອງພັກ, ມີຄຸນສົມບັດ ສິນທຳປະຕິວັດ, ພ້ອມທັງເປັນການຍົກສູງລະດັບຄວາມຮູ້ຄວາມສາມາດ ທາງດ້ານສິນລະປະຍຸດ-ຍຸດທະວິທີ ແລະ ລະດັບວິຊາສະເພາະຂອງເຫລົ່າຮົບ ປ້ອງກັນອາກາດໃຫ້ພະນັກງານ-ນັກຮົບ ໃນກົມກອງໃຫ້ສູງຂຶ້ນ, ກຳໄດ້ ບັນດາຫລັກການເນື້ອໃນບົດຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ໃນສະພາບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການ ໃນໜ້າທີ່ວຽກງານສະເພາະໜ້າ ແລະ ຍາວນານຂອງກົມກອງປັດຈຸບັນ, ໃນຂົງເຂດວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບຕົວຈິງຂອງເຫລົ່າຮົບ ປ້ອງກັນອາກາດ ໂດຍສະເພາະກໍ່ຄືກອງພັນໃຫຍ່ 643, ເຮັດໃຫ້ພະນັກງານ- ນັກຮົບ ແຕ່ລະຂັ້ນ ແຕ່ລະຫົວໜ່ວຍກົມກອງຮາກຖານມີຄວາມຮູ້ ຄວາມສາມາດທີ່ແນ່ນອນ, ມີຄວາມທົນທານໜ້ຽວແໜ້ນຕໍ່ທຸກສະພາບ ດິນຟ້າອາກາດ, ມີລະບຽບວິໃນເຂັ້ມງວດ, ມີຄວາມຊໍານິຊໍານານໃນການ ນໍາໃຊ້ ແລະ ປົກປັກຮັກສາຄຸ້ມຄອງພາຫະນະເຕັກນິກ, ອາວຸດຍຸດໂທ ປະກອນ, ມີແນວຄິດຕື່ນຕົວເຂົ້າຮ່ວມການອົບຮົມຫັດແອບ ແລະ ເຮັດສຳເລັດໜ້າການເມືອງຂອງຕົນ ກໍຄືຂອງກົມກອງ, ປຸກລະດົມນາຍ ແລະ ພົນທະຫານໃຫ້ມີຄວາມເຊື່ອມ ແລະ ມີມານະຈິດປະຕິວັດ ມີຄວາມ ເຂົ້າໃຈເເຈ້ງເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານດັ່ງກ່າວ, ໃຫ້ມີພິກໄຫວຄ່ອງແຄ້ວໃນການປະຕິບັດວຽກງານຕົວຈິງຂອງກົມກອງໃຫ້ໄດ້ຮັບຄຸນນະພາບ ແລະ ມີຄວາມປອດໄພ 100%, ໃນນີ້ໄດ້ກຳນົດເອົາ ເວລາອົບຮົມ-ຫັດແອບ ທັງໝົດ 180 ວັນ (ບໍ່ຄິດໄລ່ວັນພັກ) ເຊິງໄດ້ແບ່ງອອກເປັນສອງໄລຍະ, ໄລຍະທີ 1 ເລີ່ມແຕ່ວັນທີ 01/02-15/06/2025, ໄລຍະທີ 02 ເລີ່ມແຕ່ ວັນທີ 01/07-31/12/2025. ໃນພິທີ ຍັງໄດ້ຜ່ານແຜນການເນື້ອໃນຂໍ້ແຂ່ງປະຈຳປີ 2025 ແລະ ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ-ອານຸກໍາມະການຂະບວນການແຂ່ງຂັນ ຂອງກອງພັນໃຫຍ່ 643 ເພື່ອເຮັດໃຫ້ບັ້ນອົບຮົມ-ຫັດແອບໃນຊຸດນີ້ເຕັມ ໄປດ້ວຍບັນຍາກາດຟົດຟື້ນ ແລະ ກວ້າງຂວາງ.
ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຫົວໜ້າກົມ ປ້ອງກັນອາກາດ ໄດ້ຂຶ້ນກ່າວເປີດບັ້ນອົບຮົມ-ຫັດແອບ ພ້ອມທັງຮຽກຮ້ອງ ໃຫ້ພະນັກງານ-ນັກຮົບທົ່ວກົມກອງຕັ້ງໜ້າເອົາໃຈໃສ່ຈັດຕັ້ງປະຕິບັດແຜນການທີ່ວາງອອກ ໃຫ້ປະກົດຜົນເປັນຈິງເຮັດໃຫ້ກອງທັບ ກາຍເປັນກອງທັບທີ່ມີແບບແຜນທັນສະໄຫມກົມກອງມີຄວາມເຂັ້ມແຂງ, ເອົາໃຈໃສ່ຄົ້ນຄວ້າ ຮ່ຳຮຽນມີຄວາມຮັບຜິດຊອບການນຳໃຊ້ພາຫະນະອາວຸດໃຫ້ມີຄວາມປອດໄພ ແລະ ຖືເອົາວຽກງານບົວລະບັດຜັດເຊັດ ຮັກສາອາວຸດເຕັກນິກ ເປັນຈິດວິນຍານຂອງນັກຮົບປ້ອງກັນອາກາດ ໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງ.
ພາບ-ຂ່າວ: ຄໍາໝັ້ນ ຄົງວິໄລ







