ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມເຜີຍແຜ່ຄູ່ມືການແກ້ໄຂຄະດີພາສີ ແລະ ຄະດີອາຍາໃຫ້ເຈົ້າໜ້າທີ່ພາສີ 8 ແຂວງພາກເໜືອ

Jan 23, 2025

ໃນວັນທີ 22 ມັງກອນ 2025 ນີ້, ທີ່ແຂວງຫຼວງພະບາງ, ກົມພາສີ ກະຊວງການເງິນ, ໄດ້ຈັດກອງປະຊຸມເຜີຍແຜ່ຄູ່ມືການແກ້ໄຂຄະດີພາສີ ແລະ ຄະດີອາຍາ ໃຫ້ແກ່ເຈົ້າໜ້າທີ່ພາສີຈາກພາສີປະຈໍາແຂວງ 8 ແຂວງພາກເໜືອ ປະກອບມີ: ແຂວງບໍ່ແກ້ວ, ຫຼວງນໍ້າທາ, ຜົ້ງສາລີ, ຫົວພັນ, ອຸດົມໄຊ, ຊຽງຂວາງ, ໄຊຍະບູລີ ແລະ ແຂວງຫຼວງພະບາງ; ໂດຍການເປັນປະທານຂອງທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ, ມີຄະນະພະ ແນກການອ້ອມຂ້າງກົມພາສີ ກະຊວງການເງິນ, ມີຫົວໜ້າ-ຮອງຫົວໜ້າພາສີປະຈຳແຂວງ, ຫົວໜ້າດ່ານພາສີສາກົນ, ຄະນະຮັບຜິດຊອບຈັດກອງປະຊຸມ, ເຈົ້າໜ້າທີ່ພາສີ, ບັນດານັກສໍາມະກອນເຂົ້າຮ່ວມທັງໝົດ 35 ທ່ານ.
ກອງປະຊຸມເຜີຍແຜ່ດັ່ງກ່າວຈະໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານເປັນເອກະພາບ, ແນ່ໃສ່ຮັບປະກັນການສືີບສວນ-ສອບສວນ ແລະ ແກ້ໄຂຄະດີຢ່າງພາວະວິໃສ, ໂປ່ງໃສ, ຍຸຕິທຳ, ຖືກຕ້ອງຕາມຄວາມເປັນຈິງ ແລະ ກົດໝາຍ; ທັງເປັນບ່ອນອີງໃຫ້ເຈົ້າໜ້າທີ່ ອົງການສືບສວນ-ສອບສວນພາສີ ໃນການເຄື່ອນໄຫວວຽກງານສືບສວນ-ສອບສວນ, ແກ້ໄຂຄະດີພາສີ ແລະ ຄະດີອາຍາໃຫ້ມີຄວາມເປັນເອກະພາບ, ເພື່ອແນໃສ່ການສະກັດກັ້ນການລະເມີດທາງພາສີ ເຮັດໃຫ້ສັງຄົມມີຄວາມສະຫງົບເປັນລະບຽບ ແລະ ຍຸຕິທຳ; ພ້ອມດຽວກັນນີ້, ຍັງເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.
ຂະແໜງການພາສີ ແມ່ນຂະແໜງການໜຶ່ງທີ່ມີບົດບາດສຳຄັນໃນການປະກອບສ່ວນໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ນອກຈາກການເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ຕ້ອງເອົາໃຈໃສ່ການປົກປ້ອງການລະເມີດທາງພາສີ, ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ; ປັດຈຸບັນວຽກງານພາສີໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ,ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງວຽກງານໃນໄລຍະໃໝ່ ແລະ ການເຊື່ອມໂຍງກັບສາກົນຕາມນະໂຍບາຍຂອງພັກ-ລັດຖະບານວາງອອກ.
ສະນັ້ນ, ພາຍຫຼັງທີ່ໄດ້ສຳເລັດການສ້າງ ແລະ ຈັດພິມຄູ່ມືການແກ້ໄຂຄະດີພາສີ ແລະ ຄະດີອາຍາ, ຕ້ອງໄດ້ເຜີຍແຜ່ເພື່ອໃຫ້ເຈົ້າໜ້າທີ່ພາສີຄວາມເຂົ້າໃຈ ສາມາດຈັດຕັ້ງປະຕິບັດວຽກງານຢ່າງມີຄວາມເປັນເອກະພາບ, ກໍ່ຄືການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ພາສີ, ສາມາດບັງຄັບໃຊ້ກົດໝາຍຕາມຂັ້ນຕອນຂອງຂະບວນການຍຸຕິທໍາໃນຂອບເຂດທົ່ວປະເທດ.
ສໍາລັບກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນມາແລ້ວ 2 ຄັ້ງ, ສໍາລັບພາກກາງຈັດຂຶ້ນທີ່ແຂວງວຽງຈັນ, ໂດຍມີຜູ້ເຂົ້າຮ່ວມທັງໝົດ 40 ທ່ານ ແລະ ພາກໃຕ້ຈັດຂຶ້ນທີ່ແຂວງຈຳປາສັກມີຜູ້ເຂົ້າຮ່ວມທັງໝົດ 40, ສ່ວນຄັ້ງນີ້ເປັນຄັ້ງທີ 3 ສຳລັບພາກເໜືອໂດຍມີຜູ້ເຂົ້າຮ່ວມທັງໝົດ 35 ທ່ານ.
ທີ່ມາ: ກະຊວງການເງິນ