ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສດຖະກິດແຂວງຫົວພັນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

Jan 23, 2025

ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນ ແຂວງຫົວພັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 21 ມັງກອນ 2025 ວ່າ: ໃນປີ 2024 ຜ່ານມາ, ລວມຍອດມູນຄ່າຜະລິດ ຕະພັນພາຍໃນ (GDP) ສາມາດບັນລຸໄດ້ 5.347 ກວ່າຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນ 16,9 ລ້ານກີບ/ຄົນ/ປີ ຈັງຫວະອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 4.73% ທຽບໃສ່ແຜນການປີປະຕິບັດໄດ້ລື່ນຄາດ ໝາຍ 0,06%.
ໂຄງປະກອບທາງດ້ານເສດຖະກິດມີການຫັນປ່ຽນໃນທ່າອ່ຽງທີ່ດີຂຶ້ນ, ຂະແໜງກະສິກຳ ແລະ ປ່າໄມ້ເພື່ອຄໍ້າປະກັນສະບຽງອາ ຫານ ແລະ ເປັນສິນຄ້າ, ສາມາດເກັບກ່ຽວຜົນລະລິດໄດ້ 493.492,9 ໂຕນ ທຽບໃສ່ແຜນການປີປະຕິບັດໄດ້ລື່ນຄາດ ໝາຍ 0,88%. ສະເລ່ຍເພີ່ມຂຶ້ນທັງໝົດ 5,03% ກວມເອົາ 57,69% ຂອງ GDP, ຂະແໜງອຸດສາຫະກໍາສາມາດປະຕິບັດໄດ້ 42,6 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ລື່ນຄາດໝາຍ 10,69%, ການຈຳໜ່າຍຫັດຖະກຳ ສາມາດປະຕິບັດໄດ້ 456,08 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ລື່ນຄາດໝາຍ 0,01%. ສະເລ່ຍເພີ່ມຂຶ້ນທັງໝົດ 4,37% ກວມເອົາ 21,33% ຂອງ GDP, ຂະແໜງບໍລິການສະເລ່ຍເພີ່ມຂຶ້ນທັງໝົດ 4.40% ກວມເອົາ 20.98% ຂອງ GDP.
ໃນປີ 2024 ສາມາດເກັບລາຍຮັບງົບປະມານໄດ້ທັງໝົດ 292,9 ຕື້ກີບ ທຽບໃສ່ແຜນດັດແກ້ລື່ນຄາດໝາຍ 83,61%, ໄດ້ຮັບການອະນຸມັດໂຄງການລົງທຶນຂອງລັດທັງໝົດ 536 ໂຄງການ, ມູນຄ່າ 325,2 ຕື້ກີບ ທຽບໃສ່ແຜນອະນຸມັດເບື້ອງຕົ້ນປະຕິບັດໄດ້ລື່ນຄາດໝາຍ 76 ຕື້ກີບ, ສາມາດປະຕິບັດໄດ້ ມູນ ຄ່າ 325.03 ຕື້ກີບ ຫຼື ເທົ່າກັບ 99,94%, ສາມາດຂຸດຄົ້ນ, ປຸງແຕ່ງ ແລະ ຈຳໜ່າຍແຮ່ທາດ ປະເພດ: ແຮ່ອະໂລຫະສໍາລັບຫີນກໍ່ສ້າງໄດ້ 55.957 ແມັດກ້ອນ, ມູນຄ່າ 6,7 ຕື້ກີບ ທຽບໃສ່ແຜນການປີ ປະຕິບັດໄດ້ລື່ນຄາດໝາຍ 11,83%; ແຮ່ເຫຼັກໄດ້ 254.483,5 ໂຕນ, ມູນຄ່າ 17,3 ລ້ານໂດລາ ປະຕິບັດໄດ້ລື່ນ ຄາດໝາຍ 44,83%; ແຮ່ຫາຍາກໄດ້ 4.493,32 ໂຕນ, ມູນຄ່າ 26,26 ລ້ານໂດລາ ທຽບໃສ່ ແຜນການປີປະຕິບັດໄດ້ 42,08% (ສໍາລັບແຮ່ກົ່ວ, ແຮ່ຊືນ, ແຮ່ສັງກະສີ, ແຮ່ມັງການ ແມ່ນຍັງບໍ່ທັນໄດ້ສົ່ງອອກເທື່ອ).
ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບໃນປີ 2025 ອົງການປົກຄອງແຂວງຈະສືບຕໍ່ໃຫ້ມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມ ສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ແນໃສ່ຮັບປະກັນທາງດ້ານເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂື້ນກວ່າເກົ່າ; ສົ່ງເສີມການຜະລິດກະສິກຳພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ການຜະລິດ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມເເຂງ ເເລະ ຍືນຍົງ; ພັດທະນາການບໍລິການ ໃຫ້ເຂັ້ມແຂງ ແລະ ຫັນເປັນທັນສະໄໝເທື່ອລະກ້າວ; ເອົາໃຈໃສ່ດຶງດູດການລົງທຶນຈາກທຸກພາກສ່ວນ ແລະ ອື່ນໆ.
Cr. ຂ່າວແຂວງຫົວພັນ