ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຫລວງນ້ຳທາ ໄດ້ຮັບ 2 ລາງວັນມາດຕະຖານອາຊຽນ

Jan 23, 2025

ແຂວງຫລວງນ້ຳທາ ໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ແລະ ລາງວັນ ການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ໃນກອງປະຊຸມລັດຖະມົນຕີ ທ່ອງທ່ຽວອາຊຽນ ຄັ້ງທີ 28 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 19-20 ມັງກອນ 2025 ທີ່ປະເທດມາເລເຊຍ.
ສຳລັບລາງວັນມາດຕະຖານ ຫ້ອງນໍ້າສາທາລະນະອາຊຽນ ແມ່ນຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວ ຮ້ານອາຫານເມົາເທິນວິວ ແຂວງຫວງນໍ້າທາ, ເຊິ່ງເງື່ອນໄຂຫລັກຂອງມາດຕະຖານຫ້ອງນໍ້າສາທາລະນະອາຊຽນຄື: ການອອກແບບ ແລະ ລະບົບການຄຸ້ມຄອງສະພາບແວດລ້ອມ, ອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ, ຄວາມສະອາດ ແລະ ຄວາມປອດໄພ. ທັງນີ້ກໍເພື່ອສ້າງຄວາມໝັ້ນໃຈແກ່ນັກທ່ອງທ່ຽວ ທີ່ມາທ່ຽວໃນບັນດາປະເທດອາຊຽນ.
ສ່ວນລາງວັນການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ມາດຕະຖານອາຊຽນ ໄດ້ແກ່ກິດຈະກຳວົງຈອນເສັ້ນທາງທ່ອງ ທ່ຽວພະຈົນໄພຊຸມຊົນ ບ້ານນາລັນເໜືອ (Nalan Trail)” ເມືອງຫລວງນໍ້າທາ, ເຊິ່ງລາງວັນອັນຊົງກຽດນີ້ ມັນສ່ອງແສງເຖິງຄວາມມຸ້ງໝັ້ນອັນສໍາຄັນ ແລະ ພິເສດ ຂອງວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນ ບ້ານນາລັນເໜືອ ຕໍ່ກັບການທ່ອງທ່ຽວແບບຍືນຍົງ ລວມທັງການປົົກປັກຮັກສາມໍລະດົກທໍາມະຊາດ ເຂດປ່າສະຫງວນແຫ່ງຊາດນໍ້າຫ້າ.
ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນ ບ້ານນາລັນເໜືອ ຕັ້ງຢູ່ໃນເຂດພື້ນທີ່ປ່າສະຫງວນແຫ່ງຊາດນໍ້າຫ້າ ມໍລະດົກອາຊຽນ ມີ 6 ບ້ານທີ່ມີສ່ວນຮ່ວມ ຄື: ບ້ານຈະເລີນສຸກ, ບ້ານທ່າແສ່, ບ້ານນາລັນເໜືອ, ບ້ານນາໂຮມ, ບ້ານນໍ້າລື ແລະ ບ້ານຫ້ວຍເລືອດ. ເສັ້ນທາງດັ່ງກ່າວ ໄດ້ສະໜອງປະສົບການທີ່ເປັນເອກະ ລັກ ແລະ ດູດດື່ມ ສຳລັບຜູ້ທີ່ຮັກມັກທຳມະຊາດ ແລະ ວັດທະ ນະທຳ, ເຊິ່ງນັກທ່ອງທ່ຽວສາມາດເຂົ້າຮ່ວມກິດຈະກຳຕ່າງໆ ລວມທັງການຍ່າງປ່າ, ຕັ້ງແຄ້ມ, ຂີ່ເຮືອຢາງລ່ອງຕາມສາຍນ້ຳຫ້າ- ນໍ້າທາ ທີ່ພະຈົນໄພ ແລະ ງຽບສະຫງົບ. ກິດຈະກໍາເຫລົ່ານີ້ ແມ່ນໄດ້ຖືກອອກແບບມາ ເພື່ອສະໜອງຄວາມຕ້ອງການຢ່າງໃກ້ຊິດ ກັບຄວາມສວຍສົດງົດງາມທາງດ້ານທໍາມະຊາດ ແລະ ຊີວະນາໆພັນ ຂອງປ່າສະຫງວນແຫ່ງຊາດນໍ້າຫ້າ.
ອີກຈຸດເດັ່ນໜຶ່ງທີ່ຜູ້ມາຢ້ຽມຢາມຈະໄດ້ຮັບ ຈາກປະສົບການຂອງວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນ ບ້ານນາລັນເໜືອ ແມ່ນໂອກາດທີ່ໄດ້ພົບກັບບ້ານຊົນເຜົ່າກືມມຸ ເຮັດໃຫ້ນັກທ່ອງທ່ຽວສາມາດສຳພັດກັບບັນດາມໍລະດົກວັດທະນະທຳອັນລ້ຳຄ່າ ຂອງເຂົາເຈົ້າ, ເຊິ່ງເປັນຜູ້ທີ່ສືບທອດ ປົກປັກຮັກສາຮີດຄອງປະເພນີ ແລະ ວິທີການດຳລົງຊີວິດຂອງຕົນ. ການພັດທະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຢູ່ເຂດດັ່ງກ່າວ ເປັນການຊຸກຍູ້ໃຫ້ມີຄວາມເຂົ້າໃຈ ແລະ ຄວາມຮັບຮູ້ຢ່າງເລິກເຊິ່ງ ໃນການອະນຸລັກຮັກສາວັດທະນະທໍາທ້ອງຖິ່ນ ໃຫ້ມີຄວາມຍືນຍົງ ແລະ ສ້າງຄວາມປະທັບໃຈແກ່ຜູ້ມາຢ້ຽມຢາມ, ເຊິ່ງເຮັດໃຫ້ໃນປີ 2024 ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມບ້ານ ຫລື ເຂົ້າຮ່ວມກິດຈະກໍາວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນ ບ້ານນາລັນເໜືອ 1.722 ເທື່ອຄົນ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າບ້ານຕ່າງໆ ໃນວົງຈອນເສັ້ນທາງທ່ອງທ່ຽວດັ່ງກ່າວ 275.000 ກວ່າໂດລາສະຫະລັດ ເຮັດໃຫ້ກາຍເປັນຈຸດສຸມ ຂອງການທ່ອງ ທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມຢ່າງແທ້ຈິ່ງ ແລະ ເປັນການກະຕຸ້ນການພັດທະນາຊຸມຊົນ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ. ການພັດທະນາທ່ອງທ່ຽວເຂດດັ່ງກ່າວ ບໍ່ພຽງ ແຕ່ຊຸກຍູ້ເສດຖະກິດທ້ອງຖິ່ນເທົ່ານັ້ນ ມັນຍັງເປັນການສະໜັບ ສະໜູນຄວາມຄິດລິເລີ່ມ ແນໃສ່ອະນຸລັກຮັກສາແຫລ່ງຊັບພະຍາ ກອນທຳມະຊາດ ແລະ ວັດທະນະທຳຂອງເຂດດັ່ງກ່າວອີກດ້ວຍ.
ລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ມາດຕະ ຖານອາຊຽນນີ້ ເປັນການຢັ້ງຢືນເຖິງຄວາມມານະພະຍາຍາມ ໃນການຮ່ວມມືຂອງຊຸມຊົນທ້ອງຖິ່ນ, ອຳນາດການປົກຄອງ, ຜູ້ປະ ກອບການທຸລະກິດທ່ອງທ່ຽວ ໃນການສົ່ງເສີມການທ່ອງທ່ຽວແບບຍືນຍົງ. ພ້ອມທັງຍັງໄດ້ເນັ້ນເຖິງຄວາມສໍາຄັນຂອງການຮັກ ສາເອກະລັກ ທາງດ້ານວັດທະນະທຳ ແລະ ຄວາມໝັ້ນຄົງດ້ານສິ່ງແວດລ້ອມ ພ້ອມທັງຍົກສູງຄຸນນະພາບຊີວິດຂອງປະຊາຊົນທ້ອງຖິ່ນ.
ພ້ອມດຽວກັນນີ້ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫລວງນໍ້າທາ ຈະໄດ້ສືບຕໍ່ສຸມກໍາລັງແຮງ ພັດທະນາການທ່ອງທ່ຽວ ແບບອະນຸລັກປະຊາຊົນມີສ່ວນຮ່ວມ ໃຫ້ມີຄວາມຍືນຍົງ, ເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງ ທ່ຽວ ແບບອະນຸລັກຂອງອາຊຽນ, ເປັນແບບຢ່າງຂອງການທ່ອງ ທ່ຽວແບບປະຊາຊົນມີສ່ວນຮ່ວມ ທັງເປັນການອະນຸລັກຮັກສາວັດທະນະທໍາ, ລະບົບນິເວດວິທະຍາ ແລະ ການສ້າງປະສົບການອັນສົມບູນແບບ ໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ທົ່ວໂລກ ທີ່ມາຢ້ຽມຢາມເຂດດັ່ງກ່າວ.
ຂ່າວ: ສົມສະຫວາດ ນາມອິນທາ
May be an image of 11 people and people smiling