ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍົກລະດັບການອອກອະນຸຍາດດຳເນີນທຸລະກິດເອເລັກໂຕຣນິກ ແລະ ຖານຂໍ້ມູນສະຖິຕິ ທຸລະກິດທ່ອງທ່ຽວ

Jan 23, 2025

ວັນທີ 22 ມັງກອນ 2025 ທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ຕັດເຝິກອົບຮົມການອອກອະນຸຍາດດຳເນີນທຸລະກິດເອເລັກໂຕຣນິກ ແລະ ຖານຂໍ້ມູນສະຖິຕິ ທຸລະກິດທ່ອງທ່ຽວ ຄັ້ງທີ I ປະຈໍາປີ 2025 ໃຫ້ຂະແໜງທ່ອງທ່ຽວ 9 ຕົວເມືອງ ເປັນປະທານຂອງ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ມີບັນດາຕາງໜ້າຈາກແໜງການ ຄູເຝິກ ແລະ ນັກສໍາມະນາກອນ 9 ຕົວເມືອງ ເຂົ້າຮ່ວມ.
ການຈັດຕັ້ງຊຸດເຝິກອົບຮົມການອອກອະນຸຍາດ ດຳເນີນທຸລະກິດເອເລັກໂຕຣນິກ ແລະ ຖານຂໍ້ມູນສະຖິຕິ ທຸລະກິດທ່ອງທ່ຽວ ຄັ້ງທີ I ປະຈໍາປີ 2025 ເພື່ອແນໃສ່ໃນການອອກອະນຸຍາດດຳເນີນທຸລະກິດເອເລັກໂຕຣນິກ ແລະ ຖານຂໍ້ມູນສະຖິຕິທຸລະກິດທ່ອງທ່ຽວ ເທິງລະບົບອອນລາຍ ໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນ ເພື່ອພັດທະນາດ້ານບຸກຄະລາກອນ ທີ່ຮັບຜິດຊອບວຽກຕົວຈິງ ຫຼື ເຮັດໜ້າທີ່ບໍລິການໃນຂົງເຂດທ່ອງທ່ຽວ ໃຫ້ມີພື້ນຖານຄວາມຮູ້ໃນການນຳໃຊ້ລະບົບດັ່ງກ່າວ.
ການຈັດຕັ້ງເຝິກອົບຮົມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມຝິເກອົບຮົມ ມີຈຳນວນທັງໝົດ 23 ທ່ານ ຍິງ 12 ທ່ານ ໃນຈໍານວນ 9 ເມືອງ ມີ 17 ທ່ານ ແລະ ຂະແໜງການ 6 ທ່ານ ຕະຫຼອດໄລຍະການເຝິກອົບຮົມໃນຄັ້ງເຫັນວ່າ ນັກສຳມະນາກອນມີຄວາມເອົາໃຈໃສ່ປະຕິບັດກົດລະບຽບການເຝິກອົບຮົມຢ່າງເຂັ້ມງວດ ຕັ້ງໃຈຮັບຟັງບົດຮຽນຈາກອາຈານ ແລະ ແລກ ປ່ຽນບົດຮຽນເຊີ່ງກັນ ແລະ ກັນ ລະຫວ່າງນັກສຳມະນາກອນດ້ວຍກັນ ຊຶ່ງສະແດງໃນພາກປະຕິບັດຕົວຈິງຢູ່ໃນຫ້ອງຮຽນ ແລະ ບົດຮຽນທີ່ອາຈານໄດ້ນຳມາສິດສອນ ໃນຄັ້ງນີ້ລ້ວນແຕ່ມີຄວາມສຳຄັນຕໍ່ການດຳເນີນທຸລະກິດດ້ານການບໍລິການ ແລະການນຳໃຊ້ເຂົ້າໃນວຽກຕົວຈິງຂອງຜູ້ທີ່ໄດ້ຜ່ານການເຝິກອົບຮົມ.
ທີ່ມາ: ວຽງຈັນໃໝ່