ກອງປະຊຸມດັງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 22 ມັງກອນ 2025 ຢູ່ທີ່ໂຮງແຮມ Double Tree by Hilton Vientiane ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທ່ານຮ່ວມ ຂອງ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ; ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ຕາງໜ້າຄະນະຮັບຜິດຊອບແຜນງານຈາກກະຊວງຍຸຕິທຳ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະພາທະນາຍ ຄວາມ, ອົງການຝຣັ່ງເພື່ອການພັດທະນາ (AFD) ປະຈຳຝຣັ່ງ ແລະ ສປປ ລາວ, ໂຄງການ JusTice.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ພື່ອທົບທວນຄືນ ແລະ ສະຫຼຸບກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາໃນປີຜ່ານມາ, ຕົກລົງ ແລະ ເຫັນດີເປັນເອກະພາບກັນ ກ່ຽວກັບການບັນຈຸກິດຈະກໍາຂອງແຕ່ລະພາກສ່ວນເຂົ້າໃນແຜນປະຕິບັດງານປະຈໍາປີຕໍ່ໜ້າ; ແລະ ເພື່ອຮັບຮອງ ແລະອະນຸມັດແຜນປະຕິບັດງານປະຈໍາປີ ເວົ້າລວມ, ເວົ້າສະເພາະ ກໍຄື ແຜນປະຕິບັດງານປະຈໍາປີ 2025 (Annual Action Plan).
ໃນກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດກິດຈະກໍາ ໃນປີ 2024 ໃນໄລຍະຜ່ານມາ ຊຶ່ງເຫັນໄດ້ວ່າ ມີຜົນສຳເລັດໄດ້ຫຼາຍດ້ານ, ຫຼາຍກິດຈະກຳ ເປັນຕົ້ນ ແມ່ນການສະໜັບສະໜູນການພັດທະນາບຸກຄະລາກອນໃນຂົງເຂດກົດໝາຍ ແລະ ວຽກ ງານຍຸຕິທຳ ໃຫ້ແກ່ຜູ້ພິພາກສາ, ພະນັກງານໄອຍະການ ແລະ ທະ ນາຍຄວາມລາວ; ການຊຸກຍູ້ ແລະ ສົ່ງເສີມໃຫ້ບັນດາສະຖາບັນ ຂອງຂະແໜງການຍຸຕິທໍາ ແລະ ກົດໝາຍ (ກະຊວງຍຸຕິທໍາ, ອົງ ການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ) ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ; ສ້າງພະນັກງານ ໃຫ້ມີທັກສະ, ມີຄວາມຮູ້, ຄວາມສາມາດໃນການຈັດຕັ້ງປະຕິບັດບັນດາກົດໝາຍ ແລະ ນິຕິກໍາໃນ ສປປ ລາວ. ນອກນັ້ນ, ຍັງໄດ້ຮັບຟັງການລາຍງານຜົນສໍາເລັດການຈັດຕັ້ງປະຕິບັດກິດຈະກໍາປີ 2024 ຂອງຄູ່ຮ່ວມງານທັງ 4 ພາກສ່ວນ ແລະ ແຜນປະຕິບັດງານປະຈໍາປີ 2025 ຂອງໂຄງການ JuSTICE. ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນກ່ຽວກັບສິ່ງທ້າທາຍໃນຂອດການປະສານງານ ລະຫວ່າງຄູ່ຮ່ວມງານ ແລະ ໂຄງການ ພ້ອມທັງສະເໜີວິທີແກ້ໄຂວຽກງານດັ່ງດ້ວຍບັນຍາກາດຟົດຟື້ນ.
ຕອນທ້າຍກອງປະຊຸມ ຄະນະປະທານໄດ້ມີຄຳເຫັນ ແລະ ເນັ້ນ ໜັກໃຫ້ຄູ່ຮ່ວມງານທັງໝົດ ເອົາໃຈໃສ່ ດຳເນີນແຜນງານ, ແຜນ ການ ປະຈໍາປີ 2025 ຢ່າງມີປະສິດທິຜົນຕາມແຜນປະຕິບັດ ງານ ໃຫ້ຖືກຕາມເປົ້າໝາຍຂອງໂຄງການ ແລະ ທັນຕາມກຳນົດເວລາ.
ຂ່າວ-ພາບ: ນ. ບຸນຖອມ







