ກອງປະຊຸມພົບປະແລກປ່ຽນສະພາບການຮ່ວມມືໃນການລາດຕະເວນທາງນໍ້າຕາມແມ່ນໍ້າຂອງ ຄັ້ງທີ 149 ຈັດຂຶ້ນໃນວັນທີ 22 ມັງກອນ 2025 ທີ່ແຂວງບໍ່ແກ້ວ. ຄະນະຜູ້ແທນຝ່າຍຈີນ ນຳໂດຍ ສະຫາຍ ພັນເອກ ຫຼີຊູຈຸນ ຮອງຫົວໜ້າຫົວໜ້າການທະຫານ ກອງບັນຊາການຕຳຫຼວດລາດຕະເວນທາງນໍ້າແຂວງ ຢຸນນານ ສປ ຈີນ. ຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳເປິງ ໄຊທະວີ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງຫຼວງນ້ຳທາ. ຝ່າຍມຽນມາືນຳໂດຍ ສະຫາຍ ພັນໂທ ອ່ອງໂຈໂມ ຫົວໜ້າກອງບັນຊາການຕຳຫຼວດບ້ານປຸງ ເມືອງທ່າຂີ້ເຫຼັກ ປະເທດມຽນມາ ແລະ ຝ່າຍໄທ ນຳໂດຍ ສະຫາຍ ພັນເອກ ອານັກ ປະສົງສຸກ ຜູ້ບັນຊາການຕຳຫຼວດແຫ່ງຊາດ, ກອງບັນຊາການຕຳຫຼວດນ້ຳ ເລກທີ 12, ມີ ສອງກຳລັງ ທະຫານ-ຕຳຫຼວດ 2 ແຂວງ (ບໍ່ແກ້ວ-ຫຼວງນ້ຳທາ)ຕະຫຼອດຮອດ ຄະນະທີມງານ 04 ປະເທດເຂົ້າຮ່ວມ.
ກອງປະຊຸມໄດ້ທົບທວນຄືນສະພາບການຮ່ວມມືໃນການປົກປັກຮັກສາຊາຍ ແດນ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການ ຮ່ວມມືກັນໃນການປະຕິບັດກົດໝາຍຮ່ວມລາດຕະເວນຮ່ວມທາງນໍ້າ ຕາມລຳແມ່ຂອງຕອນເໜືອ, ໃນການແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມຊາຍ ແດນ. ນອກນັ້ນ, ກອງປະຊຸມ ຍັງໄດ້ທົບທວນຄືນ ແລະ ຍົກໃຫ້ເຫັນວຽກງານການປະສານສົມທົບລະຫວ່າງ 04 ປະເທດ ( ຈີນ-ລາວ-ມຽນມາ-ໄທ ) ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດກົດໝາຍລາດຕະເວນຮ່ວມ ກັນເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມລຳແມ່ນໍ້າຂອງ ຂອງ 04 ປະເທດ; ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນພື້ນຖານຈິດໃຈສາມັກຄີ, ມິດ ຕະພາບ ແລະ ການຮ່ວມມື.
ກອງປະຊຸມໄດ້ເອກກະພາບກ່ຽວກັບທິດທາງແຜນການທີ່ 04 ຝ່າຍຈະໄດ້ສືບຕໍ່ຮ່ວມມືກັນໃນຕ່ໍໜ້າເປັນຕົ້ນ: ການກຽມຄວາມພ້ອມໃນການລາດຕະເວນຮ່ວມກັນຄັ້ງທີ 150 ທີ່ຈະມາ ເຖິງນີ້ ແລະ ການຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳລັງປ້ອງກັນຊາຍແດນຂອງ 04 ປະເທດໃຫ້ນັບມື້ກ້າວເຂົ້າສູ່ລວງເລິກເພື່ອພ້ອມກັນເຮັດສໍາເລັດໜ້າ ທີ່ ພ້ອມກັນສ້າງຊາຍແດນໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາ; ພ້ອມກັນນັ້ນ 04 ປະເທດ ( ຈີນ-ລາວ -ມຽນມາ-ໄທ) ແມ່ນຈະສືບຕໍ່ແລກປ່ຽນສະພາບເຊິ່ງກັນ ແລະ ກັນໃຫ້ເປັນປົກກະຕິ.
Cr. ວໍລະສິດ ພິດສະຫາຍ





