ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງໂພນທອງ ພັດທະນາເສດຖະກິດ-ສັງຄົມ ຕາມ 6 ເປົ້າໝາຍ

Jan 24, 2025

ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ II (2020-2024) ຂອງອົງຄະນະພັກ ເມືອງໂພນທອງ ແຂວງຫລວງພະບາງ, ເຊິ່ງຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ໄດ້ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຈຸດສຸມ ຂອງແຕ່ລະຂະແໜງການໃຫ້ໄປຕາມທິດທາງ ແລະແຜນການທີ່ວາງໄວ້ໃນ 6 ເປົ້າໝາຍ ໂດຍມີຜົນສໍາເລັດຫລາຍດ້ານ.
ສະຫາຍ ອໍາຄາ ແກ້ວອຳພອນ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງໆໂພນທອງ ລາຍງານຕໍ່ກອງປະຊຸມໃຫຍ່ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງໂພນທອງ ຄັ້ງທີ່ III ໃນວັນທີ 23 ມັງກອນ 2025 ນີ້ວ່າ:
– ສະເພາະເປົ້າໝາຍ ເສດຖະກິດຂອງເມືອງຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ເຫັນວ່າເສດຖະ ກິດ ຂອງເມືອງໂພນທອງ ໄດ້ຂະຫຍາຍຕົວ ໃນລະດັບ 4,55% ຕໍ່ປີ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 138,38%, ລວມຍອດມູນຄ່າລາຍຮັບພາຍໃນປີ 2024 ບັນລຸ 239 ຕື້ກວ່າກີບ, ສະ ເລ່ຍໄດ້ 10,2 ລ້ານກວ່າກີບ ຫລື ເທົ່າກັບ 466 ກວ່າໂດລາສະຫະລັດຕໍ່ຄົນຕໍ່ປີ ທຽບໃສ່ແຜນ 5 ປີຫລຸດແຜນ 238 ກວ່າໂດລາສະຫະລັດ, ປັດໄຈທີ່ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວ ປະກອບມີ: ການປູກຝັງ-ລ້ຽງສັດ ແລະ ການຄ້າ-ບໍລິການ.
– ເປົ້າໝາຍທີ 2 ໄດ້ສຸມໃສ່ການພັດທະນາຊັບພະຍາ ກອນມະນຸດ ມີຄຸນນະພາບສູງຂຶ້ນ ສາມາດຕອບສະໜອງຄວາມ ຕ້ອງການ ຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ
– ເປົ້າໝາຍທີ 3 ໄດ້ສຸມໃສ່ເຮັດໃຫ້ຊິວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ ຕາມທິດມີກິນມີໃຊ້.
– ເປົ້າໝາຍທີ 4 ໄດ້ສຸມໃສ່ການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ຫລຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ.
– ເປົ້າໝາຍທີ 5 ພັດທະນາໂຄງລ່າງພື້ນຖານທີ່ມີຄວາມເຂັ້ມ ແຂງ, ນໍາໃຊ້ທ່າແຮງ, ກາລະໂອກາດທີ່ຕັ້ງ ເຂົ້າໃນການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
– ເປົ້າໝາຍທີ 6 ສຸມໃສ່ການຄຸ້ມຄອງ-ບໍລິຫານລັດມີປະສິດ ທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທໍາ ຮັບປະກັນໃຫ້ມີສະຖຽນລະພາບດ້ານການເມືອງ ມີຄວາມສະຫງົບ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍ, ຍຸຕິທໍາ ແລະ ໄດ້ຮັບການປົກປ້ອງ ຕາມທິດຫັນໄປສູ່ການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍຢ່າງເຂັ້ມງວດ.