ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລົບລ້າງໃບເກັບເງິນກອງທຶນການທ່ອງທ່ຽວ ຢູ່ແຂວງຫລວງນ້ຳທາ ຫລາຍແສນໃບ

Jan 24, 2025

ຄະນະຮັບຜິດຊອບ ກວດນັບໃບເກັບເງິນ ກອງທຶນການທ່ອງ ທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບພະແນກ ຖວທ ແຂວງຫລວງນໍ້າທາ ແລະ ສ່ວຍສາອາກອນປະຈຳແຂວງ ລົງເຄື່ອນໄຫວກວດກາ ແລະ ລົບ ລ້າງໃບເກັບເງິນ ກອງທຶນການທ່ອງທ່ຽວ 1 ໂດລາສະຫະລັດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ລາຍຮັບ ກອງທຶນການທ່ອງ ທ່ຽວ ປີ 2023 ຢູ່ພາກເໜືອ.
ໂດຍປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານ ລົງເຄື່ອນໄຫວລົບລ້າງໃບເກັບເງິນ ກອງທຶນການທ່ອງທ່ຽວ 1 ໂດລາສະຫະລັດ ແລະ ຊຸກຍູ້, ກວດກາ ການຈັດຕັ້ງປະຕິບັດ ລາຍຮັບກອງທຶນການທ່ອງທ່ຽວ ປີ 2023 ສະບັບເລກທີ 1226/ຖວທ, ລົງວັນທີ 06 ພະຈິກ 2024 ເພື່ອຫັນເຂົ້າສູ່ການເກັບລາຍຮັບ ແບບທັນສະໄໝ ແບບເອເລັກໂຕຣນິກ ຜ່ານລະບົບການເກັບຄ່າທຳນຽມ ແລະ ຄ່າບໍລິການ ຂອງກະຊວງການເງິນ ຢູ່ດ່ານສາກົນທົ່ວປະເທດ ໃຫ້ຢຸດການນຳໃຊ້ ແລະ ທຳລາຍຖິ້ມ ໃນນັ້ນ, ໄດ້ກວດນັບ ແລະ ລົບລ້າງໃບເກັບເງິນກອງທຶນການທ່ອງທ່ຽວ ຢູ່ພະແນກ ຖວທ ແຂວງຫລວງນໍ້າທາ, ໃບເກັບເງິນກອງທຶນການທ່ອງທ່ຽວ ຢູ່ດ່ານສາກົນ ທີ່ເກັບຈາກນັກທ່ອງ ທ່ຽວເຂົ້າ-ອອກ ສປປ ລາວ ອັດຕາ 1 ໂດລາສະຫະລັດຕໍ່ຄົນຕໍ່ຄັ້ງ, ໃບອະນຸຍາດນໍາໃຊ້ໃບຮັບເງິນສະເພາະ ສະບັບເລກທີ 4067/ກງ.ກສອ, ລົງວັນທີ 02 ສິງຫາ 2017, ແບບ 06/ບກ, ລະຫັດ ກກ/17 ຈໍານວນ 500.000 ໃບ ແຕ່ໃບເລກທີ 1250001 ຫາ ໃບເລກທີ 1750000, ນຳໃຊ້ແລ້ວ 80.150 ໃບ ນັບແຕ່ເລກທີ 1250001-1330150, ໃບເກັບເງິນກອງທຶນການທ່ອງທ່ຽວ ຕາມກິດຈະກຳ ເກັບຈາກການຈັດກິດຈະກຳການທ່ອງທ່ຽວ ຂອງບັນດາພະແນກ ຖວທ ແຂວງ, ນະຄອນຫລວງວຽງຈັນ, ໃບອະນຸຍາດນຳໃຊ້ໃບຮັບເງິນສະເພາະ ສະບັບເລກທີ 4068/ກງ.ກສອ, ລົງວັນທີ 02 ສິງຫາ 2017, ແບບ 06/ບກ, ລະຫັດ ກກ/17 ຈຳນວນ 50.000 ໃບ.
ສຳລັບບັນຊີກວດນັບສາງ ໃບເກັບເງິນກອງທຶນການທ່ອງທ່ຽວ ຮູບແບບເກົ່າບໍ່ອະນຸຍາດໃຫ້ນໍາໃຊ້ ໂດຍການຕົກລົງເຫັນດີ ຂອງຄະນະຮັບຜິດຊອບ ແລະ ຄະນະກຳມະການ ຈຶ່ງໄດ້ທຳລາຍໃບເກັບເງິນກອງທຶນການທ່ອງທ່ຽວ ແລະ ພ້ອມກັນເຮັດບົດບັນທຶກໄວ້ເປັນຫລັກຖານ, ເຊິ່ງການກວດນັບ ແລະ ທຳລາຍໃບເກັບເງິນກອງທຶນການທ່ອງທ່ຽວຄັ້ງນີ້ ຈັດຂຶ້ນໃນວັນທີ 22 ມັງກອນ 2025 ທີ່ສູນຝຶກອົບຮົມພະແນກ ຖວທ ແຂວງຫລວງນ້ຳທາ ໂດຍມີທ່ານ ລັດອຸດອນ ສຸລິນ້ອງ ຮອງຫົວໜ້າຫ້ອງການກະຊວງ ຖວທ, ທ່ານ ສົມສະຫວາດ ນາມອີນທາ ຮອງຫົວໜ້າພະແນກ ຖວທ ແຂວງ ພ້ອມດ້ວຍຜູ້ຕາງໜ້າຈາກສວຍສາອາກອນແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ: ແກ້ວ ກ໋ວາງ ບັນແຄັດ
May be an image of 10 people and text