ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງອະດີດປະທານາທິບໍດີ ແຫ່ງ ມົງໂກລີ ຄົນທຳອິດ

Jan 24, 2025

ໃນຕອນເຊົ້າຂອງວັນທີ 23 ມັງກອນ 2025, ທີ່ ສະຖານເອກ ອັກຄະລັດຖະທູດ ແຫ່ງ ມົງໂກລີ ປະຈຳ ສປປ ລາວ, ທ່ານ ພົງສະ ຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ພະນະທ່ານ ພຸນສາລມາກີນ ໂອຈິຣ໌ບັທ (Punsalmaa Ochirbat), ອະດີດປະທານາ ທິບໍດີ ແຫ່ງ ມົງໂກລີ (ຜູ້ທໍາອິດ) ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 17 ມັງກອນ 2025 ຜ່ານມາ, ໂດຍການຕ້ອນຮັບຂອງ ທ່ານ ບຽມບາຊູເຣນ ຈໍາສ໌ຣັງ (Byambasuren Jamsran), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.
ໂດຍມີເນື້ອໃນດັ່ງລຸ່ມນີ້: ຕາງໜ້າຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງຕໍ່ການຈາກໄປຂອງ ພະນະທ່ານ Punsalmaa Ochirbat, ອະດີດປະທານາທິບໍດີມົງໂກລີ (ຜູ້ທໍາອິດ) ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 17 ມັງກອນ 2025.
ຕະຫຼອດໄລຍະການເຄື່ອນໄຫວວຽກງານ, ພະນະທ່ານ Punsalmaa Ochirbat ໄດ້ອຸທິດທຸກເຫື່ອແຮງ, ສະຕິປັນຍາຂອງຕົນເຂົ້າໃນພາລະກິດການປະຕິວັດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ມົງໂກລີ, ໂດຍສະເພາະແມ່ນການຊີ້ນຳນໍາພາ ພາລະກິດການປະຕິ​ຮູບລະບອບ​ການ​ປົກຄອງ ແລະ ການປະຕິຮູບເສດຖະກິດຂອງມົງໂກລີ ຫັນ​ໄປສູ່​ປະຊາທິປະ​ໄຕ ​ແລະ ​ເສດຖະກິດ​ຕະຫຼາດ.
ການຈາກໄປຂອງ ພະນະທ່ານ Punsalmaa Ochirbat ບໍ່ເປັນພຽງແຕ່ການສູນເສຍການນໍາທີ່ແສນເຄົາລົບຮັກຂອງລັດ ຖະບານ ແລະ ປະຊາຊົນມົງໂກລີ ເທົ່ານັ້ນ, ແຕ່ກໍ່ຍັງເປັນການສູນ ເສຍເພື່ອນມິດທີ່ສະໜິດສະໜົມຂອງລັດຖະບານ ແລະ ປະຊາ ຊົນລາວຂອງພວກຂ້າພະເຈົ້າອີກດ້ວຍ.
ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງເຖິງດວງວິນຍານຂອງ ພະນະທ່ານ Punsalmaa Ochirbat ຈົ່ງໄປສູ່ສຸຂະຕິດ້ວຍເຖິ້ນ.