ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງ ແຂວງສາລະວັນ

Jan 24, 2025

ໃນຕອນບ່າຍ ວັນທີ 22 ມັງກອນ 2025, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການນຳຫຼັກແຫຼ່ງແຂວງສາລະວັນ ໂດຍມີທ່ານ ດາວວົງ ພອນແກ້ວ, ເຈົ້າແຂວງໆສາລະວັນ ພ້ອມດ້ວຍການນຳຫຼັກແຫຼ່ງຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 1 ປີຜ່ານມາ ຈາກທ່ານ ເຈົ້າແຂວງໆສາລະວັນ ເຫັນວ່າ ທົ່ວແຂວງ ສືບຕໍ່ມີຄວາມໜັກແໜ້ນທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ໃນລະດັບ 6,1%; ການຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 285,6 ຕື້ກີບ ເທົ່າກັບ 135,13% ຂອງແຜນການ; ສໍາລັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເຫັນວ່າ ໜ່ວຍພັກຂັ້ນຮາກຖານບ້ານ, ຮາກຖານພັກອ້ອມຂ້າງເມືອງ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະ ພັກຮາກຖານ, ໜ່ວຍພັກເອກະລາດອ້ອມຂ້າງແຂວງ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ 2 ກໍາລັງປະກອບອາວຸດ ແມ່ນໄດ້ດໍາເນີນກອງປະຊຸມສໍາເລັດ 100%.
ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ອົງການປົກຄອງແຂວງ ທີ່ມີຄວາມສາມັກຄີ, ເອົາໃຈໃສ່ປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືບ້ານເມືອງຂອງຕົນ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.
ອັນສຳຄັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ສືບຕໍ່ຍົກສູງສະຕິລະວັງຕົວ ແລະ ກຽມພ້ອມ ເພື່ອຮັບມືຕະຫຼອດເວລາ ຕໍ່ກຸ່ມຄົນທີ່ບໍ່ດີ ທີ່ຫວັງຈະທຳລາຍປະເທດ ຊາດ ໄປຄຽງຄູ່ກັບການເຮັດວຽກສຶກສາອົບຮົມການເມືອງ- ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ ພາຍໃນແຂວງ ໃຫ້ມີຄວາມໜັກແໜ້ນ, ສາມາດຈຳ ແນກໄດ້ມິດ ແລະ ສັດຕູ ຢ່າງຈະ ແຈ້ງ; ສືບຕໍ່ເອົາໃຈໃສ່ປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໂດຍສຸມໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍສະເພາະ ການຊື້-ຂາຍ ສິ່ງຢາເສບຕິດ, ພ້ອມ ທັງ ໂຄສະນາຜົນຮ້າຍຂອງຢາເສບຕິດ ໃຫ້ລູກຫຼານມີຄວາມຮັບຮູ້ເຂົ້າໃຈຫຼາຍກວ່າເກົ່າ; ສືບຕໍ່ຜັນຂະຫຍາຍທິດການພັດທະນາເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ເປັນຂະບວນການກວ້າງຂວາງ ແລະ ແຂງແຮງຫຼາຍຂຶ້ນ ເພື່ອສາມາດຜະລິດເປັນສິນຄ້າຮັບໃຊ້ພາຍໃນ, ສົ່ງອອກ ແລະ ເພື່ອທົດແທນການນໍາເຂົ້າ; ສືບຕໍ່ສົ່ງເສີມ ແລະ ພັດທະນາການສຶກສາ ໃຫ້ມີການຫັນປ່ຽນດີຂຶ້ນຢ່າງຕັ້ງໜ້າ; ສືບຕໍ່ຊຸກຍູ້ສົ່ງເສີມນໍາໃຊ້ທ່າແຮງຂອງແຂວງ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ການປູກ-ການ ລ້ຽງ, ການພັດທະນາແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ວັດ ທະນະທຳ, ເອົາໃຈໃສ່ການດຶງດູດນັກລົງທຶນ ມາລົງທຶນຢູ່ພາຍໃນແຂວງໃຫ້ຫຼາຍຂຶ້ນ ໂດຍມີການເລືອກເຟັ້ນຄັກແນ່ ເພື່ອຮັບປະ ກັນ ເຮັດໃຫ້ແຂວງໄດ້ຮັບການພັດທະນາ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ສ້າງວຽກເຮັດງານທຳ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ.
ໃນມື້ດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການປູກເຂົ້າເປັນສິນຄ້າ ຢູ່ບ້ານໜອງໃສ, ເມືອງ ແລະ ແຂວງສາລະວັນ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.