ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼຸບວຽກງານ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2024

Jan 24, 2025

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2024 ແລະ ວາງທິດ ທາງແຜນການ ປະຈຳປີ 2025 ໃນວັນທີ 23 ມັງກອນ 2025, ໂດຍການເປັນປະທານຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳ ມະການຄຸ້ມຄອງອິນເຕີເນັດແຫ່ງຊາດ.
ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນ ຫົວໜ້າຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງວຽກງານ ຄຄອຊ ປະຈໍາປີ 2024 ແລະ ທິດທາງແຜນການ 2025. ຈາກນັ້ນ, ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຂຶ້ນລາຍງານສະພາບການຄຸ້ມຄອງ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນສື່ສັງຄົມອອນລາຍທີ່ຜ່ານມາ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ.
ໃນໄລຍະຜ່ານມາ, ຄຄອຊ ໄດ້ເອົາໃຈໃສ່ໃນວຽກງານການເມືອງ- ແນວຄິດ ໂດຍໃຫ້ ຄຄອຊ ແຕ່ລະຂັ້ນ, ບັນດາກະຊວງ, ອົງການຈັດຕັ້ງພັກ-ລັດ ຂັ້ນສູນກາງ, ບັນດາແຂວງ, ນະຄອນຫຼວງ ສືບຕໍ່ໄດ້ເອົາໃຈໃສ່ຜັນຂະຫຍາຍເນື້ອໃນມະຕິ, ຄໍາສັ່ງ, ແຈ້ງການ, ຄໍາແນະນໍາ ແລະ ບັນດາລະບຽບການທີ່ກ່ຽວຂ້ອງໃຫ້ພະນັກງານວິຊາການທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ມີແນວຄິດຫຼັກໝັ້ນການ ເມືອງໜັກແໜ້ນ, ເປັນເຈົ້າການຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບ ໝາຍ ແລະ ສະໜອງຂໍ້ມູນທາງການທີ່ຖືກຕ້ອງເພື່ອຕອບຕ້ານຫາງສຽງທີ່ບໍ່ດີ, ບັນດາຂ່າວປອມ, ຂ່າວບິດເບືອນ ຕິດພັນກັບຂະແໜງການຂອງຕົນຕາມການຊີ້ນຳຂອງອົງຄະນະພັກແຕ່ລະຂັ້ນ ຢ່າງທັນການ, ຄຽງຄູ່ກັບການປຸກລະດົມຂົນຂວາຍປະຊາຊົນເຂົ້າ ຮ່ວມວຽກງານຕອບໂຕ້ຂ່າວບໍ່ຖືກຕ້ອງ.
ໃນວຽກງານການຈັດຕັ້ງ, ຄຄອຊ ແຕ່ລະພາກສ່ວນ ໄດ້ສ້າງ ແລະ ປັບປຸງການຈັດຕັ້ງ ໃຫ້ສອດຄ່ອງກັບສະພາບຄວາມຮຽກ ຮ້ອງຕ້ອງການຕົວຈິງຂອງວຽກງານໃນແຕ່ລະໄລຍະ ເພື່ອຊ່ວຍເຮັດໜ້າທີີ່ເປັນໃຈກາງຜັນຂະຫຍາຍວຽກງານໃນການຄຸ້ມ ຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດພ້ອມທັງສະໜອງຂໍ້ມູນ, ຕອບຄຳຖາມຂໍ້ຂ້ອງໃຈ, ຊີ້ແຈງບັນຫາຕ່າງໆຂອງສັງຄົມ ທີ່ຕິດພັນກັບແຕ່ລະພາກສ່ວນ.
ໃນໄລຍະຜ່ານມາ, ຄະນະຈຸດປະສານງານບາງພາກສ່ວນ ໄດ້ເອົາໃຈໃສ່ປະສານງານ ແລະ ສະໜອງຂໍ້ມູນຢ່າງເອົາຈິງເອົາຈັງ, ສາມາດຊີ້ແຈງແກ້ໄຂບັນຫາທີ່ເກີດຂຶ້ນໃນຂະແໜງການ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນໄດ້ທັນການ, ເຮັດໃຫ້ສັງຄົມມີຄວາມເຂົ້າໃຈ ແຕ່ຍັງມີບາງພາກ ສ່ວນທີ່ຍັງບໍ່ສາມາດແກ້ໄຂໄດ້ທ່ວງທັນ ຈົນກາຍເປັນຫາງສຽງສັງຄົມໃນວົງກວ້າງ.
ຫຼາຍພາກສ່ວນ ໃນ ຄຄອຊ ໄດ້ສຳເລັດການສ້າງ ແລະ ປັບປຸງບັນດານິຕິກຳ ທີ່ຕິດພັນກັບວຽກງານຄຸ້ມຄອງອິນເຕີເນັດ, ຄວາມປອດໄພທາງອິນເຕີເນັດ, ການພັດທະນາດ້ານໄອຊີທີ ແລະ ດິຈິຕອນ, ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຮັບປະ ກັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງ ຄົມ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ແລະ ລະບົບຄຸ້ມຄອງ, ບໍລິຫານ, ບໍລິການ ໃຫ້ນຳໃຊ້ເຕັກໂນໂລຊີ ແລະ ລະບົບທັນສະໄໝຫຼາຍຂຶ້ນ.
ໃນກອງປະຊຸມ, ຍັງໄດ້ຮັບຟັງການລາຍງານສະພາບການພົ້ນເດັ່ນທີ່ເກີດຂຶ້ນຈາກສື່ສັງຄົມອອນລາຍ ພ້ອມທັງວິທີການແກ້ໄຂບັນຫາຂອງບັນດາກະຊວງ, ອົງການ, ແຂວງ, ນະຄອນຫຼວງ ແລະ ຮ່ວມກັນປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອຕີລາຄາ ແລະ ຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງອິນເຕີເນັດ ພາຍໃນປະເທດ ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.
ໂອກາດນີ້, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ມີຄໍາເຫັນຊີ້ນຳຕໍ່ກັບການສະຫຼຸບລາຍງານ ພ້ອມທັງໄດ້ຕີລາຄາສູງຕໍ່ການຄົ້ນຄວ້າ, ການກຳນົດບັນດາເປົ້າໝາຍທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ຈະຕ້ອງໄດ້ຄຸ້ມຄອງ ແລະ ພັດທະນາ, ເຊິ່ງຈະຕ້ອງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດິຈິຕອນ ສາ ມາດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕິດພັນກັບ 2 ວາລະແຫ່ງຊາດ ໂດຍສະເພາະ ແມ່ນການຊຸກຍູ້ການສ້າງຕັ້ງ ແລະ ປັບປຸງຄະນະກຳມະການຄຸ້ມຄອງອິນເຕີເນັດ ໃນແຕ່ລະຂັ້ນ ພ້ອມທັງເອົາໃຈໃສ່ສ້າງຄວາມເຂັ້ມແຂງ, ຄວາມຄ່ອງຕົວໃຫ້ແກ່ສາຍໄຍ ແລະ ຂອດການປະສານງານ ໄດ້ຢ່າງທົ່ວເຖິງໃນທົ່ວປະເທດ, ເພີ່ມທະວີຂອດປະສານງານລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຄຸ້ມຄອງ, ຕິດຕາມກວດ ກາ, ເຝົ້າລະວັງ ແລະ ຕອບຕ້ານຫາງສຽງບໍ່ດີ, ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງເທິງອິນເຕີເນັດ ໃຫ້ມີຄວາມວ່ອງໄວ ແລະ ທັນການ.